• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຮ່າໂນ້ຍ ມຸ່ງໄປເຖິງວັນບຸນທົ່ວປວງຊົນໄປປ່ອນບັດເລືອກຕັ້ງ

ໃນຊຸມວັນຕົ້ນເດືອນ ມີນາ, ຢູ່ທົ່ວທຸກແຫ່ງຫົນຖະໜົນສາຍຕ່າງໆຂອງນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍສີແດງຂອງທຸງຊາດ, ປ້າຍຄຳຂວັນ ແລະ ປ້າຍໂຄສະນາ ມຸ່ງໄປເຖິງວັນບຸນທົ່ວປວງຊົນໄປປ່ອນບັດເລືອກຕັ້ງ ວັນທີ 15 ມີນາ 2026. ຈາກບັນດາເສັ້ນທາງຢູ່ເຂດໃຈກາງຕະຫຼອດຮອດແຕ່ລະເຂດຊຸມຊົນ, ວຽກງານການກະກຽມໃຫ້ແກ່ເຫດການການເມືອງສຳຄັນນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ, ສ້າງບັນຍາກາດທີ່ເຄັ່ງຂຶມ ແຕ່ກໍເຕັມໄປດ້ວຍຄວາມພາກພູມໃຈ.

(ແຫຼ່ງຄັດຈາກ VOV)

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top