ທ່ານເລຂາທິການໃຫຍ່ ຮຽກຮ້ອງກອງເສນາທິການໃຫຍ່ ປະຕິບັດແຜນນະໂຍບາຍກໍ່ສ້າງກອງທັບທັນສະໄໝຢ່າງມີປະສິດທິຜົນດ້ວຍວິວັດການ, ບາດກ້າວ, ມາດຖານຢ່າງລະອຽດ, ແທ້ຈິງ, ໝັ້ນແກ່ນ, ມີຄວາມເປັນໄປໄດ້ສູງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ
ຕອນເຊົ້າວັນທີ 6 ກັນຍາ, ກອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ (7/9/1945 - 7/9/2025) ແລະ ຕ້ອນຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ. ທ່ານ ໂຕເລິມ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ເຂົ້າຮ່ວມ ແລະ ຊີ້ນຳທີ່ພິທີ.
ໂດຍຕາງໜ້າການນຳພັກ, ລັດ ມອບນາມມະຍົດ “ວິລະຊົນກຳລັງປະກອບອາວຸດ ປະຊາຊົນ” ໃຫ້ກອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຢ້ຳຄືນບົດຮຽນປະຫວັດສາດ, ມູນເຊື້ອັນລ້ຳຄ່າຂອງ ຄົນລຸ້ນພໍ່ລຸ້ນອ້າຍ ນັ້ນແມ່ນ “ການສ້າງສາປະເທດຊາດ ຕ້ອງໄປຄຽງຄູ່ກັບການປົກປັກຮັກສາປະເທດຊາດ”, ທ່ານເລຂາທິການໃຫຍ່ ສະເໜີວ່າ:
ກອງເສນາທິການໃຫຍ່ ໃຫຍ່ຕ້ອງຮັບເອົາທີ່ມີການຄັດເລືອກ, ໝູນໃຊ້ວິທະຍາສາດເຕັກໂນໂລຢີການທະຫານທີ່ກ້າວໜ້າໃນໂລກຢ່າງມີຫົວຄິດປະດິດສ້າງ, ນຳພື້ນຖານວິທະຍາສາດ ແລະ ສິລະປະການທະຫານ ຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່. ຜັນຂະຫຍາຍບັນດາຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ກ່ຽວກັບການທະຫານ, ການປ້ອງກັນຊາດຢ່າງມີປະສິດທິຜົນ. ສຸມໃສ່ການສ້າງ, ຍົກສູງກຳລັງຄວາມສາມາດຢ່າງຮອບດ້ານ, ເປັນເຈົ້າການ, ມີໄຫວພິບໃນການຄົ້ນຄ້ວາ, ຄາດຄະເນສະພາບການໂດຍໄວ, ເປັນຕົ້ນແມ່ນການກະທຳ, ທ່າອ່ຽງປັບປຸງຍຸດທະສາດຂອງບັນດາປະເທດໃຫຍ່, ສະພາບການຢູ່ທະເລຕາເວັນອອກ…
ທ່ານເລຂາທິການໃຫຍ່ ຮຽກຮ້ອງກອງເສນາທິການໃຫຍ່ ປະຕິບັດແຜນນະໂຍບາຍກໍ່ສ້າງກອງທັບທັນສະໄໝຢ່າງມີປະສິດທິຜົນດ້ວຍວິວັດການ, ບາດກ້າວ, ມາດຖານຢ່າງລະອຽດ, ແທ້ຈິງ, ໝັ້ນແກ່ນ, ມີຄວາມເປັນໄປໄດ້ສູງ; ມີຄວາມເອົາໃຈໃສ່ເຖິງການລົງທຶນຢ່າງເໝາະສົມເພື່ອຮັບປະກັນອາວຸດປະກອບໃຫ້ແກ່ບັນດາກຳລັງຂຶ້ນທັນສະໄໝ.
(ແຫຼ່ງຄັດຈາກ VOV)