ພວກຂ້າພະເຈົ້າໄດ້ພົບກັບທ່ານ Lee Hyuk ທີ່ງານສຳມະນາ “ການເຊື່ອມຕໍ່ວິສາຫະກິດ ຫວຽດນາມ-ສ ເກົາຫຼີ ໃນຂົງເຂດກົນຈັກ ແລະ ຫັນເປັນອັດຕະໂນມັດ” ໂດຍ ສູນ ອາຊຽນ-ສ ເກົາຫຼີ ສົມທົບກັບສະມາຄົມອຸດສາຫະກຳສຳຮອງ ຫວຽດນາມ (ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ) ຈັດຕັ້ງຢູ່ ຮ່າໂນ້ຍ. ທີ່ເຫດການດັ່ງກ່າວ, ຜ່ານການຊ່ວຍເຫຼືອຂອງສູນ ອາຊຽນ-ສ ເກົາຫຼີ, ບັນດາວິສາຫະກິດ ຫວຽດນາມ ພ້ອມກັບວິສາຫະກິດ 11 ແຫ່ງມາຈາກ ສ ເກົາຫຼີ ໄດ້ມີການຮ່ວມມືດ້ານການຄ້າ.
ຕາມທ່ານ Lee Hyuk ແລ້ວ, ສູນວັດທະນະທຳ ອາຊຽນ-ສ ເກົາຫຼີ ໄດ້ມີຫຼາຍການເຄື່ອນໄຫວເພື່ອຊຸກຍູ້ການພົວພັນ, ຮ່ວມມື, ການເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສ ເກົາຫຼີ ກັບບັນດາປະເທດ ອາຊຽນ, ພິເສດ ໃນນັ້ນ ມີຂົງເຂດລົງທຶນດ້ານການຄ້າຂອງ ຫວຽດນາມ. ເພື່ອຫຼຸດຜ່ອນຄວາມບໍ່ສະເໝີກັນໃນການຊັ່ງຊານຳເຂົ້າ-ສົ່ງອອກ, ເພິ່ນພ້ອມກັບເພື່ອນຮ່ວມງານຂອງສູນ ມີການຊ່ວຍເຫຼືອໃຫ້ແກ່ບັນດາວິສາຫະກິດທີ່ມີການລົງທຶນຢູ່ ຫວຽດນາມ ຢ່າງຕັ້ງໜ້າ.
ທາງສູນໄດ້ມີການຈັດຕັ້ງບັນດາການພົບປະ ແລະ ເວທີປາໄສທີ່ກ່ຽວຂ້ອງ ໃນຂົງເຂດການຄ້າຂອງສອງປະເທດ ສ ເກົາຫຼີ ແລະ ຫວຽດນາມ. ປິ 2018, ສູນ ອາຊຽນ-ສ ເກົາຫຼີ ໄດ້ຈັດຕັ້ງແຜນການເຊີນພະນັກງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄປ ສ ເກົາຫຼີ ເພື່ອຈັດຕັ້ງງານສຳມະນາ ແນະນຳ ກ່ຽວກັບນະໂຍບາຍ ການລົງທຶນກັບຕ່າງປະເທດຂອງ ຫວຽດນາມ.

ທ່ານ Lee Hyuk, ເລຂາທິການໃຫຍ່ສູນ ອາຊຽນ-ສ ເກົາຫຼີ. ພາບ: ແຄ໋ງລອງ

ທ່ານ Lee Hyuk ຮັບຫຼຽນກາທີ່ລະນຶກ “ເພື່ອຄວາມສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” ທີ່ ຫວຽດນາມ. ພາບ: ເອກະສານ

ທ່ານ Lee Hyuk ເຂົ້າຮ່ວມເວທີປາໄສ ການເຊື່ອມຕໍ່ ອາຊຽນ ຄັ້ງທີ 6 ເຊິ່ງໄດ້ຈັດຂຶ້ນຢູ່ ສ ເກົາຫຼີ, ເມື່ອເດືອນ ພະຈິກ 2018. ພາບ: ເອກະສານ

ທ່ານ Lee Hyuk ເຂົ້າຮ່ວມງານສຳມະນາ “ການເຊື່ອມຕໍ່ວິສາຫະກິດ ຫວຽດນາມ-ສ ເກົາຫຼີ ໃນຂົງເຂດກົນຈັກ ແລະ ຫັນເປັນອັດຕະໂນມັດ” ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ... ພາບ: ແຄ໋ງລອງ

... ແລະ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ ສຳນັກງານ ຂອງສະຖານທູດ ສ ເກົາຫຼີ ປະຈຳ ຫວຽດນາມ. ພາບ: ເອກະສານ

ທ່ານ Lee Hyuk ທີ່ງານສຳມະນາ “ການເຊື່ອມຕໍ່ວິສາຫະກິດ ຫວຽດນາມ-ສ ເກົາຫຼີ ໃນຂົງເຂດກົນຈັກ ແລະ ຫັນເປັນອັດຕະໂນມັດ” ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ, ເມື່ອເດືອນ ເມສາ 2019. ພາບ: ແຄ໋ງລອງ |
ໃນຖານະບົດບາດທີ່ເປັນເລຂາທິການໃຫຍ່ ສູນ ອາຊຽນ-ສ ເກົາຫຼີ, ທ່ານ Lee Hyuk ມີການປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ໃນຂົງເຂດວັດທະນະທຳ ແລະ ການພົບປະສ້າງສັນ ລະຫວ່າງປະຊາຊົນສອງປະເທດ. ສູນ ອາຊຽນ-ສ ເກົາຫຼີ ຍັງປະຕິບັດໂຄງການຍົກສູງຄວາມສາມາດການທ່ອງທ່ຽວ ໃຫ້ແກ່ຜູ້ທີ່ມີການເຄື່ອນໄຫວໃນຂົງເຂດການທ່ອງທ່ຽວ ແລະ ບໍລິການໂຮງແຮມຢູ່ ຫວຽດນາມ.
ກ່ອນທີ່ໄດ້ກາຍເປັນຜູ້ນຳຂອງອົງການຈັດຕັ້ງຫຼາຍຝ່າຍສາກົນໜຶ່ງ, ທ່ານ Lee Hyuk ເຄີຍໄດ້ເຮັດວຽກໃນຂະແໜງການຕ່າງປະເທດ ສ ເກົາຫຼີ ມາເປັນເວລາຫຼາຍປິ. ເພິ່ນເຄີຍຜ່ານຜ່າຫຼາຍຕຳແໜ່ງ, ຮັບຜິດຊອບຫຼາຍໜ້າທີ່ແຕກຕ່າງກັນຢູ່ກະຊວງການຕ່າງປະເທດ ສ ເກົາຫຼີ ກໍ່ຄືຢູ່ບັນດາອົງການຕ່າງໜ້າ ສ ເກົາຫຼີ ປະຈຳຢູ່ຕ່າງປະເທດ. ໃນນັ້ນ ຍີ່ປຸ່ນ, ຟິລິບປິນ ແລະ ຫວຽດນາມ ເປັນ 3 ປະເທດ ມີຄວາມສະໜິດຕິດພັນກັບເພິ່ນຫຼາຍກວ່າໝູ່.

ທ່ານ Lee Hyuk ພ້ອມກັບຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃນການເຊຍທີມຊາດ ຫວຽດນາມ ໄວອາຍຸ 23 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຢູ່ AFC Cup. ພາບ: ເອກະສານ

ທ່ານ Lee Hyuk ໃນການເຊຍທີມຊາດ ຫວຽດນາມ ໄວອາຍຸ 23 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຢູ່ AFC Cup ເຊິ່ງໄດ້ຈັດຕັ້ງ
ຢູ່ສະໜາມກິລາແຫ່ງຊາດ ໝີ໋ດິ່ງ. ພາບ: ເອກະສານ

ທ່ານ Lee Hyuk ເຂົ້າຮ່ວມງານວາງສະແດງເຄື່ອງປັ້ນດິນເຜົາ ສ ເກົາຫຼີ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ
ສາຍພົວພັນທາງດ້ານການທູດ ສ ເກົາຫຼີ-ຫວຽດນາມ. ພາບ: ເອກະສານ

ທ່ານ Lee Hyuk ມອບຫຼຽນກາທີ່ລະນຶກ ໃຫ້ແກ່ຜູ້ຄົນທີ່ມີການ
ປະກອບສ່ວນ ເພື່ອພາລະກິດແລກປ່ຽນວັດທະນະທຳ ສອງປະເທດ. ພາບ: ເອກະສານ

ທ່ານ Lee Hyuk ຊອກຮູ້ວິທີການຕີຄ້ອງຂອງເຜົ່າ ເອເດ ເນື່ອງໃນໂອກາດໄປປະຕິບັດງານຢູ່ແຂວງ ດັກລັກ... ພາບ: ບຸ່ນຟອງ

... ແລະ ມາຢ້ຽມຢາມຕົວແບບຫົດນຳ້ໃຫ້ຕົ້ນ ກາເຟ ທີ່ບ້ານເລກ 7, ຕາແສງ ອີອາປາມ. ພາບ: ບຸ່ຍຟອງ |
ໃນເວລາເຮັດວຽກຢູ່ ຫວຽດນາມ ຂອງຕົນ, ທ່ານ Lee Hyuk ໄດ້ຮັບຜົນສຳເລັດໃນການຈັດຕັ້ງຫຼາຍເຫດການທີ່ກ່ຽວຂ້ອງເຖິງການພົວພັນທາງດ້ານການທູດລະຫວ່າງສອງປະເທດ ຫວຽດນາມ-ສ ເກົາຫຼີ ຄື: ລາຍການສະແດງດົນຕີ ສະເຫຼີມສະຫຼອງ25 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງດ້ານການທູດ ສ ເກົາຫຼີ-ຫວຽດນາມ ເມື່ອປີ 2017, ການຢ້ຽມຢາມ ຫວຽດນາມ ໃນ 2 ຄັ້ງຂອງທ່ານປະທານາທິບໍດີ ສ ເກົາຫຼີ Moon Jae-in ແມ່ນມາເຂົ້າຮ່ວມກອງປະຊຸມສຸດຍອດ APEC ທີ່ນະຄອນ ດ່າໜັງ ເມື່ອປີ 2017 ແລະ ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ເມື່ອເດືອນ ມີນາ 2018.
ທ່ານ Lee Hyuk ໃຫ້ຮູ້ວ່າ: “ສຳລັບຂ້າພະເຈົ້າ, ຫວຽດນາມ ມີຫຼາຍຄວາມໝາຍ ຍ້ອນນີ້ເປັນບ່ອນ ທີ່ຂ້າພະເຈົ້າມີອາຍຸປະຈຳ ການຄັ້ງສຸດທ້າຍໃນພາລະກິດການທູດດ້ວຍຖານະທີ່ເປັນພະນັກງານຂອງກະຊວງການຕ່າງປະເທດ ສ ເກົາຫຼີ.
ປີ 2019 ໄດ້ສ້າງຂີດໝາຍເປັນປີ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນອັນເປັນພິເສດລະຫວ່າງ ສ ເກົາຫຼີ-ອາຊຽນ, ສູນ ອາຊຽນ-ສ ເກົາຫຼີ ຈະປະຕິບັດຫຼາຍລາຍການເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ, ພິເສດແມ່ນກອງປະຊຸມສຸດຍອດ ສ ເກົາຫຼີ-ແມ່ນຳ້ຂອງ ຄັ້ງທຳອິດ ກັບບັນດາສະມາຊິກຂອງ ອາຊຽນ ແມ່ນ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ, ໄທ ແລະ ສ ເກົາຫຼີ. |