• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ເປີດກວ້າງການຮ່ວມມື ASEAN - ສ ເກົາຫຼີ

ສ ເກົາຫຼີ ຢືນຢັນວ່າ ອາຊຽນ (ASEAN) ເປັນຈຸດສຸມ ໃນ ນະໂຍບາຍ ຫັນສູ່ທິດໃຕ້ໃໝ່ ຂອງ ປະທານາທິບໍດີ Moon Jae-in, ສະໜັບສະໜູນ ອາຊຽນ ເສີມຂະຫຍາຍ ບົດບາດເປັນໃຈກາງ ໃນ ຂະບວນການຮ່ວມມື ແລະ ເຊື່ອມຕໍ່ ພາກພື້ນ. ຖະແຫຼງການນີ້ ຊຶ່ງ ສ ເກົາຫຼີ ໄດ້ສະເໜີ ຢູ່ກອງປະຊຸມ ຂອງ ຄະນະກຳມະການ ຮ່ວມມື ອາຊຽນ-ສ ເກົາຫຼີ (AKJCC) ຊຶ່ງ ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2019 ທີ່ ນະຄອນຫຼວງ ຈາກາກຕາ ປະເທດ ອິນໂດເນເຊຍ. 
ໃນບົດຂຽນໃໝ່ ທີ່ຫາກໍສົ່ງຂຶ້ນເວັບ Asia News Network, ປະທານາທິບໍດີ ສ ເກົາຫຼີ Moon Jae-in ໄດ້ຢືນຢັນວ່າ ສ ເກົາຫຼີ ຈະພ້ອມກັບ 10 ປະເທດສະມາຊິກ ອາຊຽນ ຊຸກຍູ້ຢ່າງແຂງແຮງ ການພົວພັນຮ່ວມມື ໃນຫຼາຍຂົງເຂດ, ໃນນັ້ນ ມີວິທະຍາສາດ ແລະ ເຕັກໂນໂລຊີ ທີ່ທັນສະໄໝ, ເຕັກໂນໂລຊີ ຂ່າວສານ ແລະ ໂທລະຄົມມະນາຄົມ, ການຄົມມະນາຄົມ, ພະລັງງານ ແລະ ອຸດສາຫະກຳ ປ້ອງກັນຊາດ... ແນໃສ່ເປີດອະນາຄົດ ທີ່ ວັດທະນາຖາວອນ ແລະ ສັນຕິພາບໃຫ້ທົ່ວພາກພື້ນ. 

ປີ 2019, ລັດຖະບານ ສ ເກົາຫຼີ ໄດ້ປະກອບສ່ວນ ທົບສອງເທົ່າ ໃຫ້ແກ່ກອງທຶນ ຮ່ວມມື ດ້ານເສດຖະກິດ ອາຊຽນ-ສ ເກົາຫຼີ (AKEC) ຂຶ້ນເຖິງ 14 ລ້ານ ໂດລາສະຫະລັດ. 
ແຕ່ປີ 2017, ລັດຖະບານ ຂອງ ປະທານາທິບໍດີ ສ ເກົາຫຼີ Moon Jae-in ໄດ້ປະກາດຢ່າງເປັນທາງການ “ນະໂຍບາຍ ຫັນສູ່ທິດໃຕ້ ໃໝ່” ຊຶ່ງເປັນໜຶ່ງໃນບັນດາຂໍ້ລິເລີ່ມ ກ່ຽວກັບການພົວພັນກັບຕ່າງ ປະເທດທີ່ສຳຄັນ ແນໃສ່ເປີດກວ້າງ ການຮ່ວມມື ດ້ານການທູດ ແລະ ເສດຖະກິດ ລະຫວ່າງ ສ ເກົາຫຼີ ກັບບັນດາປະເທດ ບ້ານໃກ້ ເຮືອນຄຽງໃນ ອາຊີ. ຕາມນັ້ນ ນະໂຍບາຍ ສ ເກົາຫຼີ ອີງໃສ່ສາມ ປັດໃຈ ຕົ້ນຕໍຄື: ປະຊາຊົນ, ວັດທະນາຖາວອນ ແລະ ສັນຕິພາບ. ບັນດານັກຊ່ຽວຊານ ສ ເກົາຫຼີ ໄດ້ໃຫ້ຂໍ້ ສັງເກດວ່າ ການທີ່ ສ ເກົາຫຼີ ໃຫ້ບູລິມະສິດ ຊຸກຍູ້ການພົວພັນ ກັບ ອາຊຽນ ແມ່ນການເລືອກເຟັ້ນ ທີ່ຖືກຕ້ອງ, ຍ້ອນນີ້ແມ່ນ ພາກພື້ນ ມີທ່າໄດ້ປຽບຫຼາຍຢ່າງ ກ່ຽວກັບດ້ານການເມືອງ, ຄວາມສາມາດບົ່ມຊ້ອນ ໃນການ ຈະເລີນເຕີບໂຕ ແລະ ມີແຫຼ່ງຊັບພະຍາກອນ ທີ່ອຸດົມສົມບູນ. 


ສະມາຄົມ ຊາວ ຫວຽດນາມ ຢູ່ ສ ເກົາຫຼີ ຈັດຕັ້ງ ງານເທດ ສະການ ວັດທະນະທຳ ຫວຽດນາມ ທີ່ ເຂດຈະຕຸລັດ Gwanghwamun ຢູ່ໃຈກາງ
ນະຄອນຫຼວງ ເຊອູນ (ສ ເກົາຫຼີ) ເມື່ອເດືອນ ກັນຍາ 2018. ພາບ: ແມ້ງຮຸ່ງ/VNA



ງານວາງສະແດງການຄ້າ ທີ່ວາງສະແດງ ບັນດາຜະລິດຕະພັນ ເຄື່ອງໄມ້ ແລະ ເຄື່ອງເຟີນີເຈີ ຂອງ 7 ປະເທດສະມາຊິກ ຂອງ ອາຊຽນ ໄດ້ໄຂຂຶ້ນ ທີ່ສູນວາງສະແດງ KINTEX I
ຢູ່ນະຄອນ Ilsan, ແຂວງ Gyeonggi, ສ ເກົາຫຼີ ໂດຍສູນ ອາຊຽນ-ສ ເກົາຫຼີ ປະສານສົມທົບ ກັບວະຫະພັນອຸດສາຫະກຳເຄື່ອງໄມ້ ສ ເກົາຫຼີ ຈັດຕັ້ງ. ພາບ: ຫືວຕວຽນ/VNA



ຫວ່າງແລ້ວນີ້, ທີ່ຫ້ອງວາງສະແດງສິລະປະກຳ(ຮ່າໂນ້ຍ, ສະມາຄົມວິຈິສິນ Kiro ສ ເກົາຫຼີ ແລະ ສະມາຄົມວິຈິດສິນ ຫວຽດນາມ ໄດ້ຈັດພິທີໄຂ ງານວາງສະແດງ ພົບປະສັງສັນສິລະປະກໍາສາກົນ ສ ເກົາ ຫຼີ-ຫວຽດນາມ. ມີ 116 ຜົນການປະດິດແຕ່ງ ຂອງ ບັນດານັກ ສິລະປິນ ສ ເກົາຫຼີ ແລະ ຫວຽດນາມ ໄດ້ແນະນຳ ສູ່ຊາວ ນະຄອນຫຼວງ ຮ່າໂນ້ຍ.
ໃນພາບ: ນັກສິລະປິນ ເຈິ່ນແຄ໋ງເຈືອງ, ປະທານ ສະມາຄົມວິຈິດສິນ ຫວຽດນາມ ມອບຂອງຂວັນ ເປັນທີ່ລະນຶກ ໃຫ້ແກ່ສະມາຄົມ ວິຈິດສິນ Kiro ຂອງ ສ ເກົາຫຼີ. ພາບ: ແທ່ງດາດ/VNA



ວັນທີ 25 ມີນາ 2019, ບໍລິສັດໜຶ່ງສະມາຊິກ ຕໍ່ກຳປັ່ນ ຟ່າຮຶ່ງ (ເທດສະບານ ມິງດຶກ, ເມືອງ ຖຸຍງວຽນ, ນະຄອນ ຫາຍຟ່ອງ) ໄດ້ມອບກຳປັ່ນເຊື້ອນຳ້ມັນ/ທາດເຄມີ
ບັນທຸກ 6.500 ໂຕນ, ເຄື່ອງໝາຍ BS03, ໃສ່ຊື່ YN GWANGYANG ສົ່ງອອກໄປຍັງ ສ ເກົາຫຼີ. ພາບ: ຕ໋ວນຟານ/VNA



ການຜະລິດສິ້ນສ່ວນຍ່ອຍເຄື່ອງເອເລັກໂຕຣນິກ ທີ່ບໍລິສັດ Doosung Tech ຫວຽດນາມຈຳກັດ (100% ທຶນ ຂອງ ສເກົາ ຫຼີ), ທີ່ເຂດອຸດສາຫະກຳ ເລືອງເຊີນ (ແຂວງ ຮ່ວາບິ່ງ).
ພາບ: ແຢງລາມ/VNA



ລາຍການສະແດງສິລະປະມູນເຊື້ອ ລະຫວ່າງ ແຂວງ ດັກລັກ ແລະ ແຂວງ Jeollabuk (ສ ເກົາຫຼີ) ພາຍໃຕ້ຫົວຂໍ້ “ທຳນອງມິດຕະພາບ” ຊຶ່ງນອນຢູ່ໃນຂອບເຂດ
ງານເທດສະການກາເຟ ບວນມາຖວດ ຄັ້ງທີ 7 ປີ 2019. ພາບ: ຕ໋ວນແອງ/VNA



ສະຖານທູດ ສ ເກົາຫຼີ ປະຈຳ ຫວຽດນາມ ປະສານສົມທົບ ກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງ “ຄືນດົນຕີ ຫວຽດນາມ-ສ ເກົາຫຼີ ຂຳ່ນັບຮັບຕ້ອນປີໃໝ່ 2019”.
ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນ, ຫົວໜ້າກອງດົນຕີ Chung Chi Yong, ນັກຮ້ອງສຽງ Soprano ທີ່ມີຊື່ສຽງ Sunyoung seo ແລະ ວົງດົນຕີປະສານສຽງ ສ ເກົາຫຼີ. ພາບ: ແທງຕຸ່ງ/VNA



ພິທີໄຂສັບປະດາເລີ່ມຕົ້ນທຸລະກິດ ອາຊຽນ-ສ ເກົາຫຼີ ໄດ້ຈັດ ຂຶ້ນ ທີ່ນະຄອນ Seongnam-si, ແຂວງ Gyeonggi (ສ ເກົາ ຫຼີ) ໃນເດືອນ ກັນຍາ 2018. ນີ້ແມ່ນ ການເຄື່ອນໄຫວ
ໂດຍ ສູນອາຊຽນ-ສ ເກົາຫຼີ ແລະ ສູນປ່ຽນແປງໃໝ່ ແລະ ເສດຖະກິດ ປະດິດສ້າງ ແຂວງ Gyeonggi (GCCEI) ປະສານ ສົມທົບຈັດຕັ້ງ ແນໃສ່ ຊຸກຍູ້ ຂະບວນການເລີ່ມຕົ້ນ ທຸລະກິດ
ໃນຂົງເຂດ ເຕັກໂນໂລຊີ ຂ່າວສານ-ສື່ມວນຊົນ (ICT) ຢູ່ ບັນດາປະເທດ ອາຊຽນ. ພາບ: ແມ້ງຮຸ່ງ/VNA



ກຸ່ມບໍລິສັດ Samsung ແນະນຳຜະລິດຕະພັນໃໝ່ Galaxy S10 ທີ່ຕະຫຼາດ ຫວຽດນາມ. ພາບ: ຕ໋ຽນລືກ/VNA

ສ ເກົາຫຼີ ຕີລາຄາສູງ ບົດບາດ ແລະ ການສະໜັບສະໜູນ ຂອງ ອາຊຽນ ຕໍ່ ຄວາມຄືບໜ້າ ການເຈລະຈາສັນຕິພາບ ແລະ ເຮັດ ໃຫ້ ແຫຼມເກົາຫຼີ ປອດອາວຸດນີວເຄລຍ, ພິເສດແມ່ນການພົບປະ ຂອງ ປະມຸກລັດ ສອງປະເທດ ສ ອາເມລິກາ-ສປປ ເກົາຫຼີ ທີ່ໄດ້ ຈັດຂຶ້ນໃນມໍ່ນີ້ ຢູ່ ສິງກະໂປ (2018) ແລະ ຫວຽດນາມ (2019). ອາຊຽນ ຢືນຢັນສະໜັບສະໜູນ ບັນດາຄວາມພະຍາຍາມໃນ ການພົບປະສົນທະນາ ເພື່ອເຮັດໃຫ້ແຫຼມ ເກົາຫຼີ ປອດຈາກ ອາ ວຸດນີວເຄລຍ ໂດຍສັນຕິວິທີ. 
ໃນຊຸມປີຜ່ານມາ, ສ ເກົາຫຼີ ໄດ້ໃຫ້ການສະໜັບສະໜູນ ອາຊຽນ ໃນການກໍ່ສ້າງ ປະມວນກົດລະບຽບ ການປະພຶດຕໍ່ ຢູ່ທະເລ ຕາເວັນອອກ (COC) ຢູ່ສະເໝີ. ພ້ອມກັນນັ້ນ ໃຫ້ຄຳໝັ້ນໝາຍ ເຂົ້າຮ່ວມ ຢ່າງຕັ້ງໜ້າ ແລະ ປະກອບສ່ວນ ໃນບັນດາກົນໄກ ແລະ ເວທີປາໄສ ຮ່ວມມືພາກພື້ນ ທີ່ສຳຄັນ ຂອງ ອາຊຽນ ເຊັ່ນ: ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS), ເວທີປາໄສ ຄວາມສະຫງົບພາກພື້ນ ອາຊຽນ (ARF), ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+), ເວທີປາໄສທະເລ ອາຊຽນ ເປີດກວ້າງ (EAMF).

ບັນດາປະເທດ ອາຊຽນ ໄດ້ສະແດງຄວາມຊົມເຊີຍ ຕໍ່ “ນະໂຍ ບາຍ ຫັນສູ່ທິດໃຕ້ໃໝ່” ຂອງ ສ ເກົາຫຼີ ແລະ ເນັ້ນໜັກວ່າ ສ ເກົາຫຼີ ເປັນໜຶ່ງໃນບັນດາຄູ່ຮ່ວມມື ທີ່ໃກ້ຊິດ ແລະ ສຳຄັນແຖວໜ້າ ຂອງ ອາຊຽນ.

ຈຸດສຸມທີ່ພົ້ນເດັ່ນ ໃນການພົວພັນ ອາຊຽນ-ສ ເກົາຫຼີ ແມ່ນການ ພົວພັນ ຫວຽດນາມ-ສ ເກົາຫຼີ. ປັດຈຸບັນ, ສ ເກົາຫຼີ ເປັນນັກລົງ ທຶນຕ່າງປະເທດລາຍໃຫຍ່ທີສຸດ ຢູ່ ຫວຽດນາມ ດ້ວຍຍອດມູນຄ່າ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນ ໄລ່ ເຖິງ ເດືອນ ຕຸລາ 2018 ມີປະມານ 65 ຕື້ ໂດລາສະຫະລັດ ກັບ ກວ່າ 7000 ໂຄງການ. ປັດຈຸບັນ ສ ເກົາຫຼີ ເປັນຄູ່ຮ່ວມມືດ້ານ ການຄ້າ ໃຫຍ່ທີສອງຂອງ ຫວຽດນາມ ແລະ ຫວຽດນາມ ເປັນຄູ່ ຮ່ວມມືດ້ານການຄ້າໃຫຍ່ທີສີ່ ຂອງ ສ ເກົາຫຼີ.


ສັນຍາການຄ້າເສລີ ຫວຽດນາມ-ສ ເກົາຫຼີ ມີຜົນສັກສິດ ແຕ່ ເດືອນ ທັນວາ 2015 ໄດ້ປະກອບສ່ວນຊຸກຍູ້ ການຄ້າສອງຝ່າຍ. ປັດຈຸບັນ ສ ເກົາຫຼີ ເປັນປະເທດ ສະໜອງການຊ່ວຍເຫຼືອ ພັດທະນາ ທາງການ (ODA) ຫຼາຍອັນດັບທີສອງ ໃຫ້ແກ່ ຫວຽດນາມ, ດ້ວຍຈຳນວນທຶນ 1,5 ຕື້ ໂດລາສະຫະລັດ ແຕ່ປີ 2016-2020.
ການພົບປະແລກປ່ຽນວັດທະນະທຳ ລະຫວ່າງ ປະຊາຊົນ ສອງ ຊາດ ຫວຽດນາມ-ສ ເກົາຫຼີ ກໍມີການພັດທະນາ ຢ່າງກວ້າງຂວາງ ບົນພື້ນຖານ ສອງຝ່າຍມີພື້ນຖານວັດທະນະທຳ ແລະ ປະຫວັດ ສາດ ທີ່ຄ້າຍຄືກັນ.


ສ ເກົາຫຼີ ເປັນຄູ່ຮ່ວມມືການຄ້າ ແລະ ເປັນນັກລົງທຶນ ໂດຍກົງ ໃຫຍ່ທີຫ້າ ຂອງ ອາຊຽນ. ໄລ່ຮອດທ້າຍປີ 2017, ວົງເງິນການຄ້າ ສອງສົ້ນ ອາຊຽນ-ສ ເກົາຫຼີ ບັນລຸ 152,5 ຕື້ ໂດລາສະຫະລັດ, ປີ 2018 ບັນລຸ ກວ່າ 160 ຕື້ ໂດລາສະຫະລັດ ແລະ ຍອດທຶນ FDI ເຂົ້າ ອາຊຽນ ແມ່ນ 5,3 ຕື້ ໂດລາສະຫະລັດ ໂດຍຜ່ານບັນດາ ຂອບເຂດຮ່ວມມື ເຊ່ັນ: ສັນຍາການຄ້າເສລີ ອາຊຽນ-ສ ເກົາຫຼີ (AFFTA) ແລະ ແຜນການເຄື່ອນໄຫວ, ສອງຝ່າຍ ກຳລັງສູ້ຊົນ ບັນລຸເປົ້າໝາຍ 200 ຕື້ ໂດລາສະຫະລັດ ໃນປີ 2020. 

ບົດ: VNP ສັງລວມ - ພາບ: VNA

 

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ນີ້ແມ່ນການຢືນຢັນ ຂອງ ບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ASEAN ໃນກອງປະຊຸມສຸກເສີນພິເສດ ຈັດຂຶ້ນໂດຍປະເທດ ມາເລເຊຍ ເຊິ່ງເປັນປະທານ ASEAN ໃນປີ 2025 ຜ່ານລະບົບທາງໄກ ເພື່ອຕອບສະໜອງຕໍ່ເຫດການແຜ່ນດິນໄຫວ ຢ່າງຮຸນແຮງຂະໜາດ 7.7 ຣິກເຕີ ທີ່ເຮັດໃຫ້ສັ່ນສະເທືອນປະເທດ ມຽນມາ ແລະ ໄທ ເມື່ອວັນທີ 28 ມີນາ.

Top