ລາຍການ ຫວຽດນາມ ມີກຽດສະຫງ່າ 2025 ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນໄດ້ດຳເນີນໃນຕອນຄ່ຳວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ.
ທ່ານ ຫງວຽນຈ້ອງເຫງ້ຍ ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ມອບສັນຍາລັກກຽດວະຫງ່າ ໃຫ້ແກ່ ໝູ່ຄະນະດີເດັ່ນ
ປີນີ້, ລາຍການໄດ້ເຊີດຊູ 19 ໝູ່ຄະນະ, ສ່ວນບຸກຄົນທີ່ເປັນແບບຢ່າງດີເດັ່ນ, ວິສາຫະກິດ, ນັກທຸລະກິດມີຜົນງານດີເດັ່ນພິເສດໃນຂະບວນການແຂ່ງຂັນຮັກຊາດ, ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ, ປະກອບສ່ວນປຸກລຸກຈິດໃຈແຫ່ງຄວາມຫວັງບືນຕົວຂຶ້ນ, ບືນຕົວໄປໄກຂອງ ຫວຽດນາມໃນສັງກາດເຊື່ອມໂຍງ ແລະ ພັດທະນາ. ຢັ້ງຢືນບັນດາໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການເຊີດຊູປະຈຳປີແມ່ນບັນດາຜູ້ຕາງໜ້າໃຫ້ແກ່ລຸ້ນຄົນຜູ້ອອກແຮງງານ ຫວຽດນາມ ລຸ້ນຄົນທີ່ມີຄຸນນະທາດ, ເປັນມືອາຊີບ, ມີຄວາມຮັບຜິດຊອບ, ປ່ຽນແປງໃໝ່, ທ່ານ ຫງວຽນຈ້ອງເຫງ້ຍ ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງສະເໜີວ່າ:
ຂ້າພະເຈົ້າຮຽກຮ້ອງໃຫ້ອົງຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດທຸກຂັ້ນ, ບັນດາໝູ່ຄະນະ, ອົງການສື່ມວນຊົນສືບຕໍ່ແຜ່ກະຈາຍບັນດາຄຸນຄຸ່າອັນດີງາມຂອງແຕ່ລະໝູ່ຄະນະ, ສ່ວນບຸກຄົນ, ແຕ່ລະຄອບຄົວ. ຈົ່ງແມ່ນແປວໄຟໜປຸກລຸກຈິດໃຈຮັກສາ, ຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເຊື່ອມໂຍງສາກົນ.
(ແຫຼ່ງຄັດຈາກ VOV)