ວັນທີ 04 ເມສາ, ຮຸງກາຣີ ແລະ ສະໂລວາກີ ຮຽກຮ້ອງໃຫ້ສະຫະພາບ ເອີລົບ (ອີຢູ) ເຊື່ອມຕໍ່ການເຈລະຈາກັບ ລັດເຊຍ ແລະ ຍົກເລີກບັນດາຄຳສັ່ງລົງໂທດດ້ານພະລັງງານ ໃນສະພາບທີ່ລາຄາພະລັງງານຢູ່ ເອີລົບ ເພີ່ມຂຶ້ນສູງ.
ກ່າວຄຳເຫັນພາຍຫຼັງການໂອ້ລົມທາງໂທລະສັບໃນວັນທີ 04 ເມສາ, ກັບທ່ານ Viktor Orbán, ນາຍົກລັດຖະມົນຕີ ຮຸງກາຣີ, ທ່ານ Robert Fico, ນາຍົກລັດຖະມົນຕີ ສະໂລວາກີ, ໃຫ້ຮູ້ວ່າ ອີຢູ ຕ້ອງສ້າງສະພາບແວດລ້ອມດ້ານການເມືອງ - ນິຕິກຳສະດວກ ເພື່ອໃຫ້ບັນດາປະເທດສະມາຊິກ ກໍຄືທົ່ວກຸ່ມສາມາດເພີມເຕີມການເກັບຮັກສານ້ຳມັນ ແລະ ນ້ຳມັນບໍຈາກທຸກແຫຼ່ງສະໜອງທີ່ສາມາດສອງໜອງໄດ້, ລວມທັງຈາກ ລັດເຊຍ. ຕາມທ່ານແລ້ວ, ບັນດາຄຳສັ່ງລົງໂທດຂອງ ອີຢູ ແນໃສ່ຂົງເຂດພະລັງງານຂອງ ລັດເຊຍ ແມ່ນບໍ່ເໝາະສົມໃນສະພາບລາຄາພະລັງງານເພີ່ມຂຶ້ນສູງຄືໃນປະຈຸບັນ ແລະ ຕ້ອງໄດ້ຍົກເລີກໂດຍໄວ.
ທ່ານນາຍົກລັດຖະມົນຕີ Viktor Orbán, ກໍ່ຍົກອອກຄຳຖະແຫຼງທີ່ຄ້າຍຄືກັນ, ໃນນັ້ນເນັ້ນໜັກວ່າ ອີຢູ ຕ້ອງຢຸດຕິທຸກຄຳສັ່ງລົງໂທດ ແລະ ຂໍ້ຈຳກັດສຳລັບພະລັງງານຂອງ ລັດເຊຍ ຍິ່ງໄວກໍ່ຍິ່ງດີ. ການນຳ ຮຸງກາຣີ ກໍ່ຮຽກຮ້ອງໃຫ້ ອີຢູ ກໍ່ຄວາມກົດດັ່ນເພື່ອໃຫ້ປະທານາທິບໍດີ ຢູແກຼນ ເຊື່ອມຕໍ່ຕໍ່ສົ່ງ Druzhba ຄືນໃໝ່, ພ້ອມກັນນັ້ນ ຕຳໜິຕິຕຽນແຜນການຂອງ ອີຢູ ທີ່ຕັດແຫຼ່ງສະໜອງຈາກພະລັງງານຈາກ ລັດເຊຍ ຢ່າງແຮງ, ແທນທີ່ນັ້ນແມ່ນຫັນໄປສູ່ນະໂຍບາຍພະລັງງານແພງກວ່າ.
(ແຫຼ່ງຄັດຈາກ VOV)