• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເຂົ້າ​ຮ່ວມ​ ແລະ ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊມ Shangri -la ຄັ້ງ​ທີ 23

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ສ.ສິງ​ກະ​ໂປ, ຕອນ​ຄ່ຳ​ວັນ​ທີ 29 ພຶດ​ສະ​ພາ ຕ​າມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ ສິງ​ກະ​ໂປ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ​ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ນຳ​ສ​ະ​ເໜີ​ໃນ​ກອງ​ປະ​ຊຸມ Shangri-la ຄັ້ງ​ທີ 23 ດ້ວຍ​ຫົວ​ຂໍ້ “ເປັນ​ເຈົ້າ​ການ​ສ້າງ​ສັນ​ຕິ​ພາບ - ສະ​ຖຽນ​ລະ​ພາບ - ພັດ​ທະ​ນາ​ໃນ​ໂລກ​ທີ່​ມີ​ການ​ປ່ຽນ​ແປງຫຼາຍຢ່າງ”.
  ບັນ​ຍາ​ກາດ​ຂອງກອງ​ປະ​ຊຸມ Shangri-la ຄັ້ງ​ທີ 23 (ພາບ: TTXVN)  

ເມື່ອ​ກ່າວ​ຄຳ​ເຫັນ​ນຳ​ສະ​ເໜີ​ໃນ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ແບ່ງ​ປັນ​ບັ​ນ​ດາ​ກຳ​ນົດ​ທິດ​ເພື່ອ​ພ້ອມ​ກັນ​ສ້າງ ອາ​ຊີ - ປາ​ຊີ​ຟິກ ສັນ​ຕິ​ພາບ, ສະ​ຖຽນ​ລ​ະ​ພາບ, ພັດ​ທະ​ນາ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວ​ຍ​ຕົນ​ເອງ ແລະ ມີ​ກຳ​ລັງ​ຄວາມ​ສາ​ມາດຫຼຸດ​ຜ່ອນ​ຄວາມ​ສ່ຽງ​ແຕ່​ໄວ, ແຕ່​ໄກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຖື​ວ່າ ຕ້ອງ​ເຮັດ​ໃຫ້​ກົດໝາຍ​ທຳ​ນຽມ ແລະ ການ​ສົນ​ທະ​ນາ​ໄດ້​ດຳ​ເນີນ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ກົດ​ບັດ ສ​ປ​ຊ… ກາຍ​ເປ​ັນ​​ພາ​ຫະ​ນະ​ທີ່​ມີ​ປະ​ສິດ​ທິ​ຜົນຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຢ່າງ​ແທ້​ຈິງ. ສິ່ງ​ດັ່ງ​ກ່າວ ມ​ີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ສຳ​ລັບ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ ເພາະ​ວ່າ ນີ້​ແມ່ນ​ພື້ນ​ທີ່ເຊື່ອ​ມ​ຕໍ່​ລວມ, ແມ່ນ​ເສັ້ນ​​ທາງສຳ​ຄັນ​ດ້ານ​ການ​ຄ້າ, ພະ​ລັງ​ງານ, ສະ​ບຽງ​ອາ​ຫານ ແລະ ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.

  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ (ພາບ: TTXVN)  

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ແດງໃຫ້​ເຫັນ​ວ່າ​ຕ້ອງ​ສ້າງ​ໂຄງ​ປະ​ກອບ​ພາກ​ພື້ນ​ເປີດ, ​ກວມ​ລວມ, ຖື​ ອາ​ຊຽນ ເປັນ​ໃຈ​ກາງ. ເມື່ອ​ເນັ້ນ​ໜັກ​ວ່າ ຕ້ອງ​ສ້າງ​ບັນ​ດາ​ມາ​ດ​ຕະ​ຖານ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຕັກ​ໂນ​ໂລ​ຢີ​ໃໝ່ ແລະ ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ:

“ປັບ​ປຸງ​ການ​ປ້ອງ​ກັນ​ຊາດ​ແມ່ນ​ຄວາມ​ຕ້ອງ​ການ​ທີ່​ຊອບ​ທຳ, ແຕ່​ຄວາມ​ໝັ້ນ​ຄົງ​ຍືນ​ຍົງ ບໍ່​ພຽງ​ແຕ່​ອີງ​ໃສ່​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານ​ເທົ່າ​ນັ້ນ, ຍິ່ງ​ບໍ່​ສາ​ມາດ​ສ້າງ​ດ້ວຍ​ການ​ຊ່ວ​ງ​ເສັງ​ອາ​ວຸດ ຫຼື ດ້ວຍ​ວິ​ທີ​ເພີ່ມ​ທະ​ວີ​ຄວາມ​ບໍ່​ອຸ່ນ​ອ່ຽ​ນ​ໃຈ​ພັດ​ທະ​ນາ​ໃຫ້​ແກ່​ປະ​ເທດ​ອື່ນ​ໄດ້. ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ການ ແມ່ນ​ພື້ນ​ຖານ​ພັດ​ທະ​ນາ​ທີ່​ມີ​ຄວາມ​ສາ​ມາດ​ທົນ​ທານ​ສູງ​ຕໍ່​ບັນ​ດາ​ການ​ກະ​ທົບ​ກະ​ເທືອນ, ລະ​ບົບ​ສະ​ໜອງ​ເປີດ ແລະ ຫຼາຍ​ຮູບຫຼາຍ​ແບບ, ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ເງິນ, ເຕັກ​ໂນ​ໂລ​ຢີ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ; ພ້ອມ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ການ​ກູ້​ໄພ​ກູ້​ຊີບ​ເມື່ອ​ເກີດ​ໄພ​ພິ​ບັດ, ສາ​ທາ​ລະ​ນະ​ສຸກ, ຄວາມ​ໝັ້ນ​ຄົງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ, ທັນ​ຍາ​ຫານ, ພະ​ລັງ​ງານ, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ໂຄງ​ລ່າງ​ຈຸດ​ສຸມ ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີບ. ເມື່ອ​ການ​ຮ່ວມ​ມືຊ່ວຍ​ປະ​ກັນ​ຄວາມ​ປອ​ພ​ໄພ, ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ກໍ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ ແລະ ເພີ່ມ​ພູນ​ຄູນ​ສ້າງ”.

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຢູ່​ພາຍ​ໃນ ແລະ​ ນອກ​ພາກ​ພື້ນ​ປັບ​ປຸງ​ກົດ​​ໝາຍ​ທໍ​າ​ນຽມ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊຸກ​ຍູ້​ການ​ເຈ​ລະ​ຈາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຫຼຸ​ດ​ຜ່ອນ​ຄວາມ​ສ່ຽງ ແລະ ພ້ອມ​ກັນ​ສ້າງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ທີ່​ປອ​ດ​ໄພ​ກວ່າ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໄດ້​ຢ່າງ​ດີກວ່າ ແລະ ວັດ​ທະ​ນະ​ຖາ​ວອນກວ່າ.

ກ່ອນ​ໜ້າ​ນັ້ນ, ກໍ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Timor Leste Jose Ramos – Horta.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top