ໃນ 6 ເດືອນຕົ້ນປີ 2026, ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 18 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ພິທີຕ້ອງຮັບແຂກທ່ອງທ່ຽວຜູ້ທີ 5 ລ້ານມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ ປີ 2026 (ພາບ: VNA)
ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງຂະແໜງທ່ອງທ່ຽວ ຫວຽດນາມ, ຕອນບ່າຍວັນທີ 07 ກໍລະກົດ, ຢູ່່ທ່າອາກາດສະຍານສາກົນ ໂນ້ຍບາຍ (ຮ່າໂນ້ຍ), ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດພິທີຕ້ອງຮັບແຂກທ່ອງທ່ຽວຜູ້ທີ 5 ລ້ານມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ ປີ 2026.
ແຂກທ່ອງທ່ຽວສາກົນຜູ້ທີ 5 ລ້ານມາ ຮ່າໂນ້ຍແມ່ນທ່ານນາງ Maria Del Mar
Piñas Piñas, ສັນຊາດ ແອັດສະປາຍ, ຫົວໜ້າຄະນະແຂກທ່ອງທ່ຽວລວມມີ 19 ຄົນມາ ຫວຽດນາມ ຕາມລາຍການທ່ອງທ່ຽວທີ່ແກ່ຍາວເປັນເວລາ 16 ວັນ. ຄະນະເລີ່ມເດີນທາງຈາກ Madrid, ຜ່ານແດນຢູ່ ໂດຮາ (ກາຕາ) ກ່ອນທີ່ຈະລົງຈອດຢູ່ສະໜາມບິນ ໂນ້ຍບາຍ ໃນຕອນບ່າຍວັນທີ 07 ກໍລະກົດ.
ພາຍຫຼັງຢ້ຽມຢາມ ຮ່າໂນ້ຍ, ຄະນະແຂກທ່ອງທ່ຽວ ແອັດສະປາຍ ສືບຕໍ່ເດີນທາງໄປຄົ້ນຫາຢູ່ຫຼາຍທ້ອງຖິ່ນທີ່ມີຊື່ສຽງຢູ່ ຫວຽດນາມ, ຄື: ຊາປາ, ນິງບິ່ງ, ອ່າວຮະລອງ, ເຫ້ວ, ດ່ານັ້ງ, ໂຮ້ຍອານ (ດ່ານັ້ງ) ແລະ ນະຄອນ ໂຮ່ຈີມິນ. ທ່ານ ເຈິ່ນຈຸງຮຽວ, ຮອງຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ແຂກທ່ອງທ່ຽວຜູ້ທີ 5 ລ້ານມາຈາກ ເອີລົບ, ສັນຊາດ ແອັດສະປາຍ ໄດ້ຕ້ອນຮັບໃນວັນທີ 07 ກໍລະກົດ ແມ່ນຄວາມປິຕິຊົມຊື່ນຂອງນະຄອນ ຮ່າໂນ້ຍ. ພວກຂ້າພະເຈົ້າປາດຖະໜາວ່າ ບັນດາແຂກທ່ອງທ່ຽວທີ່ໄດ້ເລືອກເອົາ ຮ່າໂນ້ຍ ແມ່ນສະຖານທີ່ເລີ່ມຕົ້ນ ຈະມີບັນດາການປະພຶດຢ່າງເລິກເຊິ່ງ, ກວ້າງຂວາງຢູ່ ຫວຽດນາມ. ຫວັງວ່າ, ແຂກທ່ອງທ່ຽວຈະສືບຕໍ່ເລືອກເອົາ ຫວຽດນາມ ແລະ ກັບຄືນມາ ຫວຽດນາມ ໃນໄລຍະຈະມາເຖິງ”.
ໃນ 6 ເດືອນຕົ້ນປີ 2026, ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 18 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ສະເພາະຈຳນວນແຂກທ່ອງທ່ຽວສາກົນໄດ້ເພີ່ມຂຶ້ນເກືອບ 27%.
(ແຫຼ໋ງຄັດຈາກ VOV)