• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າຈີ່ 25

ຮ່າໂນ້ຍ ມີຮ້ານເຂົ້າຈີ່ຫຼາຍຮ້ານ ທີ່ມີຊື່ສຽງ ດ້ວຍລາຄາ ທ່ີແຕກ ຕ່າງກັນໄປ, ແຕ່ສາມັນຊົນທົ່ວໄປ ເຖິງ ລາຄາແພງກໍມີ. ຊຶ່ງໃນ ນີ້ມີ ຮ້ານເຂົ້າຈີ່ 25 ເປັນສະຖານທີ່ໆ ນັກທ່ອງທ່ຽວສາກົນ ມັກ ມາຊີື້ ເພື່ອລອງກິນ ຈັກຄັ້ງໜຶ່ງ. 
ເມື່ອອ່ານຢູ່ເທິງອິນເຕີເນັດ ແລະ ມີການຕີລາຄາທີ່ດີ ຂອງ ຜູ້ທີ່ ເຄີຍມາຮັບປະທານ ຢູ່ຮ້ານຂາຍເຂົ້າຈີ່ 25. ຍ້ອນຄວາມຢາກ ຮູ້ຢາກເຫັນ, ຂ້າພະເຈົ້າໄດ້ ຕັດສິນໃຈ ມາຍັງຮ້ານເຂົ້າຈີ່ນີ້ ເພື່ອລອງ ຊື້ກິນ ຈັກຄັ້ງໜຶ່ງ. ໃນເວລາປະມານ ສອງຊົ່ວໂມງ ນັ່ງຢູ່ຮ້ານ, ຂ້າພະເຈົ້າ ມີຄວາມຕົກຕະລຶງ ເມື່ອເຫັນ ຜູ້ທີ່ມາ ລຽນແຖວຊື້ ເຂົ້າຈີ່ຢູ່ທີ່ນີ້ ເກືອບທັງໝົດເປັນຄົນຕ່າງປະເທດ.

ນາງ Malan, ນັກທ່ອງທ່ຽວຕ່າງ ປະເທດໄດ້ໃຫ້ຮູ້ວ່າ: “ເມື່ອມາ ທ່ຽວ ຮ່າໂນ້ຍ, ຂ້າພະເຈົ້າ ໄດ້ຊອກຮູ້ ຂໍ້ມູນ ກ່ຽວກັບ ສະຖານ ທີ່ຫຼິ້ນ ແລະ ອາຫານການກິນ ຂອງ ນະຄອນແຫ່ງນີ້ ຢູ່ເທິງ ໜ້າເວັບໄຊ TripAdvisor. ຍ້ອນມີຫຼາຍຄຳແນະນຳທີ່ດີ ກ່ຽວ ກັບ ຮ້ານເຂົ້າຈີ່ນີ້, ເພາະສະນັ້ນ ຂ້າພະເຈົ້າ ຢາກລອງມາຊີມ ຈັກຄັ້ງໜຶ່ງ. ນີ້ແມ່ນເທື່ອທຳອິດ ຂ້າພະເຈົ້າຮັບປະທານ ເຂົ້າຈີ່ ຢູ່ຄຸ້ມເມືອງບູຮານ ຂອງ ຮ່າໂນ້ຍ, ຂ້າພະເຈົ້າເຫັນວ່າ ລົດຊາດ ຂອງ ເຂົ້າຈີ່ ຢູ່ຮ້ານນີ້ ແຊບກວ່າ ຢູ່ບັນດາຮ້ານ ເຂົ້າຈີ່ ອື່ນໆ ທີ່ ຂ້າພະເຈົ້າເຄີຍກິນມາ”.



ຮ້ານເຂົ້າຈີ່ 25 ຢູ່ ເຮືອນເລກທີ 25 ຄຸ້ມຖະໜົນ ຮ່າງກ໋າ ຊຶ່ງເປັນສະຖານທີ່ດຶງດູດນັກທ່ອງທ່ຽວທີ່ມາເປັນຈຳນວນຫຼວງຫຼາຍ.  


ວັດຖຸປະກອບໄດ້ຮັບປະກັນ ຫຼັກອະນາໄມ ດ້ານໂພ ສະນາການ ກ່ອນເຖິງມືຜູ້ຮັບປະທານ.


ວັດຖຸປະກອບໄດ້ນຳໃຊ້ເປັນໃຈຂອງເຂົ້າ ຈີ່ກໍມີຄວາມອຸດົມຫຼາກຫຼາຍທີສຸດ. ນີ້ກໍແມ່ນໜ່ຶງໃນບັນດາປັດໄຈ ດຶງດູດນັກທ່ອງທ່ຽວມາຍັງຮ້ານນີ້. 


ສົ່ງເຂົ້າຈີ່ໄປເຖິງມືລູກຄ້າ. 


ບັນຍາກາດໃນຮ້ານເຂົ້າຈີ່ 25. 


ເຂົ້າຈີ່ ຂອງ ຮ້ານເຂົ້າຈີ່ 25. 

ທ່ານ ດົ່ງລິງເຟືອງ, ເຈົ້າຂອງ ຮ້ານເຂົ້າຈີ່ 25 ໃຫ້ຮູ້ວ່າ: ຕາມ ທຳມະດາ, ຊາວ ຮ່າໂນ້ຍ ເຄີຍໃຊ້ ປາເຕ, ໄສ້ກອກ ແລະ ຊີ້ນ ເປັນໃຈຂອງເຂົ້າຈີ່. ແຕ່ສຳລັບ ຮ້ານເຂົ້າຈີ່ 25 ກໍມີຄວາມແຕກ ຕ່າງ, ນັ້ນແມ່ນໃຊ້ ອາຫານ ຫຼາຍເຍື່ອງ ຫຼາຍແນວ ທີ່ແຕກຕ່າງ ກັນເປັນໃຈ, ຊຶ່ງຕອບສະໜອງ ຄວາມຕ້ອງການ ທີ່ ຕ່າງກັນ ຂອງ ຄົນທັງຫຼາຍ.

ດ້ວຍລາຄາຂາຍແຕ່ 25.000-35.000 ດົ່ງ/ກ້ອນ, ລູກຄ້າ ສາມາດ ເປັນເຈົ້າຂອງ ເຂົ້າຈີ່ທ່ີມີໃຈແຕກຕ່າງກັນໄປ ຕາມໃຈມັກ ເຊັ່ນ: ລວມມິດ, ປາເຕ, ໄຂ່, ຊີ້ນໄກ່... ຊໍ້າບໍ່ໜຳ ຍັງມີໃຈສຳລັບ ຜູ້ມັກກິນເຈ ອີກດ້ວຍ.

 
ເຂົ້າຈີີ່ 25
ທີ່ຢູ່: ເລກທີ 25 ຄຸ້ມຖະໜົນ ຮ່າງກ໋າ, ເລກທີ 60 ຄຸ້ມຖະໜົນ ຫຼໍ່ແຣ່ນ
ໂທລະສັບ: 097 766 88 95
ເວັບໄຊ: http://banhmi25.net/
Fanpage: https://www.facebook.com/banhmi25/
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top