• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເລີ່ມຈັດການເຄື່ອນໄຫວໃນການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3

ການພົບປະແລກປ່ຽນຄັ້ງນີ້ຍິ່ງມີຄວາມໝາຍກວ່າ ເມື່ອຈັດຂຶ້ນໂດຍກົງກັບໂອກາດ 2 ປະເທດຈັດພິທີສະເຫຼີມສະຫຼອງ 49 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2026).

ຕອນ​ເຊົ້າ​ວັນ​ທີ 09 ກ​ໍ​ລະ​ກົດ, ຢູ່​ດ່ານ​ຊາຍ​ແດນ ນ້ຳ​ອອນ, ລາວ, ທ່ານ​ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກ​ສອນ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັ​ກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ແລະ ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ໄປ​ແຂວງ ບໍ​ລິ​ຄຳ​ໄຊ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ພົບ​ປະ​ມິດ​ຕະ​ພາບ​ປ້ອງ​ກັນ​ຊາດ​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຄັ້ງ​ທີ 3 (ຈັດ​ຂຶ້ນ​ແຕ່​ວັນ​ທີ 09 – 10 ກໍ​ລະ​ກົດ).

ໃນ​ຂອບ​ເຂດການ​ພົບ​ປະ, ຄະ​ນະ​ຜູ້​ແທນ​ຂອງ 2 ປະ​ເທດ​ໄດ້​ເຂົ້າ​ຮ່ວມ: ພິ​ທີ​ວາງ​ສີ​ລາ​ລຶກ​ໂຄງ​ການກໍ່​ສ້າງ​ຈຸດ​ປະ​ສານ​ງາ​ນ​ຊາຍ​ແດນ, ກອງ​​ຮ້ອຍ​ທະ​ຫານ​ຊາຍ​ແດນ 252 (ກອງ​ບັນ​ຊາ​ການ​ການ​ທະ​ຫານ​ແຂວງ ບໍ​ລິ​ຄຳ​ໄຊ) ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ອຸ​ປະ​ຖຳ​ຄ່າ​ໃຊ້​ຈ່າຍ​ການກໍ່​ສ້າງ, ຢຶ້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ ແລະ ທຶນ​ການ​ສຶກ​ສາ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ໂຮງ​ຮຽນປະ​ຖົມ​ຢູ່​ເມືອງ ໄຊ​ຈຳ​ພອນ, ແຂວງ ບໍ​ລິ​ຄຳ​ໄຊ (ລາວ); ຢ້ຽມ​ຢາມ​ການ​ເຄື່ອນ​ໄຫວກວດ, ປີ່ນ​ປົວ​ພະ​ຍາດ, ແຈກ​ຢາຍ​ຢາ​ໂດຍບໍ່​ເກັບ​ຄ່າ ແລະ ມອບ​ງົວ​ພັນ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ​ຂອງ​ ລາວ. ທ່ານພົນ​ຈັດ​ຕະ​ວາ ຫງວຽນ​ຊວັນ​ຕວ່ານ, ຫົວ​ໜ້າ​ການ​ເມືອງ​ທະ​ຫານ​ຊາຍ​ແດນ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ໂດຍ​ແມ່ນ​ໜຶ່ງ​ໃນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ປ້ອງ​ກັນ​ຊາດ, ການ “ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ຊາດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ” ແມ່ນ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ບັນ​ດາ​ກົນ​ໄກຮ່ວມ​ມື​ຢ່າງ​ແທ​ດ​ຈິງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໜ້າ​ທີ່​ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ ແລະ ສ້າງ​ຊີ​ວິດ​​ອັນອີ່ມ​ໜຳ​ສຳ​ລານ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່ 2 ​ຝາກ​ຊາຍ​ແດນ. ໃນ​ຂອບເຂດ​ກາ​ນ​ພົບ​ປະ​ແລກ​ປ່ຽນ​ຄັ້ງ​ທີ 3 ນີ້, ມີ​​ຫຼາຍການ​ເຄື່ອນ​ໄຫວ​​ທີ່​ມີ​ຄວາມ​ໝາຍໄດ້​ຜັນ​ຂະ​ຫຍາຍ​ ດ້ວຍ​ຄວາມ​ຫວັງ​ວ່າ ງານ​ພົບ​ປະ​ແລກ​ປ່ຽນ​ນີ້​ຈະ​ກາຍ​ເປັນ​ວັນ​ບຸນ​ຂອງ​​ທະ​ຫານ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ຊົມ​ໃຊ້​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ”.

​ການ​ພົບ​ປະ​ແລກ​ປ່ຽນ​ຄັ້ງ​ນີ້ຍິ່ງ​ມີ​ຄວາມ​ໝາຍກວ່າ ເມື່ອ​ຈັດ​ຂຶ້ນ​ໂດຍ​ກົງ​ກັ​ບໂອ​ກາດ 2 ປະ​ເທດ​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 49 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລ​າວ (18 ກໍ​ລະ​ກົດ 1977 – 18 ກໍ​ລະ​ກົດ 2026).

(ແຫຼ່ງຄັດຈາກ VOV)

ຜູ້ນຳຂັ້ນສູງສຸດ ຫວຽດນາມ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ຢູ່ ການາດາ

ຜູ້ນຳຂັ້ນສູງສຸດ ຫວຽດນາມ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ຢູ່ ການາດາ

ໃນຕອນເຊົ້າວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານນາງ ຜູ້ສໍາເລັດ ລາຊະການ ການາດາ Louise Arbour ໄດ້ເປັນປະທານໃນພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນໂອກາດ ມາຢ້ຽມຢາມທາງລັດຖະກິດ ຢູ່ ປະເທດ ການາດາ.

Top