ຂ່າວສານ

ຮູບພາບເສດຖະກິດຂອງ ຫວຽດນາມ ໃນໄຕມາດທີ 1 ປີ 2026 ມີຫຼາຍຈຸດພົ້ນເດັ່ນ

  • 05/04/2026
ໃນ 3 ເດືອນຕົ້ນປີ, ຂົງເຂດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຮັກສາທ່າເຕີບໂຕ, ເພີ່ມຂຶ້ນ 3,36%, 3,22% ແລະ 4,51% ຕາມລຳດັບເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025.

ຕາມ​ຕົວ​ເລກ​ຂອງ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ທີ່​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 04 ເມ​ສາ, ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ (GDP) ໃນ​ໄຕ​ມາດ​ທີ 1 ປີ 2026 ໄດ້​ເພີ່ມ​ຂ​ຶ້ນ 7,83% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ນີ້​ແມ່ນ​ໝາກ​ຜົນ​ທີ່​ດີ​ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກ ແລະ ພາກ​ພື້ນ​ມີ​ການ​ເໜັງ​ຕີງ​ຫຼາຍ​ຢ່າງ.

    (ພາບ​ປະ​ກອບ: TTXVN)

ໃນ 3 ເດືອນ​ຕົ້ນ​ປີ, ຂົງ​ເຂດຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ ຮັກ​ສາ​ທ່າ​ເຕີບ​ໂຕ​, ເພີ່ມ​ຂຶ້ນ 3,36%, 3,22% ແລະ 4,51% ຕ​າມ​ລຳ​ດັບເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ໄຕ​ມາດ​ທີ 1 2026, ໃນ​ນັ້ນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ​ແມ່ນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ ດ້ວຍ​ອັດ​ຕາ​ເຕີບ​ໂຕ 9,73%. ແຂກ​ທ່ອງ​ທ່ຽວ​ມາ ຫວຽດ​ນາມ ໃນ 3 ເດືອນ​ຕົ້ນ​ປີ​ບັນ​ລຸ 6,76 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 12,4% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025 ແລະ ແມ່ນ​ອັດ​ຕາ​ສູງ​ສຸດ​ໃນໄຕ​ມາດ​ທີ 1 ຂອງ​ຫຼາຍ​ປີ​ກ່ອນມາ​ຮອດ​ປະ​ຈຸ​ບັນ.

ໄຕ​ມາດ​ທີ 1, ໃນຂົງ​ເຂດ​ດຶງ​ດູດ​ເງິນ​ລົງ​ທຶ​ນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ໄລ​່ຮອດ​ວັນ​ທີ 31 ມີ​ນາ 2026 ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ທີ່​ຈ​ົດ​ທະ​ບ​ຽນ​ລົງ​ທຶນ​ຢູ່ ຫວຽດ​ນາມ ບັນ​ລຸ 15,2 ຕື້ USD. ທ່ານປະ​ລິນ​ຍາ​ເອກ ເລ​ຢຸຍ​ບິ່ງ, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ໄດ້​ຍົກ​ອອກ​ມາດ​ຕະ​ການ​ແກ້​ໄຂ​ຈຳ​ນວນ​ໜຶ່ງ​ເພື່ອ​ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ.

“ໃນ​ສະເພາະ​ໜ້າ, ພວກ​ເຮົາ​ຕ້ອງ​ສຸມ​ໃສ່ບັນ​ດາ​ມາດ​ຕະ​ການ​ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ. ຫວັງ​ວ່າ, ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ກໍ່​ຈະ​ຫຼຸດ​ລົງ ແລະ ການ​ຟື້ນ​ຟູ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​​ໃຫຍ່ຈຳ​ນວນ​ໜຶ່ງຈະ​ໜູນ​ຊ່ວຍ​ໃຫ​້​ແກ່​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ. ການ​ເຄື່ອນ​ໄຫວ​ລົງ​ທຶນ​ສາ​ທາ​ລະ​ນະ​ໄດ້​ຮັບ​ການ​ຍູ້​ແຮງ, ພວກ​ເຮົາ​ຫວັງ​ວ່າ ຈະ​ນຳ​ແຫຼ່ງ​ທຶນ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ ແລະ ມີ​ປ​ະ​ສິດ​ທິ​ຜົນ​ກວ່າ”.


top