• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າໜົມ ຖົ່ວຂຽວ ຣົ່ງວ່າງ

ແຕ່ໃດໆ ມາ ເຂົ້າໜົມຖົ່ວຂຽວ ຣົ່ງວ່າງ (ມັງກອນຄໍາ) ຢູ່ແຂວງ ຫາຍ ເຢືອງ ໄດ້ຮັບຄວາມນິຍົມຊົມຊອບ, ເປັນທ່ີໄວ້ວາງໃຈ ຈາກລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ ແລະ ເບື້ອງຫຼັງ ຂອງ ປະເພດ ເຂົ້າໜົມ ທີ່ຫອມແຊບນີ້ ກໍມີເລື່ອງລາວ ຄວາມເປັນມາ ຂອງມັນ. 
ຕາມເລື່ອງເລົ່າສືບທອດກັນມາວ່າ ເວລາເຈົ້າຊີວິດ ບ່າວດ້າຍ (1925-1945) ໄປກວດກາສະພາບການຢູ່ທ້ອງຖິ່ນ ຜ່ານແຂວງ ຫາຍເຢືອງ, ປະຊາຊົນ ຢູ່ແຫ່ງນີ້ ໄດ້ຖະຫວາຍ ປະເພດເຂົ້າໜົມ ທີ່ເຮັດຈາກ ຖົ່ວຂຽວ. ຫຼັງຈາກຊີມ ເຂົ້າໜົມ ທີ່ເປັນຜະລິດຕະພັນ ພິເສດ ຂອງ ທ້ອງຖິ່ນ, ເຈົ້າຊີວິດ ບ່າວດ້າຍ ຮູ້ສຶກໄດ້ນ້ຳຈິດນຳ້ໃຈ ຂອງປະຊາຊົນ ຢູ່ແຫ່ງນີ້້. ຫຼັງຈາກກັບຄືນລາຊະວັງ ເພິ່ນໄດ້ອອກ ພະລາຊະດຳລັດ ຍ້ອງຍໍ ເຂົ້າໜົມຖົ່ວຂຽວ ຫາຍເຢືອງ. ຢູ່ໃນ ພະລາ ຊະດຳລັດ ນັ້ນມີການພິມຮູບ “ຣົ່ງວ່າງ” ຊຶ່ງເປັນສັນຍະລັກ ສະແດງ ລິດທິອຳນາດ ຂອງເຈົ້າຊີວິດ. ນັບແຕ່ນັ້ນມາ, ເຂົ້າໜົມຖົ່ວຂຽວ ຫາຍ ເຢືອງ ມີຊື່ໃໝ່ວ່າ: “ເຂົ້າໜົມຖົ່ວຂຽວ ຣົ່ງວ່າງ”. ປັດຈຸບັນ, ຊື່ນີ້ຍັງ ເປັນ ເຄື່ອງໝາຍການຄ້າສະເພາະ ເພື່ອຈຳແນກ ກັບປະເພດ ເຂົ້າ ໜົມຖົ່ວຂຽວ ຢູ່ແຂວງອື່ນໆ ຂອງ ຫວຽດນາມ. 


ນຳຕານ ແລະ ໝາກຖົ່ວຂຽວເປັນວັດຖຸປະກອບທີ່ຈຳເປັນເພື່ອຜະລິດເຂົ້າໜົມຖົ່ວຂຽວ.


ເຂົ້າໜົມຖົ່ວຂຽວເປັນຜະລິດຕະພັນພິເສດຂອງເຂດດິນ ຫາຍເຢືອງ.

ເຂົ້າໜົມຖົ່ວຂຽວ ໄດ້ເຮັດມາຈາກ ວັດຖຸດິບ ທີ່ມີຢູ່ທົ່ວໄປເຊັ່ນ: ນຳ້ ຕານ, ຖົ່ວຂຽວ ແລະ ນຳ້ມັນໝູ. ບັນດານາຍຊ່າງຜູ້ມີສີມືດີ ຂອງ ໝູ່ ບ້ານອາຊີບ ເຮັດເຂົາໜົມຖົ່ວຂຽວ ໃຫ້ຮູ້ວ່າ ຄຸນຄ່າ ແລະ ຈຸດພິເສດ ຂອງ ເຂົ້າໜົມ ແມ່ນຢູ່ໃນບັນດາຂັ້ນຕອນ ເຮັດເຂົ້າໜົມ ສຸດທີ່ພິຖີພິ ຖັນ ຊຶ່ງຮຽກຮ້ອງ ຄວາມປານີດແນບນຽນ ແລະ ຄ່ອງແຄ້ວ ຂອງ ຜູ້ ເປັນນາຍຊ່າງ.

ນັກທ່ອງທ່ຽວ ເມື່ອມີໂອກາດໄປຜ່ານ ແຂວງ ຫາຍເຢືອງ ຕ່າງກໍມັກ ແວ່ເລືອກຊື້ ເຂົ້າໜົມຖົ່ວຂຽວ ເມືອເປັນຂອງຝາກຂອງຕ້ອນໃຫ້ ເພື່ອນສະໜິດ ມິດສະຫາຍ. ລົດຊາດທີ່ຫອມຫວານ ພໍກິນ ຂອງເຂົ້າ ໜົມ ພ້ອມກັບ ເລື່ອງລາວ ຄວາມເປັນມາ ຂອງມັນ ໄດ້ສ້າງ ຊື່ສຽງ ໃຫ້ກັບເຂົ້າໜົມ ກາ ຣົ່ງວ່າງ ເປັນເວລາເກືອບຮ້ອຍ ປີຜ່ານມາ.

 
ປະຕິບັດ: ແທງຢາງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top