• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຮ່າໂນ້ຍ ພັດທະນາ ລະບົບຫາແຫຼ່ງທີ່ມາ ຂອງຜະລິດຕະພັນກະເສດ

ປັດຈຸບັນ, ຂະແໜງກະສິກຳ ຮ່າໂນ້ຍ ໄດ້ໜູນຊ່ວຍ ແລະ ສະໜອງ 7.771 ບັນຊີ ທີ່ນຳໃຊ້ລະຫັດ QR code ໃຫ້ແກ່ 2.746 ຮາກຖານທີ່ເປັນສະຫະກອນ, ຮາກຖານຜະລິດ, ປຸງແຕ່ງ, ຫຸ້ມຫໍ່ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນຳ້ ທີ່ ໄດ້ມາດຕະຖານ ກ່ຽວກັບ ຄວາມປອດໄພ ດ້ານ ສະບຽງອາຫານ ເຂົ້າສູ່ ລະບົບຊອກຫາແຫຼ່ງທີ່ມາ ຂອງ ຜະລິດຕະພັນ. ສິ່ງດັ່ງກ່າວ ບໍ່ພຽງແຕ່ສ້າງເງື່ອນໄຂ ອຳນວຍ ຄວາມສະດວກ ໃຫ້ແກ່ ບັນດາ ອົງການຄຸ້ມຄອງ ແຫ່ງລັດ ຄຸ້ມຄອງ ຄຸນນະພາບ ໄດ້ເທົ່ານັ້ນ, ຫາກຍັງ ຜູ້ບໍລິໂພກ ແລະ ວິສາຫະກິດ ກໍ່ໄດ້ ຮັບຜົນປະໂຫຍດ ຈາກແຫຼ່ງທີ່ມາ ຂອງ ຜະລິດຕະພັນໄດ້ ຊັດເຈນ ອີກດ້ວຍ. 
ເບິ່ງໃນແງ່ ເປັນຜູ້ຜະລິດ, ທ່ານ ຮວ່າງວັນຂາມ, ອຳນວຍການ ສະຫະກອນ ຜັກ, ໝາກໄມ້ ປອດສານພິດ ຈຸກເຊີນ (ເທດສະ ບານ ຈຸກເຊີນ, ເມືອງ ເຈືອງໝີ໋) ໃຫ້ຮູ້ວ່າ ພາຍຫຼັງປະຕິບັດ ການຊອກຫາ ແຫຼ່ງທີ່ມາ ຂອງ ຜະລິດຕະພັນ ມາເປັນເວລາ 2 ປີ, ຜະລິດຕະພັນ ຂອງ ສະຫະກອນ ໄດ້ຮັບການ ຕີລາຄາສູງ ຈາກ ຄູ່ຮ່ວມມື ແລະ ຜູ້ບໍລິໂພກ ກ່ຽວກັບ ຄຸນນະພາບ. ປັດຈຸບັນ, ສະຫະກອນໄດ້ສະໜອງຜັກ, ໝາກໄມ້ ປອດສານພິດ 720 ໂຕນ/ປີ  ໃຫ້ແກ່ຕະຫຼາດ. ແຕ່ລະມື້, ຫຼັງຈາກທີ່ເກັບມາ, ຜັກຈະ ໄດ້ນຳເຂົ້າສາງ ເພື່ອຈຳແນກ ປະເພດ, ປຸງແຕ່ງ ໃນຂັ້ນຕົ້ນ ແລະ ຕິດລະຫັດ ຊອກຫາ ແຫຼ່ງທີ່ມາ. ພິເສດ, ການນຳໃຊ້ລະບົບສື່ສານ ເອເລັກໂຕນິກ, ນຳໃຊ້ລະຫັດ QR Code ເພື່ອຮູ້ໄດ້ເຖິງ ແຫຼ່ງກຳເນີດຂອງ ຜະລິດຕະພັນ ຍັງຍົກສູງຄວາມຮູ້, ສະຕິ, ຄວາມຮັບຜິດຊອບ ຂອງປະຊາຊົນ ໃນການຜະລິດ ອອກມາຜະລິດຕະພັນ ປອດສານພິດ ເພື່ອຮັບໃຊ້ໃຫ້ແກ່ຜູ້ບໍລິໂພກ. 


ຜະລິດຕະພັນ ໝາກເຂືອຫໍາມ້າ ຂອງສະຫະກອນ ວັນ ດຶກ (ຢາເລີມ-ຮ່າໂນ້ຍ) ໄດ້ນຳໃຊ້ລະຫັດ QR Code ເພື່ອ ຮູ້ໄດ້ ເຖິງ ແຫຼ່ງກຳເນີດຂອງ ຜະລິດຕະພັນ. ພາບ: VNP


ເຂດປູກຜັກປອດສານພິດແຕ່ລະແຫ່ງຢູ່ ຮ່າໂນ້ຍ ລ້ວນ ແຕ່ໄດ້ປັກປ້າຍ ເພື່ອຂຽນຊື່ເຈົ້າຂອງ, ວັນ ເດືອນ ປູກຜັກ ແລະ ຂໍ້ຄວາມ “ຄວາມປອດໄພແຕ່ສວນ, ຮູ້ໄດ້ເຖິງຄອບຄົວ ແຕ່ລະຄົນ”. ພາບ: VNP



ສະຫະກອນ ຜັກປອດສານພິດ ຈຸກເຊີນ ຢູ່ ເມືອງ ເຈືອງ ໝີ໋, ຮ່າໂນ້ຍ ໄດ້ຈຳແນກປະເພດຜັກ ແລະ ຫຸ້ມຫໍ່, ຕິດສະ ແຕມ ກ່ອນທີ່ຈຳໜ່າຍອອກສູ່ຕະຫຼາດ. ພາບ: VNP


ນິຄົມລ້ຽງ ກະຕ່າຍ ຂອງທ່ານ ຝຸ່ງວັນຕວ່ານ ທີ່ ເຊີນໄຕ. ພາບ: VNP






ສັດລ້ຽງເອົາຊີ້ນຄື: ໄກ່, ງົວ ນະຄອນ ຮ່າໂນ້ຍ ໄດ້ ຕິດຕາມຢ່າງເຄັ່ງຄັດ ນັບແຕ່ຂັ້ນຕອນເລືອກແນວພັນ ເຖິງ ຂັ້ນຕອນ ຈຳໜ່າຍອອກສູ່ຕະໜາດ. ພາບ: VNP


ໝາກສົ້ມໂອ ນາມເຟືອງຕຽນ (ເມືອງ ເຈືອງໝີ໋, ຮ່າໂນ້ຍ) ໄດ້ຈຳແນກປະເພດ, ຕິດສະແຕມ ກ່ອນເອົາໄປຈຳໜ່າຍ. ພາບ: VNP


ຊຸມປີມໍ່ໆ ມານີ້, ໜໍ່ໄມ້ ຝຣັ່ງ ໄດ້ປູກຕາມມາດຕະຖານ
VietGap ພວມສ້າງລາຍຮັບສູງໃຫ້ແກ່ປະຊາຊົນ ຢູ່ຕາແສງ ຮົ່ງຖາຍ, ເມືອງ ຝູ໋ຊວຽນ, ຮ່າໂນ້ຍ. ພາບ: VNP


ຜູ້ບໍລິໂພກ ນໍາໃຊ້ ໂທລະສັບ ສະມາດໂພນ ເພື່ອ ຊອກ ຫາ ແຫຼ່ງທີ່ມາ ຂອງ ຜະລິດຕະພັນ ກະເສດ ຮ່າໂນ້ຍ. ພາບ: VNP

ເບິ່ງໃນແງ່ ເປັນຜູ້ບໍລິໂພກ, ທ່ານນາງ ຫງວຽນທິຮ່ຽນ (ບ້ານ ວັນກວານ, ເມືອງ ຮ່າດົງ) ໃຫ້ຮູ້ວ່າ ນີ້ແມ່ນວຽກເຮັດທີ່ຈຳເປັນເພື່ອປົກປັກຮັກສາ ສິດຜົນປະໂຫຍດ ຂອງ ຜູ້ບໍລິໂພກ. ຍິ່ງກວ່ານັ້ນ, ເວລາຕິດລະຫັດ, ຜູ້ບໍລິໂພກ ສາມາດນຳໃຊ້ ໂທລະສັບ ສະມາດໂພນ ເພື່ອຊອກຫາ ແຫຼ່ງທີ່ມາ ຂອງ ຜະລິດຕະພັນ ກ່ຽວກັບ: ສະຖານທີ່ຜະລິດ, ຜູ້ຜະລິດ, ຊື່ ຂອງ ຜັກ, ລາຄາ ແລະ ວັນໝົດອາຍຸການນຳໃຊ້. ພິເສດ, ເລື່ອງ ດັ່ງກ່າວ ຈະຫຼີກລ້ຽງໄດ້ ສະພາບຂອງປອມ, ເຄື່ອງຮຽນແບບທີ່ ໄດ້ຂາຍຢູ່ຕະຫຼາດ. 

ເບິ່ງໃນແງ່ ເປັນຜູ້ຄຸ້ມຄອງ, ທ່ານນາງ ຫງວຽນທິທູຮັ່ງ, ຮອງ ຫົວໜ້າ, ຜູ້ຮັບຜິດຊອບສາຂາຄຸ້ມຄອງຄຸນນະພາບ ຜະລິດ ຕະ ພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນຳ້ ຮ່າໂນ້ຍ ໃຫ້ຮູ້ ວ່າ ການນໍາໃຊ້ລະຫັດ QR Code ໃນການຊອກຫາແຫຼ່ງທີ່ມາ ຂອງ ຜະລິດຕະພັນກະເສດ,  ເຄື່ອງປ່າຂອງດົງ ແລະ ສິນໃນ ນຳ້, ຜູ້ຜະລິດ ແລະ ວິສາຫະກິດຈຳໜ່າຍຜະລິດຕະພັນ ຕ້ອງ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການ ປູກລ້ຽງ, ເກັບກ່ຽວ, ຮັກ ສາ ແລະ ຂົນສົ່ງສະບຽງອາຫານ ຢ່າງເຄັ່ງຄັດ. 

ທ່ານ ຕ້າວັນເຕື່ອງ, ຮອງອຳນວຍການ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໃຫ້ຮູ້ວ່າ ແຕ່ນີ້ໄປ ເຖິງທ້າຍ ປີ 2020, ຂະແໜງກະສິກໍາ ຈະສືບຕໍ່ຊ່ວຍເຫຼືອ ວິສາຫະກິດຂະ ໜາດນ້ອຍ ແລະ ກາງ, ຮາກຖານການຜະລິດ ແລະ ຄ້າຂາຍ ຜະລິດຕະພັນ ທ່ີໄດ້ເຂົ້າຮ່ວມກຸ່ມ, ຮ່ວມມືໃນການຜະລິດ, ປຸງ ແຕ່ງໃນຂັ້ນຕົ້ນ, ຈຳໜ່າຍຜະລິດຕະພັນການກະເສດ ທີ່ນໍາໃຊ້ ລະຫັດ QR Code ໃນການຊອກຫາແຫຼ່ງທີ່ມາຂອງ ຜະລິດ ຕະພັນ. 

ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮັກສາ ແລະ ພັດທະນາ ລະບົບຄຸ້ມຄອງ, ຊອກຫາແຫຼ່ງທີ່ມາ ຂອງ ຜະລິດຕະພັນກະ ເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ຂອງ ນະຄອນ ຮ່າໂນ້ຍ, ບັນດາລະບົບຄຸ້ມຄອງ ຕະຫຼາດຂາຍສົ່ງ, ຕະຫຼາດ ຂາຍຍ່ອຍ, ຕະຫຼາດການຄ້າເອເລັກໂຕນິກ ຂາຍ ຜະລິດຕະພັນກະເສດ ປອດສານພິດ, ຜະລິດຕາມ ຕ່ອງໂສ້, ຊອກຫາ ໄດ້ແຫຼ່ງທີ່ມາ, ຜະລິດຕະພັນ ໄດ້ເຂົ້າຮ່ວມ ໃນ ໂຄງການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ. 

ບົດ: QD - ພາບ: VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top