Báo Ảnh Việt Nam

  • Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
  • ຫວຽດນາມ ສັງກາດໃໝ່
  • ຂ່າວສານ
  • ສາລະຄະດີ
  • ຄົ້ນພົບ
  • ວັດທະນະທຳ
  • ເສດຖະກິດ
  • ພາບຊີວິດ
  • Multimedia

ຂ່າວສານ

ຮູບພາບເສດຖະກິດຂອງ ຫວຽດນາມ ໃນໄຕມາດທີ 1 ປີ 2026 ມີຫຼາຍຈຸດພົ້ນເດັ່ນ

  • 05/04/2026
ໃນ 3 ເດືອນຕົ້ນປີ, ຂົງເຂດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຮັກສາທ່າເຕີບໂຕ, ເພີ່ມຂຶ້ນ 3,36%, 3,22% ແລະ 4,51% ຕາມລຳດັບເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025.

ຕາມ​ຕົວ​ເລກ​ຂອງ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ທີ່​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 04 ເມ​ສາ, ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ (GDP) ໃນ​ໄຕ​ມາດ​ທີ 1 ປີ 2026 ໄດ້​ເພີ່ມ​ຂ​ຶ້ນ 7,83% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ນີ້​ແມ່ນ​ໝາກ​ຜົນ​ທີ່​ດີ​ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກ ແລະ ພາກ​ພື້ນ​ມີ​ການ​ເໜັງ​ຕີງ​ຫຼາຍ​ຢ່າງ.

    (ພາບ​ປະ​ກອບ: TTXVN)

ໃນ 3 ເດືອນ​ຕົ້ນ​ປີ, ຂົງ​ເຂດຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ ຮັກ​ສາ​ທ່າ​ເຕີບ​ໂຕ​, ເພີ່ມ​ຂຶ້ນ 3,36%, 3,22% ແລະ 4,51% ຕ​າມ​ລຳ​ດັບເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ໄຕ​ມາດ​ທີ 1 2026, ໃນ​ນັ້ນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ​ແມ່ນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ ດ້ວຍ​ອັດ​ຕາ​ເຕີບ​ໂຕ 9,73%. ແຂກ​ທ່ອງ​ທ່ຽວ​ມາ ຫວຽດ​ນາມ ໃນ 3 ເດືອນ​ຕົ້ນ​ປີ​ບັນ​ລຸ 6,76 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 12,4% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025 ແລະ ແມ່ນ​ອັດ​ຕາ​ສູງ​ສຸດ​ໃນໄຕ​ມາດ​ທີ 1 ຂອງ​ຫຼາຍ​ປີ​ກ່ອນມາ​ຮອດ​ປະ​ຈຸ​ບັນ.

ໄຕ​ມາດ​ທີ 1, ໃນຂົງ​ເຂດ​ດຶງ​ດູດ​ເງິນ​ລົງ​ທຶ​ນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ໄລ​່ຮອດ​ວັນ​ທີ 31 ມີ​ນາ 2026 ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ທີ່​ຈ​ົດ​ທະ​ບ​ຽນ​ລົງ​ທຶນ​ຢູ່ ຫວຽດ​ນາມ ບັນ​ລຸ 15,2 ຕື້ USD. ທ່ານປະ​ລິນ​ຍາ​ເອກ ເລ​ຢຸຍ​ບິ່ງ, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ໄດ້​ຍົກ​ອອກ​ມາດ​ຕະ​ການ​ແກ້​ໄຂ​ຈຳ​ນວນ​ໜຶ່ງ​ເພື່ອ​ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ.

“ໃນ​ສະເພາະ​ໜ້າ, ພວກ​ເຮົາ​ຕ້ອງ​ສຸມ​ໃສ່ບັນ​ດາ​ມາດ​ຕະ​ການ​ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ. ຫວັງ​ວ່າ, ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ກໍ່​ຈະ​ຫຼຸດ​ລົງ ແລະ ການ​ຟື້ນ​ຟູ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​​ໃຫຍ່ຈຳ​ນວນ​ໜຶ່ງຈະ​ໜູນ​ຊ່ວຍ​ໃຫ​້​ແກ່​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ. ການ​ເຄື່ອນ​ໄຫວ​ລົງ​ທຶນ​ສາ​ທາ​ລະ​ນະ​ໄດ້​ຮັບ​ການ​ຍູ້​ແຮງ, ພວກ​ເຮົາ​ຫວັງ​ວ່າ ຈະ​ນຳ​ແຫຼ່ງ​ທຶນ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ ແລະ ມີ​ປ​ະ​ສິດ​ທິ​ຜົນ​ກວ່າ”.

(ແຫຼ່ງຄັດຈາກ VOV)

ບັນດາບົດຕໍ່ໄປ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

  • 05/04/2026
  • ຂ່າວສານ
ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ
ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕ້ອງ​ຕິດ​ແທດ​ໜ້າ​ທີ່, ເປົ້າ​ໝາ​ຍ​ພັດ​ທະ​ນາ​ປະ​ເທດ​ຊາດ

ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕ້ອງ​ຕິດ​ແທດ​ໜ້າ​ທີ່, ເປົ້າ​ໝາ​ຍ​ພັດ​ທະ​ນາ​ປະ​ເທດ​ຊາດ

  • 05/04/2026
  • ຂ່າວສານ
ຫວຽດ​ນາມ ສ້າງຕັ້ງກອງ​ທຶນ​ພັດ​ທ​ະ​ນາ AI ແຫ່ງ​ຊາດ, ສ້າງ​ລະ​ບົບ​ນິ​ເວດ​ປັນ​ຍາ​ປະ​ດິດ​ໃຫ້ສົມ​ບູນ​ແບບ

ຫວຽດ​ນາມ ສ້າງຕັ້ງກອງ​ທຶນ​ພັດ​ທ​ະ​ນາ AI ແຫ່ງ​ຊາດ, ສ້າງ​ລະ​ບົບ​ນິ​ເວດ​ປັນ​ຍາ​ປະ​ດິດ​ໃຫ້ສົມ​ບູນ​ແບບ

  • 05/04/2026
  • ຂ່າວສານ
ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ສູນ​ກັ່ນ​ຕອງ​ນ້ຳ​ມັນ ແລະ ພະ​ລັງ​ງານ​ແຫ່ງ​ຊາດ​ຢູ່​ຢຸງກວັດ

ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ສູນ​ກັ່ນ​ຕອງ​ນ້ຳ​ມັນ ແລະ ພະ​ລັງ​ງານ​ແຫ່ງ​ຊາດ​ຢູ່​ຢຸງກວັດ

  • 05/04/2026
  • ຂ່າວສານ
ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ການ​ທູດ​ພະ​ລັງ​ງານ

ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ການ​ທູດ​ພະ​ລັງ​ງານ

  • 04/04/2026
  • ຂ່າວສານ
ບັນ​ດາ​ປະ​ເທດ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່ ຕາ​ເວັນ​ອອກ​ກາງ

ບັນ​ດາ​ປະ​ເທດ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່ ຕາ​ເວັນ​ອອກ​ກາງ

  • 04/04/2026
  • ຂ່າວສານ
ສຳ​ພັນ​ທະ​ມິດກວ່າ 40 ປະ​ເທດ ຂຶ້ນ​ແຜນ​ການ​ກູ້​ຊ່ວຍ​ກ່ຳ​ປັ່ນ 2.000 ລຳ ທີ່​ຖືກ​ຕິດ​ຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz

ສຳ​ພັນ​ທະ​ມິດກວ່າ 40 ປະ​ເທດ ຂຶ້ນ​ແຜນ​ການ​ກູ້​ຊ່ວຍ​ກ່ຳ​ປັ່ນ 2.000 ລຳ ທີ່​ຖືກ​ຕິດ​ຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz

  • 04/04/2026
  • ຂ່າວສານ
ອ່ານເພີ່ມ
ຜູ້ສະໜອງຂ່າວສານ (ICP): ສຳນັກຂ່າວສານ ຫວຽດນາມ | ISSN: 1606-0261
ໃບອະນຸຍາດເລກທີ 137/GP-BTTTT ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານອອກໃນວັນທີ 17 ມີນາ 2022
ອົງການຄວບຄຸມ: ສຳນັກຂ່າວສານ ຫວຽດນາມ
ຮອງຫົວໜ້າບັນນາທິການ (ຜູ້ຮັກສາການ): ຫງວຽນຕ໋ວນລອງ
ຮອງຫົວໜ້າບັນນາທິການ: ຮ່າທິເຕື່ອງທູ
ທີ່ຢູ່: ເຮືອນເລກທີ 79 ຖະໜົນ ຫຼີເຖື່ອງກຽດ, ຮ່າໂນ້ຍ
ເບີໂທ: (84-24) 39332300 | ແຟັກ: (84-24) 3933 2291
ອີເມວ: vietnamvnp@gmail.com
ສະຫງວນລິຂະສິດ © ຂ່າວພາບ ຫວຽດນາມ
RSS
  • ຫວຽດນາມ ສັງກາດໃໝ່
    • ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ
    • ເຫດການ ແລະ ບັນຫາ
    • ອາຊຽນ
  • ຂ່າວສານ
  • ສາລະຄະດີ
  • ຄົ້ນພົບ
    • ທ່ອງທ່ຽວ
    • ອາຫານການກິນ
  • ວັດທະນະທຳ
    • ສິລະປະ
    • ວິຖີຊີວິດ ຂອງ ຄົນ ຫວຽດ
    • ກິລາ
    • ແຟຊັ່ນ
  • ເສດຖະກິດ
    • ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ
    • ເຄື່ອງໝາຍ ຫວຽດ
    • ອາຊີບ ຫວຽດ
  • ພາບຊີວິດ
    • ເພື່ອນມິດ ກັບ ຫວຽດນາມ
  • Multimedia
    • ວີດີໂອ
    • Slideshow
    • ສາລະຄະດີຮູບພາບ

Top