ຕອນເຊົ້າວັນທີ 21 ເມສາ, ຢູ່ຮ່າຕິງ, ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 120 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ຮ່າຮຸຍເຕິບ (24/4/1906-24/4/2026).
ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ກ່າວຄຳເຫັນທີພິທີ (ພາບ: VOV)
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຕ້ອງປະຕິບັດຕາມແບບຢ່າງທີ່ດີຂອງ ທ່ານເລຂາທິການໃຫຍ່ ຮ່າຮຸຍເຕິບ (1906-1941), ຄວນສ້າງການຫັນປ່ຽນຢ່າງແຮງໃນການແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ຈິນຕະນາການໃນການຄຸ້ມຄອງບໍລິຫານ ແລະ ຈັດຕັ້ງປະຕິບັດ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມໃຫ້ສົມບູນແບບ, ຫຼໍ່ຫຼອມຈິດໃຈອຸທິດສ່ວນ, ມີການກະທຳຢ່າງຂ້ຽວຂາດ, ພ້ອມແລ້ວທີ່ຈະປະເຊີນໜ້າກັບຄວາມຫຍຸ້ງຍາກລຳບາກ, ແບກຫາບຄວາມຮັບຜິດຊອບເພື່ອວຽກງານໃຫຍ່ຂອງພັກ, ຂອງຊາດ. ທ່ານໃຫ້ຮູ້ວ່າ:
ເສີມຂະຫຍາຍຈິດໃຈ ແລະ ແນວຄິດຂອງທ່ານເລຂາທິການໃຫຍ່ ຮ່າຮຸຍເຕິບ ໃນສັງກາດພັດທະນາໃໝ່, ພວກເຮົາຕ້ອງປຸກລຸກຄວາມມຸ່ງຫວັງບືນຕົວຂຶ້ນ, ຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຈິດໃຈປະດິດຄິດສ້າງຂອງຊາວຫວຽດນາມ. ຢາກພັດທະນາໂດຍໄວ, ຍືນຍົງ, ຕ້ອງບຸກທະລຸກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ, ຍົກສູງສະມັດຕະພາບ, ກຳລັງແກ້ງແຍ້ງ ແລະ ກຳລັງແຮງໃນການຮັບມືຂອງພື້ນຖານເສດຖະກິດ.
(ແຫຼ່ງຄັດຈາກ VOV)