ເຫດແຜ່ນດິນໄຫວມີຄວາມເລິກປະມານ 28 ກມ, ດ້ວຍຈຸດເກີດແມ່ນໃກ້ກັບນະຄອນ Mazar-i-Sharif ແລະ ເທດສະບານເມືອງ Khulm, ຂຶ້ນກັບແຂວງ Balkh.
                            ເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີ (ພາບ: Google maps)
ເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີ ເກີດຂຶ້ນໃນຕອນເຊົ້າວັນທີ 03 ພະຈິກ ໃກ້ກັບນະຄອນ Mazar-i-Sharif, ເຊິ່ງແມ່ນໜຶ່ງໃນບັນດາເຂດຕົວເມືອງໃຫຍ່ທີ່ສຸດຢູ່ທາງພາກເໜືອ ອາບການິດສະຖານ, ຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ. ຕາມອົງການສຳຫຼວດທໍລະນີສາດ ອາເມລິກາ (USGS), ເຫດແຜ່ນດິນໄຫວມີຄວາມເລິກປະມານ 28 ກມ, ດ້ວຍຈຸດເກີດແມ່ນໃກ້ກັບນະຄອນ Mazar-i-Sharif ແລະ ເທດສະບານເມືອງ Khulm, ຂຶ້ນກັບແຂວງ Balkh. USGS ຄາດຄະເນວ່າ, ເຫດແຜ່ນດິນໄຫວນີ້ອາດຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງ ແລະ ອາດຈະເຮັດໃຫ້ມືນັບຮ້ອຍຄົນເສຍຊີວິດ.
ປະຈຸບັນ, ຍັງບໍ່ທັນມີຂໍ້ມູນກ່ຽວກັບຄວາມເສຍຫາຍພາຍຫຼັງເຫດແຜນດິນໄຫວ, ແຕ່ລະບົບກ່າວເຕືອນໄດ້ກ່າວເຕືອນລະດັບສີສົ້ມ, ໝາຍຄວາມວ່າຄວາມເສຍຫາຍດ້ານຊີວິດອິນຊີ ແລະ ເສດຖະກິດແມ່ນຮ້າຍແຮງ.
                        
                        
                            (ແຫຼ່ງຄັດຈາກ VOV)