ວັນທີ 24 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ພາຍຫຼັງ ເຮັດວຽກມາເປັນເວລາ 05 ວັນ, ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ໄດ້ສຳເລັດລາຍການເຮັດວຽກໄດ້ວາງອອກ.
ບັນຍາກາດພິທີອັດກອງປະຊຸມ (ພາບ: VNA)
ສູນກາງໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບບັນດາເນື້ອໃນ; ບັນລຸໄດ້ຄວາມຕົກລົງເປັນເອກະພາບສູງຕໍ່ຫຼາຍແຜນນະໂຍບາຍ, ນະໂຍບາຍຊີ້ຂາດໃຫຍ່ກ່ຽວກັບການກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາ ແລະ ປົກປັກຮັກສາປະເທດຊາດ. ກົມການເມືອງໄດ້ຮັບຟັງ, ອະພິປາຍຢ່າງເຂັ້ມງວດ ແລະ ສ້າງສຳເລັດບັນດາຮ່າງເອກະສານ.
ເມື່ອກ່າວຄຳເຫັນປິດກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສະຫຼຸບໂດຍຫຍໍ້ໝາກຜົນຕົ້ນຕໍຂອງກອງປະຊຸມ, ພ້ອມທັງເນັ້ນໜັກເຖິງ 5 ກຸ່ມວຽກງານຈຸດສຸມເພື່ອນຳບັນດານະໂຍບາຍຊີ້ຂາດຂອງສູນກາງເຂົ້າສູ່ຊີວິດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງຕ້ອງຫັນຄວາມເປັນເອກະພາບກ່ຽວກັບແຜນນະໂຍບາຍກາຍເປັນຄວາມເປັນເອກະພາບໃນການກະທຳ, ນຳບັນດານະໂຍບາຍຊີ້ຂາດຂອງສູນກາງກາຍເປັນໝາກຜົນລະອຽດ.
“ກຳນົດຖືກຕ້ອງຈຸດສຸມ, ລຳດັບໃຫ້ບຸລິມະສິດ ແລະ ບັນດາຂອດບຸກທະລຸທີ່ຕ້ອງສຸມໃສ່ປະຕິບັດ. ບັນດານະໂຍບາຍຊີ້ຂາດຂອງກອງປະຊຸມມີຂອບເຂດກວ້າງຂວາງ, ສົ່ງຜົນກະທົບຕໍ່ຫຼາຍດ້ານ ແລະ ມີສາຍສຳພັນອັນແໜ້ນແຟ້ນ. ດັ່ງນັ້ນ ຕ້ອງຜັນຂະຫຍາຍປະຕິບັດໃນທັນທີ. ບັນດາໜ້າທີ່ທີ່ມີລັກສະນະພື້ນຖານ, ມີກຳລັງນຳພາ, ແຜ່ກະຈາຍ ຕ້ອງໄດ້ສຸມໃສ່ໃຫ້ບຸລິມະສິດ. ຮູ້ໜ້າວຽກຢ່າງຈະແຈ້ງ, ເງື່ອນໄຂສຸກງອມແລ້ວ ຕ້ອງປະຕິບັດໃນທັນທີ, ປະຕິບັດຢ່າງເຖິງກົກເຖິງປາຍ, ມີປະສິດທິຜົນ; ສຳລັບໜ້າວຽກໃໝ່, ຫຍຸ້ງຍາກ, ຍັງບໍ່ທັນເຮັດມາກ່ອນ, ຕ້ອງໃຫ້ການຄົ້ນຄວ້າຢ່າງລອບຄອບຖີ່ຖ້ວນ; ເມື່ອຈຳເປັນ, ຕ້ອງທົດລອງໂດຍມີການຄວບຄຸມ, ທັງເຮັດທັງຕີລາຄາ, ຖືກຕ້ອງຕາມສິດອຳນາດ. ຕ້ອງແກ້ໄຂບັນດາຂອດແກ່ນສານຢ່າງຂາດຂັ້ນ ເພື່ອເປີດທາງໃຫ້ແກ່ການປະຕິບັດບັນດາໜ້າທີ່ທີ່ຍັງເຫຼືອ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີວ່າບັນດານະໂຍບາຍຊີ້ຂາດຂອງສູນກາງຕ້ອງໄດ້ຮັບການຈັດຕັ້ງປະຕິບັດພາຍໃຕ້ການຊີ້ນຳນຳພາທີ່ເປັນເອກະພາບ, ລຸລ່ວງຂອງພັກ; ເສີມຂະຫຍາຍພາລະບົດບາດ, ສິດອຳນາດ, ຄວາມຮັບຜິດຊອບຂອງແຕ່ລະອົງການຢ່າງຄົບຖ້ວນ. ຕ້ອງມີການຈຳແນກຢ່າງຈະແຈ້ງລະຫວ່າງຄວາມຮັບຜິດຊອບຂອງສູນກາງ, ຂັ້ນແຂວງ ແລະ ຂັ້ນຕາແສງ; ຮັບປະກັນ 3 ຂັ້ນເຄື່ອນໄຫວຢ່າງລຸລ່ວງ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກຕື່ມອີກວ່າ:
“ຜົນສຳເລັດຂອງກອງປະຊຸມ ຫາກໍ່ເປັນຂັ້ນຕົ້ນເທົ່ານັ້ນ. ສະພາບການໂລກຈະມີການຜັນແປຢ່າງວ່ອງໄວ, ສັບສົນ, ກາລະໂອກາດ ແລະ ສິ່ງທ້າທາຍສະຫຼັບທັບຊ້ອນກັນ. ໃນສະພາບການນັ້ນ, ພວກເຮົາຍິ່ງຕ້ອງມີຄວາມຢຶດໝັ້ນກັບເປົ້າໝາຍ, ຮັກສາຫຼັກການ, ຄວາມສາມັກຄີ, ຄວາມເປັນລະບຽບວິໄນ; ເປັນເຈົ້າການ, ປະດິດຄິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບເພື່ອຜົນປະໂຫຍດລວມ”.