• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າໜົມ ກ້ວຍຈືນ

ແຕ່ ໃດໆ ມາ ເຂົ້າໜົມກ້ວຍຈືນ ໄດ້ກາຍເປັນ ອາຫານວ່າງ ທີ່ໄດ້ຮັບຄວາມນິຍົມ ຈາກ ພວກນ້ອງໆ ນັກຮຽນ, ຍ້ອນລົດຊາດທ່ີຫວານກອບ ທີ່ເປັນເອກະລັກ ຊຶ່ງບໍ່ຄືກັນກັບເຂົ້າໜົມອື່ນໆ.
ບໍ່ພຽງແຕ່ເປັນອາຫານ ທ່ີຕ້ອງຮັບປະທານໃນເວລາທ້ອງວ່າງເທົ່ານັ້ນ, ເຂົ້າໜົມກ້ວຍຈືນ ຍັງເປັນ “ອາ ຫານ ແຫ່ງຄວາມຊົງຈຳ” ທີ່ບໍ່ສາມາດຫຼົງລືມ ຂອງ ສະໄໝເປັນນັກຮຽນ, ນັກສຶກສາ. ອັນແທ້ຈິງແລ້ວ,ການຮັບປະທານເຂົ້າໜົມກວ້ຍຈືນນີ້, ກ່ອນອື່ນທ່ານຈະຮູ້ຊອກເຖິງ ຄວາມຫວານກອບ ຂອງ ກ້ວຍຈືນ ປະສົມກັບກິ່ນຫອມ ຂອງໝາກພ້າວ ຊຶ່ງສ້າງຄວາມຈູງໃຈ ໃຫ້ຜູ້ຮັບປະທານ. 

ຫວນຄືນສະໄໝຍັງເປັນນັກຮຽນ, ແຕ່ລະມື້ ເມື່ອເລິກຮຽນ, ເມື່ອເຫັນລົດຂາຍ ເຂົ້າໜົມກ້ວຍຈືນ ປະກົດຢູ່ຕໍ່ໜ້າປະຕູໂຂງໂຮງຮຽນສົ່ງກິ່ນຫອມ ທ່ີຍັງຮ້ອນໆ ພວກນັກຮຽນ ກໍຫຼັ່ງອອກມາຊື້ຢ່າງມ່ວນຊື່ນ. ສ່ວນຜູ້ຂາຍມືຄີບເຂົ້າໜົມກ້ວຍຈືນ ທີ່ຍັງຮ້ອນ ຈາກໝໍ້ຂາງ ມອບໃຫ້ພວກເດັກນ້ອຍ ທັງໃຫ້ຄວາມຢ້ຽມຢາມຖາມຂ່າວ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ. ເປັນພາບທີ່ສວຍງາມ ເມື່ອໃດກໍ່ຕາມ ທ່ີເຮົາ ໄດ້ຊີມລົດຊາດ ທີ່ຫອມຫວານ ຂອງ ເຂົ້າໜົມກ້ວຍຈືນ ກໍພາໃຫ້ເຮົາຕ້ອງຄິດເຖິງ ຊ່ວງໜຶ່ງໃນອະດີດ ຜ່ານມາ.


ເຂົ້າໜົມກ້ວຍຈືນ ເປັນ ອາຫານວ່າງ ຢູ່ຕາມຖະໜົນ ທີ່ນັກທ່ອງທ່ຽວ ບໍ່ຄວນພາດ ເມື່ອມີໂອກາດມາຍັງ ໄຊງ່ອນ.


ເຂົ້າໜົມກ້ວຍຈືນ. ພາບ: ຫງວຽນລວນ
ປະຕິບັດ: ຫງວນລວນ
 

 

ຊາເອືອບດອກບົວ ໄຕໂຮ່ - ສິ່ງຍອດຍິ່ງ ຂອງ ຊາວ ຮ່າໂນ້ຍ

ຊາເອືອບດອກບົວ ໄຕໂຮ່ - ສິ່ງຍອດຍິ່ງ ຂອງ ຊາວ ຮ່າໂນ້ຍ

ໃນໃຈກາງນະຄອນຫຼວງ ຮ່າໂນ້ຍ, ມີຊາພິເສດ ຊະນິດໜຶ່ງ ທີ່ຖື ວ່າ ເປັນ “ສິ່ງລ້ຳຄ່າ" ຂອງ ວັດທະນະທຳ ຫວຽດນາມ ນັ້ນຄື ຊາ ເອືອບດອກບົວ ໄຕໂຮ່ (ໜອງໄຕ). ເຄື່ອງດື່ມຊະນິດນີ້ບໍ່ພຽງແຕ່ ມີລົດຊາດ ທີ່ລະອຽດອ່ອນເທົ່ານັ້ນ, ແຕ່ຍັງເຂັ້ນຂຸ້ນໄປດ້ວຍ ຈິດ ວິນຍານ ອັນສະຫງ່າງາມ, ຄວາມຄ່ອງແຄ້ວ ແລະ ຄວາມຮັກ ທຳ ມະຊາດ ຂອງ ຊາວ ຮ່າໂນ້ຍ.

Top