• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາ​ທີ່​ຕັ້ງ​ຂອງ ອາ​ຊຽນ ໃນ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ມີ​ການ​ຜ​ັນ​ແປຫຼາຍ​ຢ່າງ

ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (ASEAN Future Forum – AFF) ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 9 - 10 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ລວມ: ສັນ​ຕິ​ພາບ, ຄວາ​ມ​ວັດ​ທະ​ນາ​ຖາ​ວອນ ແລະ ການ​ພັດ​ທະ​ນາ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ”.
  ທ່ານ ຫງວຽນ​ແມ້ງ​ເກື່ອງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ຫວຽດ​ນາມ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)  

ເນື່ອງ​ໃນ​ໂອ​ກາດ​ນີ້, ເມື່ອ​ຕອບ​ສຳ​ພາດ​ນັກ​ຂ່າວ​, ທ່ານ ຫງວຽນ​ແມ້ງ​ເກື່ອງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ຫວຽດ​ນາມ ຖື​ວ່າ, ທີ່​ກອ​ງ​ປະ​ຊຸມ Shangri-La 2026, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ບົດ​ກ່າວ​ປາ​ໄສ, ໃນ​ນັ້ນ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ສ້າງ​ໂຄງ​ປະ​ກອບ​ພາກ​ພື້ນ ເປີດ, ກວມ​ລວມ ແລະ ຖື ອາ​ຊຽນ ເປັນ​ໃຈ​ກາງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ​ໃສ່​ໃຈ​ວ່າ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ບໍ່​ແມ່ນ​ສິ່ງ​ທີ່ໃຜ​ກໍ​ຮັບ​ຮູ້ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ດ້ວຍ​ຄວາມ​ສາ​ມັກ​ຄີ, ຄວາມ​ເປັນ​ເຈົ້າ​ການ​ຍຸດ​ທະ​ສາດ ແລະ ກຳ​ລັງ​ຄວາມ​ສາ​ມາດ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ລວມ.

AFF ປີ 2026 ແມ່ນ​ການ​ສືບ​ທອດ ແລະ ຫັນ​ເນື້ອ​ໃນ​ຈິດ​ໃຈ​ນັ້ນ​ເປັນ​ລະ​ອຽດ ຢູ່​ລະ​ດັບ​ການ​ສົນ​ທະ​ນາ​ໃນ​ພາກ​ພື້ນ. ເວ​ທີ​ປາ​ໄສ ແມ່ນ​ບ່ອນ​ທີ່ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແບບ​ວິ​ທີ​ຮັກ​ສາ​ທີ່​ຕັ້ງ​ຂອງ​ກຸ່ມ ໃນ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ມີ​ການ​ຜັ​ນ​ແປຫຼາຍ​ຢ່າງ ເພື່ອ​ໃຫ້​ທຸກ​ຂໍ້​ລິ​ເລີ່ມ, ທຸ​ກ​ກົນ​ໄກ​ໃໝ່ ລ້ວນ​ແຕ່​ເສີມ​ສ້າງ​ໃຫ້​ກັນ ແລະ ບໍ່​ເຮັດ​ໃຫ້​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ຖືກ​ຊຸດ​ໂຊມ​ລົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2027

ຫວຽດ​ນາມ ແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2027

APEC ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິ​ດ​ແຖວ​ໜ້າ, ພ້ອມ​ທັງ​ສຸມ​ໃສ່​ສາມ​ບຸ​ລິ​ມະ​ສິດ​ໃຫຍ່​ຮອດ​ປີ 2035: ຊຸກ​ຍູ້​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ເສ​ລີ​ເປີດ; ຍົກ​ສູງ​ກຳ​ລັງ​ທົນ​ທານ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ລະ​ບົບ​ສະ​ໜອງ; ໝູນ​ໃຊ້​ໂອ​ກາດ​ຈາກວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ສີ​ຂຽວ, ແນ​ໃສ່​ຮັບ​ປະ​ກັນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ກວມ​ລວມ.

Top