ປີ 2019, ຂະແໜງການທ່ອງທ່ຽວ ຫວຽດນາມ ສະແດງໃຫ້ ເຫັນສັນຍານທີ່ດີ, ແຕ່ຍັງມີຫຼາຍຂໍ້ຈໍາກັດ, ໃນກອງປະຊຸມຂັ້ນ ສູງ ດ້ານການທ່ອງທ່ຽວ ຫວຽດນາມ 2019 ຫາກໍ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງ ຮ່າໂນ້ຍ ໃນກາງເດືອນ ທັນວາ 2019 ເປັນສະ ຖານທ່ີເພື່ອໃຫ້ບັນດາຜູ້ຊ່ຽວຊານ, ນັກວິຊາການ, ນັກທຸລະ ກິດ ດ້ານການທ່ອງທ່ຽວ, ຜູ້ຈັດການ ໄດ້ປະກອບຄຳ ຄິດເຫັນ ເພື່ອການທ່ອງທ່ຽວ ຫວຽດນາມ ມີບາດຂະຫຍາຍຕົວ ຢ່າງ ກ້າວກະໂດດ ໃນຊຸມປີຈະມາເຖິງ.
ໃນ 11 ເດືອນຂອງປີ 2019, ຈຳນວນນັກທ່ອງທ່ຽວສາກົນ ມາ ຫວຽດນາມ ບັນລຸເກືອບ 16,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 15,4% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ, ໃນນັ້ນ ຈຳນວນນັກທ່ອງທ່ຽວຈາກ ອາຊີ-ປາຊີຟິກ ເພີ່ມຂຶ້ນປະມານ 6%, ອາຊີຕາເວັນອອກສ່ຽງໃຕ້ ເພີ່ມຂຶ້ນປະມານ 5%. ຄາດ ວ່າ ປີ 2019, ຈໍານວນທ່ອງທ່ຽວ ມາຫວຽດນາມຈະບັນລຸ 18 ລ້ານ ເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວ ບັນລຸໄດ້ 720.000 ຕື້ດົ່ງ, ບັນລຸເປົ້າໝາຍທີ່ລັດຖະບານວາງອອກ. ພື້ນຖານໂຄງລ່າງ ຂອງຂະແໜງການທ່ອງທ່ຽວ ກໍ່ໄດ້ຮັບ ຄວາມ ເອົາໃຈໃສ່, ລົງທຶນ, ຕອບສະໜອງໃຫ້ດີ ຕໍ່ຄວາມ ຮຽກຮ້ອງຕ້ອງການຂອງ ນັກທ່ອງທ່ຽວ, ເປັນຕົ້ນແມ່ນນັກ ທ່ອງທ່ຽວ ລະດັບສູງ.
ປີ 2019, ເຖິງວ່າ ຄວາມສາມາດໃນການແຂ່ງຂັນຂອງ ການ ທ່ອງທ່ຽວ ຫວຽດນາມ ຈະດີຂຶ້ນ, ແຕ່ຕົວຊີ້ວັດຫຼາຍຕົວເລກ ໄດ້ຫຼຸດລົງ ແລະ ຢູ່ໃນລະດັບຕໍ່າ. ຍັງມີຂໍ້ຈຳກັດຫຼາຍຢ່າງທ່ີ ຍັງ ຄ້າງຄາ ເພື່ອພັດທະນາການ ທ່ອງທ່ຽວ ຍັງບໍ່ທັນໄດ້ແກ້ ໄຂຢ່າງ ເຖິງຖອງ. ວຽກງານສົ່ງເສີມໂຄສະນາການ ທ່ອງທ່ຽວ ຍັງບໍ່ມີ ປະສິດທິຜົນ ຍ້ອນແຫຼ່ງ ຊັບພະຍາກອນ, ກົນໄກການ ເຄື່ອນໄຫວຍັງມີຂໍ້ຈຳກັດ, ຍັງບໍ່ທັນສ້າງຕັ້ງ ຫ້ອງການສົ່ງ ເສີມການທ່ອງທ່ຽວຢູ່ຕ່າງ ປະເທດ. ກອງທຶນຊ່ວຍເຫຼືອ ແລະ ພັດທະນາການທ່ອງທ່ຽວ ຍັງບໍ່ໄດ້ເປີດເຄື່ອນໄຫວ. ພື້ນຖານ ໂຄງລ່າງຢູ່ສະໜາມບິນ ຍັງບໍ່ທັນຕອບສະໜອງ ໄດ້ ການຂະ ຫຍາຍຕົວສູງ ດ້ານຈຳນວນນັກທ່ອງທ່ຽວ. ນະໂຍບາຍກ່ຽວ ກັບໜັງສືຜ່ານແດນ ຂອງ ຫວຽດນາມ ຍັງມີຂໍ້ຈຳກັດ ເມື່ອ ທຽບກັບ ສະຖານທີ່ ທ່ອງທ່ຽວຕ່າງໆ ຢູ່ປະເທດ ອື່ນໆ ຄື: ໄທ, ອິນໂດເນເຊຍ, ມາເລເຊຍ.

ວາລະສານ National Geographic ຂອງ ສ ອາເມລິກາ ໄດ້ ປະກາດ Top 28 ແຫຼ່ງທ່ອງທ່ຽວທີ່ຈັບໃຈທີສຸດ ໃນໂລກ ປະ ຈໍາ ປີ 2019. ໃນນັ້ນ ຫວ່າງລຽນເຊີນ ຖືກຈັດລຳດັບທີ 7/28 ແລະ ຖືກເລືອກໃຫ້ເປັນແຫຼ່ງທ່ອງທ່ຽວທີ່ຈັບ ໃຈທີສຸດໃນ ພາກ ພື້ນອາຊີຕາເວັນອອກສ່ຽງໃຕ້.

ຖະໜົນພາບແຕ້ມ ຝຸ່ງຮຶງ ໄດ້ດຶງດູດນັກທ່ອງທ່ຽວ ມາ ຮ່າ ໂນ້ຍ ເປັນຈຳນວນຫຼວງຫຼາຍ.

ອ່າວ ຮ້າລອງ (ແຂວງ ກວາງນິງ) ມີກໍາປັ່ນທ່ອງທ່ຽວກວ່າ 600 ລຳ ຮັບໃຊ້ນັກທ່ອງທ່ຽວ ໄປທ່ຽວຊົມທັດສະນີຍະພາບ ເທິງ ອ່າວ ຮ້າລອງ.

ວັດ ຕາມຈຸກ (ແຂວງ ຮ່ານາມ) ເປັນແຫຼ່ງທ່ອງທ່ຽວດ້ານ
ຈິດວິນຍານ ເຊິ່ງດຶງດູດນັກທ່ອງທ່ຽວມາຢ້ຽມຊົມ ເປັນຈຳນວນ ຫຼວງຫຼາຍ.

ການຟື້ນຟູ ບັນດາພິທີກໍາ ໃນພະລາຊະວັງ ເພື່ອ ດຶງດູດນັກ ທ່ອງທ່ຽວ ມາທ່ຽວຊົມເຂດຮ່ອງຮອຍປະຫວັດສາດ ກຸງເກົ່າ ເຫວ້.

ງານບຸນ ຖືກຈັດຢູ່ເທິງຈອມພູ ບ່ານ່າ (ນະຄອນ ດ່າໜັງ).

ບັນຍາກາດທີ່ຟົດຟື້ນໃນຍາມຄໍ່າຄືນ ຢູ່ຖະໜົນຄົນຍ່າງ ຫງວຽນເຫວ້ (ນະຄອນ ໂຮ່ຈີມິນ). |
ເພື່ອແກ້ໄຂບັນດາຂໍ້ຈຳກັດດັ່ງກ່າວ, ໃນການປະຊຸມຄົບ ຄະ ນະ, ເວທີປາໄສຂັ້ນສູງການທ່ອງທ່ຽວ ຫວຽດນາມ 2019 ໄດ້ ສຸມໃສ່ພິຈາລະນາໃນ 2 ຫົວຂໍ້ຫຼັກຄື: ໜຶ່ງ: ວິທີແກ້ໄຂ ເພື່ອ ເຮັດໃຫ້ຫວຽດນາມ ກາຍເປັນປະເທດ ທີ່ສວຍງາມ, ມີວັດທະ ນະທຳ ທ່ີໂດດເດັ່ນ, ປະຊາຊົນ ມີນໍ້າໃຈຮັກແຂກ ແພງຄົນ, ເພື່ອປັບປຸງການຈັດອັນດັບ ການທ່ອງທ່ຽວ ຫວຽດນາມ ໃນ ລະດັບໂລກໃຫ້ດີຂຶ້ນ. ສອງ: ສຸມໃສ່ການສ້າງສາຍພົວພັນ ແລະ ຄວາມ ສະໜິດຕິດພັນລະຫວ່າງການພັດທະນາຂະ ແໜງ ການບິນ ແລະ ພັດທະນາການທ່ອງທ່ຽວ ດ້ວຍຫຼາຍວິ ທີ, ລວມທັງວິທີແກ້ໄຂຂໍ້ຄົງຄ້າງດ້ານພື້ນຖານ ໂຄງລ່າງການ ບິນ, ຍົກສູງຄວາມສາມາດໃນການຕ້ອນຮັບ, ຄຸນນະພາບ ການບໍລິການ ຢູ່ບັນດາ ສະໜາມບິນ ເພື່ອສ້າງຄວາມ ສະ ດວກ ສະບາຍທີສຸດໃຫ້ ແກ່ນັກທ່ອງທ່ຽວ. ນີ້ແມ່ນບັນຫາສະ ເພາະຂອງປີ 2019 ເພື່ອສະເໜີແນວທາງແກ້ໄຂ ເພື່ອສ້າງ ຄວາມໝັ້ນໃຈ ແລະ ຄວາມດຶງດູດຂອງການ ທ່ອງທ່ຽວ ຫວຽດນາມ.
ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວັງວ່າ ບັນດາຫົວຄິດປະດິດສ້າງ, ການປະກອບສ່ວນຂອງບັນດາຜູ້ຊ່ຽວຊານ, ນັກລົງທຶນຍຸດທະສາດ, ນັກວິສາຫະກິດ ພາຍ ໃນ ແລະ ຕ່າງປະເທດ ໃນເວທີປາໄສຂັ້ນສູງ ການທ່ອງທ່ຽວ ຫວຽດນາມ ປີ 2019 ຈະສ້າງພະລັງໃໝ່ ໃຫ້ແກ່ຂະແໜງ ການທ່ອງທ່ຽວ, ຊອກຫາຊ່ອງທາງ, ວິທີປະຕິບັດທີ່ມີປະ ສິດ ທິຜົນ, ເໝາະກັບຄວາມເປັນຈິງ ເພື່ອຍົກສູງກໍາລັງຄວາມ ສາ ມາດ ແລະ ຄວາມສາມາດແກ່ງແຍ້ງຂອງການທ່ອງທ່ຽວ ຫວຽດນາມ.
ປີ 2019, ຫວຽດນາມ ໄດ້ອົງການຈັດຕັ້ງການທ່ອງທ່ຽວໂລກ (UNWTO) ຈັດຢູ່ໃນລະດັບທີ 6/10 ປະເທດ ບັນລຸຄວາມ ໄວ ຂະຫຍາຍຕົວນັກທ່ອງທ່ຽວຊັ້ນນຳຂອງໂລກ. ຫວຽດນາມ ຖືກເລືອກໃຫ້ເປັນຈຸດທ່ອງທ່ຽວຊັ້ນນຳອາຊີ; ຈຸດໝາຍປາຍ ທາງ ວັດທະນະທຳ ຊັ້ນນຳ ອາຊີ; ຈຸດທ່ອງທ່ຽວ ການກິນດື່ມ ຊັ້ນນຳ ອາຊີ; ໂຮ້ຍອານ ຖືກເລືອກ ໃຫ້ເປັນນະຄອນວັດທະ ນະທຳ ຊັ້ນນຳ ອາຊີ ແລະ ຫຼາຍໆ ລາງວັນ ໃນພິທີມອບລາງ ວັນ ການທ່ອງທ່ຽວໂລກ ປີ 2019. |
ບົດ: VNP ສັງລວມ - ພາບ: VNA