• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ຮູບແບບຈຳລອງ ການເຮັດອາຫານ ແບບດັ້ງເດີມ ທ່ີຜະລິດຈາກ ດິນດາກ

ນັກສິລະປິນແຕ້ມພາບ 3D ຫງວຽນເຕິ໋ນດາດ ໄດ້ໃຊ້ດິນດາກ ເພື່ອ ປະດິດສ້າງ ບັນດາລາຍການອາຫານ ທີ່ເປັນເອກະລັກ ຂອງ ພາກ ເໜືອ - ພາກກາງ - ພາກໃຕ້ ຢ່າງມີຊີວິດຊີວາ ໃນແຕ່ລະສ່ວນທຸກໆ ລາຍລະອຽດເລັກໆ ນ້ອຍໆ. 
ເລີ່ມຈາກເພື່ອນຄົນໜຶ່ງ ຢູ່ຕ່າງປະເທດ ບໍ່ສາມາດກັບມາ ຫວຽດນາມ ໃນໂອກາດບຸນເຕັດ, ຢາກອາໄສ ທ່ານ ດາດ ເຮັດຮູບຈຳລອງ ລາຍ ການອາຫານມູນເຊື້ອ ຂອງ  ຫວຽດນາມ ສົ່ງໄປໃຫ້, ທັງນີ້ເພື່ອ ໃຫ້ ລູກຫຼານ ໄດ້ສຶກສາ ແລະ ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ອາຫານການກິນ ມູນເຊື້ອ ໃນໂອກາດປີໃໝ່ປະຈຳຊາດ ຫວຽດນາມ. ຍິ່ງກວ່ານັ້ນ, ປີ ຜ່ານມາໄດ້ເກີດ ການແຜ່ລະບາດເຊື້ອໂຄວິດ - 19, ເປັນເລື່ອງຍາກ ທ່ີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະກັບຄືນມາບ້ານເກີດ ກິນກຸດ. ສິ່ງດັ່ງກ່າວ ຍິ່ງເຮັດໃຫ້ ທ່ານ ດາດ ມີແຮງຈູງໃຈ ຍິ່ງຂຶ້ນ ໃນ ການປະດິດຮູບຈຳລອງ ບັນດາລາຍການອາຫານໃນ ຄອບຄົວ ເພື່ອ ຮັກສາໄວ້ ຄຸນຄ່າມູນເຊື້ອຂອງຊາດ.

ທ່່ານ ດາດ ໄດ້ໃຊ້ເວລາ ກວ່າໜ່ຶງເດືອນ ເພື່ອປະດິດສ້າງພາເຂົ້າ ມູນ ເຊື້ອ 3 ພາ ລວມມີບັນດາລາຍການອາຫານມູນເຊື້ອ ທີ່ມັກໄດ້ປຸງ ແຕ່ງ ໃນຊຸມມື້ບັນດາສະມາຊິກໃນຄອບຄົວເຕົ້າໂຮມກັນ. ທ່ານໄດ້ ໃຊ້ ເວລາ ຊອກຮູ້ ກ່ຽວກັບ ວັດທະນະທຳ, ປະຫວັດສາດ ແລະ ບັນ ດາລາຍການອາຫານ ທີ່ເປັນເອກະລັກ ຂອງ ແຕ່ລະພາກ. ຕົວຢ່າງ: ຢູ່ພາກເໜືອ ມີລາຍການອາຫານ ໄກ່ຕົ້ມ ໂຮຍໃບໝາກນາວ, ເຂົ້າ ຕົ້ມ, ຢໍ່, ຊີ້ນກ້າມ; ພາກກາງ ນອກຈາກ ບັນດາລາຍການອາຫານ ທົ່ວໄປ ຈຳນວນໜຶ່ງ ຈະຂາດບໍ່ໄດ້ ແໜມສົ້ມ, ເຂົ້າຕົ້ມ ແຕັ໋ດ ແລະ ພາກໃຕ້ ມີຊີ້ນຕົ້ມເຄັມກັບໄຂ່, ແກງໝາກໄສ່ຍັດຊີ້ນ, ແຕງສົ້ມ...



ພາເຂົ້າປະຈຳວັນ ທີ່ເປັນເອກະລັກ ຂອງ ຄອບຄົວ ຫວຽດນາມ. 


ໄກ່ຕົ້ມ.


ເຂົ້າປຸ້ນ ເຄື່ອງທະເລ. 


ເຂົ້າປຸ້ນຫອຍ. 


ແກງ ປູມ້າ.


ເຂົ້າຕົ້ມແຕັ໋ດ. 


ເຂົ້າປຸ້ນ ທູນ 


ຊີ້້ນຕົ້ມເຄັມໄຂ່.


ແກງໝາກໄສ່ຍັດຊີ້້ນ. 


ຊີ້ນກ້າມ. 


ແກງສົ້ມກະປູ.


ແໜມ ບິ່ງດິ້ງ.


ປາແຫ້ງ ເປັນລາຍການອາຫານພິເສດ ຂອງ ພາກຕາເວັນຕົກ. 

ເພື່ອສ້າງຮູບໃຫ້ລາຍການອາຫານ ຄືກັບຂອງຈິງ, ທ່ານ ດາດ ໄດ້ ເລືອກດິນໜຽວ ຫວຽດນາມ ຍ້ອນມີຄວາມສອດຄ່ອງ ກ່ຽວກັບ ດ້ານ ຄຸນນະພາບ ນັບທັງລາຄາອີກດ້ວຍ. ທ່ານ ດາດໃຫ້ຮູ້ວ່າ ສິ່ງທ່ີ ຍາກ ທີສຸດ ໃນການສ້າງແບບຈຳລອງອາຫານ ຈາກດິນໜຽວ ຄື ຕ້ອງເຂົ້າ ໃຈ ຢ່າງລະອຽດ ດິນ ແຕ່ລະປະເພດ ເວລາແຫ້ງ ຫຼື ອ່ອນ ຈະມີຜົນ ການປະດິດສ້າງຄື ແນວໃດ. ຕໍ່ໄປແມ່ນວິທີປະສົມສີແນວໃດ ໃຫ້ ຜະລິດຕະພັນສຳເລັດຮູບ ຈະຄືກັນກັບຂອງແທ້, ຍ້ອນລາຍການ ອາ ຫານ ແຕ່ລະເຍື່ອງ ຈະມີສີສັນພິເສດ ຂອງມັນ, ເພາະສະນັ້ນ ຂັ້ນ ຕອນປະສົມສີ ຖືວ່າ ຍາກທີ່ສຸດ. ຂັ້ນຕອນສຸດທ້າຍ ແມ່ນເລືອກ ລາຍ ການອາຫານແນວໃດ ເພື່ອໃຫ້ຜູ້ຊົມເຫັນແລ້ວ ຢາກ ຮັບປະທານ. ທ່ານ ດາດ ໃຫ້ຮູ້ວ່າ: “ວຽກນີ້ ເຖິງວ່າ ບໍ່ລຳບາກ ແຕ່ຮຽກຮ້ອງ ຜູ້ເຮັດ ຕ້ອງມີຄວາມລະອຽດ, ຄ່ອງແຄ້ວ ແລະ ປະຕິບັດ ດ້ວຍໃຈ ທັງໝົດ ຂອງຕົນ”.

ນອກຈາກເຮັດແບບຈຳລອງ ບັນດາລາຍການອາຫານ ທີ່ມັກໄດ້ ຮັບ ການປຸງແຕ່ງ ໃນຊຸມມື້ບຸນເຕັດ ຂອງ ປະຊາຊົນ 3 ພາກແລ້ວ, ໃນຕໍ່ ໜ້າ, ທ່່ານ ດາດ ຈະປຸງແຕ່ງແບບຈຳລອງ ອີກຫຼາຍປະເພດ ຈາກດິນ ດາກ ຕາມຫົວເລື່ອງທີ່ຕົນເອງມັກ, ປະສົມປະສານກັບ ຜະລິດຕະ ພັນ ສິລະປະຫັດຖະກຳ ຫຼາຍຢ່າງ ເພື່ອສ້າງອອກ ບັນດາຄຸນຄ່າ ປະດິດສ້າງໃໝ່ ທີ່ມີສີສັນວັດທະນະທຳ ຫວຽດ ແນະນຳຕໍ່ເພື່ອນມິດ ສາກົນ.



ທ່ານ ຫງວຽນເຕິ໋ນດາດ - ນັກສິລະປິນ ແຕ້ມພາບ 3D, ໃຊ້ດິນດາກ ເຮັດແບບຈຳລອງ ກ່ຽວກັບ ລາຍການອາຫານ ຢ່າງມີຊີວິດຊີວາ. 


ທ່ານ ຫງວຽນເຕິ໋ນດາດ ກຳລັງປະດິດສ້າງແບບຈຳລອງ ລາຍການ ອາຫານ. 


ວັດຖຸດິບ ເພື່ອການປະດິດສ້າງ ແບບຈຳລອງ ລາຍການອາຫານ.


ບັນດາກັບ ສີ ເພື່ອລະບາຍໃສ່ ລາຍການອາຫານ. 


ປັ້ນດິນດາກ ສ້າງຮູບຈຳລອງລາຍການອາຫານ. 


ສ້າງສີສັນ ໃຫ້ລາຍການອາຫານ. 
 
ບົດ ແລະ ພາບ: ທົງຫາຍ - ແປໂດຍ: ບິກລຽນ

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ຕັ້ງຫຼາຍເຊ່ັນຄົນມາແລ້ວ, ຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຖືອາຊີບ ຕໍ່າຜ້າພື້ນເມືອງ ເປັນສິ່ງວັດແທກຄວາມຄ່ອງແຄ້ວ ແລະ  ເກັ່ງວຽກບ້ານການເຮືອນ ຂອງແມ່ ຍິງ. ເພາະສະນັ້ນ, ກີ່ຕໍ່າຜ້າພື້ນເມືອງ ຈຶ່ງແມ່ນເຄື່ອງ ໃຊ້ທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຄອບຄົວຊາວເຜົ່າ ລື້. 

Top