• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລິມ​ດົ່ງ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ກາ​ນ​ຕ້ານ IUU

ເຮືອຫາປາແຕ່ລະລຳ, ກັບຕັນແຕ່ລະຄົນລ້ວນແຕ່ ໄດ້ສ້າງເອກະສານຄຸ້ມຄອງ, ອຸປະກອນຕິດຕາມວິວັດການເດີນທາງໄດ້ກວດກາ, ຕິດຕາມກວດກາເປັນປະຈຳ ແລະ ລາຍງານຕາມປະຈຳອາທິດ.
ການເຄື່ອນໄຫວຄຸ້ມຄອງກຳປັ່ນຫາປາຢູ່ທ່າກຳປັ່ນໃນບໍລິເວນແຂວງເລິມດົງໄດ້ປະຕິບັດເປັນປະຈຳ

ໂດຍປະຕິບັດ ບັນດາຂໍ້ສະເໜີຂອງ ຄະນະກຳມະການເອີລົບຢ່າງເຂັ້ມງວດ, ແຂວງເລິມດົ່ງ ພວມຜັນຂະຫຍາຍຫຼາຍມາດຕະການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມ ຂໍ້ກຳນົດ (IUU) ຢ່າງຄົບຊຸດ, ຂ້ຽວຂາດ, ດ້ວຍເປົ້າໝາຍສ້າງຄວາມເປັບລະບຽບຮຽບຮ້ອຍໃນການຂຸດຄົ້ນສິນໃນນ້ຳ ແລະ ຍົກເລີກບັດເຫຼືອງໂດຍໄວ.

ຢູ່ຕາແສງລາຍີ, ແຂວງເລິມດົ່ງ, ກຳລັງຕຳຫຼວດພວມຜັນຂະຫຍາຍບັ້ນຈຸດສຸມຕ້ານການຂຸດຄົ້ນ IUU. ເຮືອຫາປາແຕ່ລະລຳ, ກັບຕັນແຕ່ລະຄົນລ້ວນແຕ່ ໄດ້ສ້າງເອກະສານຄຸ້ມຄອງ, ອຸປະກອນຕິດຕາມວິວັດການເດີນທາງໄດ້ກວດກາ, ຕິດຕາມກວດກາເປັນປະຈຳ ແລະ ລາຍງານຕາມປະຈຳອາທິດ. ທ່ານພັນຕີ ຫງວຽນວັນເຕິບ, ຮອງຫົວໜ້າຕຳຫຼວດຕາແສງ ລາຍີ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສ້າງກຸ່ມໄປກວດກາຢັ້ງຢືນ ແລະ ສ້າງບັນຊີລາຍຊື່ຂໍ້ມູນກ່ຽວກັບບັນດາເຈົ້າຂອງກຳປັ່ນ, ຜູ້ຂັບກຳປັ່ນ, ກັບຕັນ ແລະ ຜູ້ອອກແຮງງານໃນບັນດາກຳປັ່ນ. ມີກຳປັ່ນທັງໝົດ 1.158 ລຳໄດ້ຢັ້ງຢືນໃນລະບົບ VNeID.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top