• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດ ຫວຽດນາມ ນອນໃນ Top 50 ລະບົບນິເວດ startup ທົ່ວໂລກ

ຕາມບົດລາຍງານດັດຊະນີລະບົບນິເວດ Startup ທົ່ວໂລກ 2026 ຂອງ StartupBlink, ຫວຽດນາມ ໄດ້ເລື່ອນຂຶ້ນ 5 ຂັ້ນ, ຢືນອັນດັບທີ 50 ຂອງໂລກ, ເຊິ່ງເປັນການຈັດຢູ່ໃນອັນດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ.
  ສູນ​ນະ​ວັດ​ຕະ​ກຳແຫ່ງ​ຊາດ ຫວຽດ​ນາມ (ພາບ​ປະ​ກ​ອບ: NIC)  

ບົດ​ລາຍ​ງານ​ດັດ​ຊະ​ນີ​ລະ​ບົບ​ນິ​ເວດ Startup ທົ່ວ​ໂລກ 2026 (Global Startup Ecosystem Index 2026) ໂດຍ StarupBlink ​ປະ​ກາດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ລະ​ບົບ​ນິ​ເວດ Startup ປະ​ດິດ​ຄິດ​ສ້າງ​ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ແຮງ ນັບ​ທັງ​ການ​ຈັດ​ອັນ​ດັບ ແລະ ລະ​ດັບ​​ຄວາມ​ໄວ​ຂອງການ​ພັດ​ທະ​ນາ. ລະ​ອ​ຽດ​ແມ່ນ, ຫວຽດ​ນາມ ເລື່ອນ​ຂຶ້ນ 5 ຂັ້ນ, ຢືນ​ອັ​ນ​ດັບ​ທີ 50 ຂອງ​ໂລກ, ເຊິ່ງ​ແມ່ນ​ອັນ​ດ​ັບ​ສູງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ບົດ​ລາຍ​ງານ​ຕີ​ລ​າ​ຄາ​ວ່າ ຫວຽດ​ນາມ ນອນ​ໃນ​ກຸ່ມ​ປະ​ເທດ​ມີ​ລະ​ດັບ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ພົ້ນ​ເດັ່ນ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ຈັດ​ອັນ​ດັບ​ແຕ່ 21 – 50 ທົ່ວ​ໂລກ.

StarupBlink ໃຫ້​ຂໍ້​ສັງ​ເກດ​ວ່າ ກຸ່ມ​ປະ​ເທດ​ຈັດ​ອັນ​ດັບ​ແຕ່ 21 – 50 ແມ່ນ​ພາກ​ພື້ນ​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຂອງ​ຕະ​ຕາ​ລາງ​ຈັດ​ອັ​ນ​ດັບ​ທົ່ວ​ໂລກ, ດ້ວຍ​ລະ​ດັບ​​ຄວາມ​ໄວ​ໃນ​ການພັດ​ທະ​ນາ​ສູງກວ່າ​ຫຼາຍ​ພໍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ກຸ່ມ​ນຳ​ໜ້າ.

(ແຫຼ່ງຄັດຈາກ VOV)

ພັດທະນາອຸດສາຫະກຳວັດສະດຸຕາມທິດສີຂຽວ, ຍືນຍົງ, ເປັນເຈົ້າຕົນເອງ

ພັດທະນາອຸດສາຫະກຳວັດສະດຸຕາມທິດສີຂຽວ, ຍືນຍົງ, ເປັນເຈົ້າຕົນເອງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມອບໃຫ້ຄະນະພັກລັດຖະບານ ຊີ້ນຳ, ນຳພາການຄົ້ນຄວ້າຍຸດທະສາດພັດທະນາອຸດສາຫະກຳວັດສະດຸ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045, ປະກາດໃຊ້ໃນເວລາໄວທີ່ສຸດ.

Top