ຜະລິດຕະພັນ ຖືກສົ່ງອອກໄປຍັງ ຕະຫຼາດ ສ ອາເມລິກາ, ອັງກິດ, ອົດສະຕຣາລີ, ສ ລັດເຊຍ ແລະ ເອີຣົບ. ຄຸນນະພາບ ຂອງ ຜະລິດ ຕະພັນ ແມ່ນໂດດເດັ່ນ ນັບແຕ່ການອົບແຫ້ງ ກ່ອນປຸງແຕ່ງ, ຄັດ ເລືອກວັດສະດຸ, ຈົນເຖິງຂັ້ນຕອນການຫຸ້ມຫໍ່ ຂອງ ຜະລິດຕະພັນ. ບໍລິສັດ ໄດ້ສ້າງຕັ້ງ ລະບົບ ການຄວບຄຸມ ທີ່ເຂັ້ມງວດ ເພື່ອຮັບປະ ກັນ ຄຸນນະພາບ ທີ່ດີທີ່ສຸດ ຂອງ ຜະລິດຕະພັນ ເພື່ອຫຼຸດຄວາມສ່ຽງ ຕໍ່ການແຕກ, ຄົດ, ເຊິ່ງເປັນລັກສະນະ ພື້ນຖານ ຂອງໄມ້ ທຸກປະ ເພດ ລົງສູ່ລະດັບຕໍ່າສຸດ.
ພາຍຫຼັງ ເວັ້ນໄລຍະຫ່າງທາງສັງຄົມ, ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ສືບຕໍ່ມີການຜັນແປໄປຢ່າງ ຍາກຈະ ຄາດເດົາໄດ້ ສ້າງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ໃຫ້ແກ່ ບໍລິສັດໃນການຄາດຄະເນ ເລື່ອງຕະຫຼາດ ແລະ ຊັບພະຍາກອນມະນຸດ. ດັ່ງນັ້ນ, ບໍລິສັດ ໄດ້ສຸມໃສ່ ຈັດຕັ້ງ ການດໍາເນີນທຸລະກິດ ຂອງ ວິສາຫະກິດ, ປັບປຸງຄືນໃໝ່ ໂຄງປະກອບ ພື້ນຖານວັດຖຸ ແລະ ຮັບປະກັນ ດ້ານສຸຂະພາບ ແລະ ສະຫວັດດີການ ຂອງ ຄົນງານ ໃນສະພາບແວດລ້ອມ ຂອງ ການເຮັດວຽກ.
ບໍລິສັດ ໄດ້ຈັດພື້ນທີ່ວິເຄາະ, ກຳມະກອນ ໄດ້ຮັບການ ກວດຫາ ເຊື້ອໂຄວິດ-19 ກ່ອນການຜະລິດລວມສູນ ແລະ ຕ້ອງປະຕິິບັດ 5K ຢ່າງເຂັ້ມງວດ, ການຂ້າເຊື້ອ ແລະ ເຮັດອະນາໄມ ພື້ນທີ່ການຜະ ລິດ ທັງໝົດ ແລະ ສະຖານທີ່ກິນນອນ ຂອງ ຄົນງານ ກໍໄດ້ຮັບການ ດຳເນີນ ປະຕິບັດເປັນປະຈຳ ເພື່ອຮັບປະກັນ ການຮັກສາສຸຂະອະ ນາໄມ ຕະຫຼອດ ຂະບວນການຜະລິດ.
ທ່ານ ຮ່ວາງຮຸຍເຕີມ, ຜູ້ອຳນວຍການໃຫຍ່, ປະທານສະພາບໍລິຫານ ໄດ້ກ່າວວ່າ: “ບໍລິສັດ ພວກຂ້າພະເຈົ້າ ໄດ້ພະຍາຍາມຢ່າງຕັ້ງໜ້າ ເພື່ອຜະລິດ 3 ຢູ່ກັບທີ່ ໃນໄລຍະເວັ້ນຫ່າງທາງສັງຄົມ, ສຸມໃສ່ແກ້ໄຂຂໍ້ຫຍຸ້ງຍາກ, ອຸດຕັນ, ຜ່ານຜ່າສິ່ງກີດຂວາງ, ທ້າທາຍ, ພະຍາ ຍາມ ໃຫ້ດີທີ່ສຸດ ເພື່ອການຜະລິດ ແລະ ດຳເນີນທຸລະກິດ ຕອບສະໜອງ ບັນດາໃບສັ່ງສິນຄ້າ ຂອງ ລູກຄ້າຢ່າງທັນການ. ປັດຈຸບັນ, ພວກຂ້າພະເຈົ້າສືບຕໍ່ຜະລິດ ແລະ ຮ່ວມໃຊ້ຊີວິດກັບ ໂຄວິດ-19, ປັບຕົວເຂົ້າກັບ ສະຖານະການ ເພື່ອກ້າວໄປສູ່ ການດໍາລົງຊີວິດ ປົກກະຕິ”.
ບໍລິສັດ ເຟີນີເຈີ ໄມ້ ເລີມຮວ່າງຟ໋າດ ໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອປີ 2011 ມາຮອດປັດຈຸບັນ ຄົບຮອບ 10 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ໃນເບື້ອງຕົ້ນແມ່ນພົບກັບຄວາມຫຍຸ້ງຍາກຫຼາຍ, ປັດຈຸບັນ, ບໍລິສັດໄດ້ພ້ອມກັນພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອການພັດທະນາ ເທື່ອລະກ້າວ, ຢືນຢັນ ທີ່ຕັ້ງ, ບົດບາດ ແລະ ຊື່ສຽງຂອງຕົນ ໃນຕະຫຼາດສົ່ງອອກ - ຜະລິດ ແລະ ທີ່ປຶກສາ - ອອກແບບເຄື່ອງເຟີນີເຈີ ໄມ້.