• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າປຸ້ນແກງສົ້ມກະປູ

ຢູ່ພາກເໜືອ, ເມື່ອອາກາດປ່ຽນຈາກລະດູບານໃໝ່ ເຂົ້າສູ່ ລະດູຮ້ອນ, ຄົນທັງຫຼາຍມັກຈະຊອກຫາອາຫານ ທີ່ເຢັນໆ ແລະ ໜຶ່ງໃນບັນດາລາຍການອາຫານທີ່ດຶງດູດໃຈ ຜູ້ຮັບປະທານ ນັ້ນແມ່ນເຂົ້າປຸ້ນແກງສົ້ມກະປູ.

ສ່ວນປະກອບຫຼັກຂອງລາຍການອາຫານ ເຂົ້າປຸ້ນ ແກງສົ້ມກະປູ ນັ້ນແມ່ນ ກະປູ. ວິ​ທະ​ຍາ​ສາດ​ ໄດ້​ພິ​ສູດ​ວ່າ​ ຊີ້ນກະ​ປູ​ແມ່ນ​ອຸ​ດົມ​ໄປດ້ວຍທາດບຳລຸງ, ​ຊ່ວຍ​ຫຼຸດ​ຜ່ອນ​   ນ​້​ໍ​າໜັກ​, ບໍາລຸງຫົວ​ໃຈ​​, ບໍາລຸງສາຍຕາ​​​ ແລະ​ ປ້ອງ​ກັນ​ການ​ເປັນ​ມະ​ເຮັງ​. 

ສ່ວນປະກອບເພື່ອການປຸງແຕ່ງລາຍການອາຫານ ເຂົ້າປຸ້ນ ແກງສົ້ມກະປູ ລວມມີ: ນຳ້ມັນກະປູຈືນ, ເຂົ້າປຸ້ນ, ເຄື່ອງເທດ ແລະ ຜັກຫອມທຸກຊະນິດ

ກະປູ ທີ່ເລືອກຈະຕ້ອງເປັນໂຕແມ່, ຂະໜາດປານກາງ, ຫຼັງຈາກນັ້ນ ລ້າງໃຫ້ສະອາດແລ້ວແກະອອງອອກ, ເອົາໄຂ່ ກະປູອອກແລ້ວ ຈຽວໄຂ່ກະປູ ກັບນໍ້າມັນ ແລະ ຜັກບົ່ວແຫ້ງ ໃຫ້ມີກິ່ນຫອມ. ສ່ວນຊີ້ນກະປູ ຈະຕຳໃສ່ຄົກ,  (ຫຼື ບົດດ້ວຍ ເຄື່ອງຈັກ ກໍໄດ້). ເອົາກະປູ ທີ່ຕຳແລ້ວ ລະລາຍກັບນ້ຳ ແລະ ກັ່ນຕອງເອົານໍ້າ,  ສ່ວນຄາບກະປູ ອອກ. ຈາກນັ້ນເອົານ້ຳນັ້ນ ໄປຕົ້ມຢູ່ເທິງເຕົາໄຟ, ຄົນໃຫ້ ສະເໝີ ຈົນເຖິງຊີ້ນກະປູລອຍ ແລະ ແຍກອອກຈາກ ນ້ຳແມ່ນໄດ້. ຊີ້ນກະປູສຸກ ແມ່ນໃສ່ລວມ ກັບໄຂ່ກະປູ ທີ່ໄດ້ຈຽວຫອມແລ້ວ. 

ສ່ວນນໍ້າຕົ້ມ ຈະໃຊ້ເປັນນໍ້າແກງ ຂອງ ລາຍການອາຫານ ເຂົ້າປຸ້ນແກງສົ້ມກະປູ (ອາດຈະໃຊ້ ຕື່ມນໍ້າຕົ້ມຂ້ຽວກັບກະ ດູກໝູ ເພື່ອເພີ່ມຄວາມນົວ). ໃສ່ເຄື່ອງປຸງເຂົ້ານຳ້ແກງໃຫ້ ພໍກິນ ແລ້ວຕື່ມໝາກເລັ່ນຜ່າເປັນປ່ຽງ ແລະ ຂີ້ສ່າເຂົ້າ ເພື່ອໃຫ້ ນຳ້ແກງກະປູມີສີສັນ ແລະ ລົດຊາດທີ່ດຶງດູດໃຈ. ເມື່ອ ຮັບປະທານ ຈະເອົາເຂົ້າປຸ້ນໃສ່ຖ້ວຍ, ລົງໄຂ່ ແລະ ຊີ້ນກະປູ, ໃບຜັກບົ່ວຊອຍ ແລະ ປ່ຽງໝາກເລ່ັນແລ້ວ ຖອກນຳ້ແກງ,  ຫຼັງສຸດ ແມ່ນຢາຍຜັກບົ່ວແຫ້ງຈຽວ ເລັກນ້ອຍຢູ່ເທິງ ແລ້ວ ຮັບປະທານ. 

ລາຍການອາຫານເຂົ້າປຸ້ນແກງສົ້ມກະປູ ກິນແກ້ມກັບ ຜັກ ຫອມທຸກຊະນິດ.  

ເຂົ້າປຸ້ນແກງສົ້ມກະປູ

ປະຕິບັດ: ແທງຢາງ - ແປໂດຍ: ບິກລຽນ

ເຂົ້າໜຽວຫ້າສີ - ສິ່ງຍອດຍິ່ງ ຂອງ ດິນແດນ ເມື່ອງຫຼໍ່

ເຂົ້າໜຽວຫ້າສີ - ສິ່ງຍອດຍິ່ງ ຂອງ ດິນແດນ ເມື່ອງຫຼໍ່

ເຂົ້າໜຽວຫ້າສີ ຢູ່ ເມື່ອງຫຼໍ່ (ແຂວງ ອຽນບ໋າຍ) ມັກໄດ້ຮັບການ ປຸງແຕ່ງ ໃນໂອກາດງານບຸນປະເພນີ ອັນເປັນມູນເຊື້ອ ຜ່ານນັ້ນ ສະ ແດງ ເຖິງຄວາມປາຖະໜາ ຂອງ ຜູ້ຄົນ ທີ່ຢາກໄດ້ ຄວາມຮັກແພງ, ນັ້ນຄື: ຄວາມກະຕັນຍູ, ຄວາມຮັກແມ່, ນັບຖືພໍ່ ຂອງ ລູກຫຼານ, ໂດຍສະເພາະ ແມ່ນຄວາມປາຖະໜາ ກ່ຽວກັບຄວາມສັດຊື່່ບໍລິສຸດ ລະຫວ່າງ ບ່າວສາວ, ຜ່ານນັ້ນຂໍພອນສິ່ງທີ່ດີໆ ແລະ ຈົບງາມ ມາຍັງ ໝູ່ບ້ານ ຂອງຕົນ. 

Top