ໄດ້ເປັນທີ່ຮູ້ຈັກວ່າ ເປັນຜູ້ຂາຍລິຂະສິດ ແນວພັນເຂົ້າລູກປະສົມຫຼາຍ ທີສຸດ ຫວຽດນາມ, ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ (ຮສຈ. ປອ) ຫງວຽນທິເຈີມ ໄດ້ປະດິດສ້າງອອກ ແນວພັນ ເຂົ້າ ລູກປະສົມ ນັບຫຼາຍສິບສາຍພັນ ທີ່ມ
ຈາກບັນດາສັນຍາ ໂອນກຳມະສິດເງິນຕື້…
ໃນເດືອນມິຖຸນາ 2008, ຮສຈ.ປອ.ວິລະຊົນແຮງງານ ຫງວຽນທິ ເຈີມ ໄດ້ເຮັດໃຫ້ ວົງການ ນັກວິທະຍາສາດ ໂລກ ຕົກຕະລຶງ ເມື່ອ ໂອນກຳມະສິດແນວພັນເຂົ້າລູກປະສົມ ສອງສາຍພັນ TH3-3 ໃຫ້ບໍລິສັດ ເກື່ອງເຕິນ ຈຳກັດ (ແຂວງ ນາມດິ້ງ) ດ້ວຍມູນຄ່າ 10 ຕື້ດົ່ງ. ຂໍ້ມູນດັ່ງກ່າວໄດ້ສ້າງກຳລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ຂະແໜງວິທະ ຍາສາດ ກະສິກຳ ຫວຽດນາມ, ພິເສດແມ່ນໃນຂົງເຂດແນວພັນ.
ໃນເວລານັ້ນ, ແນວພັນເຂົ້າລູກປະສົມ ສອງສາຍ TH3-3 ຂອງ ຮສຈ. ປອ ຫງວຽນທິເຈິີມ ມີຈຸດເດັ່ນທີ່ດີເລີດເຊັ່ນ: ໄລຍະຈະເລີນ ເຕີບໂຕສັ້ນ, ພຽງແຕ່ 105-115 ວັນ/ນາປີ, 115-125 ວັນ/ນາແຊງ, ໃຫ້ຜົນຜະລິດສູງເຖິງ 7-8 ໂຕນ/ເຮັກຕາ, ສູງກວ່າ ລະດັບ ສະເລ່ຍ ຂອງ ລະດູນາປີ ປີ 2008 ຢູ່ພາກເໜືອ 6,5 ໂຕນ.
ນີ້ຍັງເປັນແນວພັນເຂົ້າ ທີ່ເໝາະກັບ ສະພາບອາກາດ ທີ່ ແຕກຕ່າງກັນ, ພິເສດແມ່ນຜະລິດ ຢູ່ ພາຍໃນປະເທດ, ສະນັ້ນ ລາຄາແນວພັນເຂົ້າ TH3-3 ເໝາະກັບ ກະເປົ໋າເງິນ ຂອງ ຊາວ ກະສິກອນ. ດ້ວຍເຫດນັ້ນ, TH3-3 ຈຶ່ງໄດ້ຮັບການຕອບຮັບເປັນ ຢ່າງດີຈາກ ຊາວກະສິກອນ ຈາກຫຼາຍແຫ່ງ ແຕ່ເຂດພູດອຍ ພາກເໜືອ ເຖິງເຂດທົ່ງພຽງ, ພາກກາງ ແລະ ໄຕງວຽນ.
ພາຍຫຼັງໄດ້ສົ່ງເຖິງຊາວກະສິກອນ ບໍ່ດົນ, ແນວພັນເຂົ້ານີ້ໄດ້ນຳໄປ ປູກ ກວມເນື້ອທີ່ 60% ເນື້ອທີ່ຜະລິດເຂົ້າລູກປະສົມ ໃນທົ່ວປະເທດ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ຊາວກະສິກອນ ເປັນຈໍານວນຫຼວງຫຼາຍ.
ຮສຈ.ປອ. ວິລະຊົນແຮງງານ ຫງວຽນທິເຈີມ ໄດ້ເປັນທີ່ຮູ້ຈັກວ່າ ເປັນ ຜູ້ຂາຍລິຂະສິດ ແນວພັນເຂົ້າ ລູກປະສົມ ຫຼາຍທີສຸດ ຫວຽດນາມ. ພາບ: ຫວຽດເກື່ອງ
ໃນໄວ 77 ປີ, ຮສຈ.ປອ. ວິລະຊົນແຮງງານ ຫງວຽນທິເຈີມ ຍັງໄດ້ໄປທັດສະນະສຶກສາ ທົ່ວເຂດທົ່ງພຽງ ແລະ ເຂດພູດອຍ ເພື່ອການຄົ້ນຄ້ວາ, ຊອກຫາແນວພັນເຂົ້າໃໝ່. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້
ຕາມ ຮສຈ.ປອ. ວິລະຊົນແຮງງານ ຫງວຽນທິເຈີມ, ປັດຈຸບັນ, ອາຊີບກະສິກຳ ຫວຽດນາມ ຍັງຄົງກວມອັດຕາສ່ວນໃຫຍ່ ແລະ ຍາມໃດກໍຖືກປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຄວາມສ່ຽງຫຼາຍຢ່າງ ຍ້ອນການປ່ຽນແປງຂອງດິນຟ້າອາກາດ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້
ຮສຈ.ປອ. ວິລະຊົນແຮງງານ ຫງວຽນທິເຈີມ ໄດ້ໄປທັດສະນະສຶກ ສາ ຢູ່ບັນດາທ້ອງຖິ່ນ ທີ່ມີການປູກເຂົ້າລູກປະສົມ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້
ໄດ້ເຫັນກັບຕາ ທົ່ງນາ ທີ່ອຸດົມສົມບູນ ດ້ວຍຕົນເອງ ເປັນແຮງຈູງໃຈ ເພື່ອໃຫ້ ຮສຈ ຫງວຽນທິເຈີມ ສືບຕໍ່ອຸທິດຕົນ ໃຫ້ແກ່ ພາລະກິດ ວິທະຍາສາດ ເມື່ອອາຍຸກວ່າ 70 ປີ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້
ໃນເວລານັ້ນ TH3-3 ຖືວ່າ ເປັນ "ນາງງາມ" ໃນຈຳນວນ "ລູກ" ຂອງ ຮສຈ.ປອ ຫງວຽນທິເຈີມ ກັບຜົນລະປູກ ແມ່ນ ເມັດ ເຂົ້າຂາວ, ຫອມ, ໜຽວ, ລໍາຕົ້ນຂ້ອນຂ້າງຕໍ່າ, ລຳແຂງ ເພາະສະນັ້ນບໍ່ຄ່ອຍ ຫັກໃນເວລາ ພາຍຸຝົນຕົກ ແລະ ສາມາດທົນຕໍ່ພະຍາດເຊື້ອລາ ອື່ນໆ ໄດ້ດີ...
ຮສຈ ຫງວຽນທິເຈີມ ໄຂຄວາມໃນໃຈອອກມາວ່າ ມູນຄ່າ 10 ຕື້ດົ່ງ ຕໍ່ວິທະຍາສາດ ບໍ່ແມ່ນໃຫຍ່, ແຕ່ເປັນຄັ້ງທຳອິດ ທີ່ກະສິກຳ ໄດ້ສະແດງໃຫ້ເຫັນວ່າ ການຄົ້ນຄວ້າ ວິທະຍາສາດ ມີຄຸນຄ່າ ທາງດ້ານວັດຖຸ ທ່ີແທ້ຈິງ. ການຕີລາຄາ ດ້ວຍວັດຖຸ ໄດ້ສະແດງ ໃຫ້ເຫັນ ມູນຄ່າການນໍາໃຊ້ ຢູ່ນອກການຜະລິດ ແບບໃດ.
ກ່ອນໜ້ານັ້ນ, ຮສຈ.ປອ ຫງວຽນທິເຈີມ ຍັງໄດ້ຄົ້ນຄວ້າ ແລະ ເຜີຍ ແຜ່ ແນວພັນເຂົ້າລູກປະສົມ ຫຼາຍສິບສາຍພັນເຊັ່ນ: NN-9, NN-10, NN-23, TH-5, TH3-1, TH5-1, TH6-3, TH2-3… ແລະ ໄດ້ສຳເລັດ ການມອບໂອນລິຂະສິດແນວພັນເຂົ້າລູກປະສົມ TH3-4 ດ້ວຍລາຄາໂອນສູງເຖິງ 700 ລ້ານດົ່ງ ໃນເດືອນ ມີນາ 2008. ນີ້ກໍແມ່ນໜຶ່ງໃນບັນດາສັນຍາໂອນ ທີ່ມີຄຸນຄ່າທີ່ສຸດ ສຳລັບບັນດານັກວິທະ ຍາສາດ ຫວຽດນາມ ໃນເວລານັ້ນ.
ປີ 2016, ຮສຈ ຫງວຽນທິເຈີມ ໄດ້ສືບຕໍ່ສ້າງຄວາມຕົກຕະລຶງ ເມື່ອເປີດຕົວ 4 ແນວພັນເຂົ້າ ເຮືອງ ໂກ໋ມ. ນີ້ແມ່ນແນວພັນເຂົ້າ ທີ່ໄດ້ສັງເຄາະ ແລະ ຄັດເລືອກ ຈາກຫຼາຍພັນເຂົ້າມີກິ່ນຫອມ ທີ່ນຳເຂົ້າຈາກຕ່າງປະເທດ, ຈາກບັນດາແນວພັນພິເສດ ຂອງ ທ້ອງຖິ່ນ. ໂດຍສະເພາະ, ພາຍຫຼັງຜົນການ ຄົ້ນຄວ້າ ແລະ ການປະເມີນ ພື້ນທີ່ຕົວຈິງ ຈາກຫຼາຍລະດູການ, ບັນດາແນວພັນເຂົ້າເຫຼົ່ານີ້ ໃຫ້ຜົນຜະລິດສູງກວ່າ ບັນດາແນວພັນເຂົ້າຫອມ ທີ່ປູກໃນປັດຈຸບັນ.
… ເລື່ອງທີ່ຢູ່ເບື້ອງຫຼັງ ຂອງ ຕົ້ນເຂົ້າ
ຈຸດປ່ຽນຄັ້ງໃຫຍ່ ໃນພາລະກິດ ຄົ້ນຄວ້າ ຂອງ ຮສຈ. ປອ ຫງວຽນທິເຈີມ ແມ່ນ ຊ່ວງເວລາທີ່ ທ່ານນາງ ໄດ້ເຂົ້າຮ່ວມຊຸດ ອົບຮົມ ໄລຍະສັ້ນ ຢູ່ສູນພັນເຂົ້າລູກປະສົມ ຢູ່ແຂວງ ຢຸນໜານ ແຫ່ງ ສປ ຈີນ. ຢູ່ທີ່ນີ້, ທ່ານນາງໄດ້ເຮັດວຽກ ກັບທ່ານ ສຈ ແຢ໋ວນ ລຸ໋ງບິງ, ນັກວິທະຍາສາດ ທີ່ມີຊື່ສຽງ ຂອງ ຈີນ ແລະ ໂລກ ກ່ຽວກັບພັນເຂົ້າລູກປະສົມ 3 ສາຍພັນ. ບັນດາແນວພັນເຂົ້າ ຂອງ ສຈ ແຢ໋ວນລຸ໋ງບິງ ໄດ້ຊ່ວຍຮັບປະກັນ ເຂົ້າ ໃຫ້ປະເທດມີ ຈຳນວນ ປະຊາກອນ ນັບພັນລ້ານຄົນນີ້. ນີ້ແມ່ນ ກຳລັງໃຈ ແລະ ເປັນໂອກາດ ເພື່ອໃຫ້ ຮສຈ ຫງວຽນທິເຈີມ ປະຕິບັດຄວາມມຸ່ງມາດປາດຖະໜາ ຢາກຊ່ວຍເຫຼືອ ຊາວກະສິກອນ ຫວຽດນາມ “ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ”.
ພາຍຫຼັງກັບປະເທດ, ດ້ວຍຄວາມຮູ້ໃໝ່ ທີ່ໄດ້ຮ່ຳຮຽນຈາກສູນເຂົ້າພັນລູກປະສົມ ແຂວງ ຢຸນໜານ, ຮສຈ ຫງວຽນທິເຈີມ ແລະ ບັນດາເພື່ອນຮ່ວມງານ ໄດ້ຊອກຫາແນວພັນເຂົ້າ ຢູ່ທ້ອງຖິ່ນ ແລະ ນຳເຂົ້າ ຈາກຕ່າງປະເທດ ນັບຫຼາຍຮ້ອຍຊະນິດ ແລະ ດຳເນີນການ ຄົ້ນຄວ້າ ຕາມຫຼາຍທິດທາງທີ່ແຕກຕ່າງກັນ ເພື່ອການທົດລອງ ແລະ ປະສົມພັນ ເພື່ອສ້າງແນວພັນເຂົ້າໃໝ່.
ຕາມ ຮສຈ ຫງວຽນທິເຈີມ, ເພື່ອກໍ່ສ້າງ ແລະ ພັດທະນາພື້ນຖານ ກະ ສິກຳໝັ້ນຄົງ ແລະ ຍືນຍົງ ແມ່ນຕ້ອງມີຖັນແຖວ ນັກວິທະຍາສາດກະ ສິກຳ ທີ່ມີຄວາມຮັກຕໍ່ອາຊີບ ແລະ ກ້າອຸທິດຕະຫຼອດຊີວິດເພື່ອ ການຄົ້ນຄວ້າວິທະຍາສາດ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້
ຮສຈ.ປອ. ວິລະຊົນແຮງງານ ຫງວຽນທິເຈີມ ໃນການປະຊຸມ ສົນທະ ນາ ຂອງ ສະມາຄົມ ປັນຍາຊົນຍິງ ຫວຽດນາມ. ພາບ: ຫວຽດເກື່ອງ
ດ້ວຍຄວາມມານະອົດທົນ ແລະ ຄວາມພາກພຽນ, ຮສຈ ຫງວຽນ ທິເຈີມ ໄດ້ປະສົບຜົນສຳເລັດ ໃນການຄົ້ນຫາ ສາຍພັນເຂົ້າ ທີ່ ເໝາະ ສົມກັບ ລະດູການຜະລິດ ຂອງ ເຂດທົ່ງພຽງແມ່ນ້ຳຂອງ.
ຈາກສາຍພັນ ທີ່ໄດ້ຄົ້ນພົບໃໝ່, ຮສຈ. ປອ ຫງວຽນທິເຈີມ ໄດ້ຜະລິດເຂົ້າລູກປະສົມ ຫຼາຍສາຍພັນອີກຄື: TH3-3, TH3-4, TH3-11, TH3-1, TH2-3...
ນາມມະຍົດ ແລະ ລາງວັນດີເດັ່ນ: |
- ວິລະຊົນແຮງງານໃນສະໄໝປ່ຽນແປງໃໝ່; |
- ນາຍຄູແຫ່ງຊາດ; |
- ຫຼຽນໄຊແຮງງານຊັ້ນ III; |
- ຫຼຽນໄຊແຮງງານຊັ້ນ II; |
- ລາງວັນແຫ່ງລັດ ວ່າດ້ວຍ ວິທະຍາສາດ ເຕັກໂນໂລຊີ; |
- ລາງວັນ Kovalevskaia 2000; |
- ຫຼຽນກາ ເພື່ອການສຶກສາ; |
- ຫຼຽນໄຊ ເພື່ອວຽກງານກະສິກຳ; |
- ຫຼຽນກາ ເພື່ອຮຸ່ນໜຸ່ມ. |
ໃນເດືອນ ມິຖຸນາ 2021, ທ່ານນາງ ໄດ້ປະສົບຜົນສຳເລັດ ໃນການ ຂໍໃບຮັບຮອງ ໃຫ້ການຄຸ້ມຄອງ ແນວພັນເຂົ້າລູກປະສົມ ສາມສາຍ ພັນ MV2 ແລະ ແນວພັນ ເຂົ້າລູກປະສົມຫອມ ສອງສາຍພັນ 6. ນອກຈາກການຄັດເລືອກ ແລະ ສ້າງແນວພັນເຂົ້າແລ້ວ, ຮສຈ. ດຣ. ວິລະຊົນແຮງງານ ຫງວຽນທິເຈີມ ແລະ ເພື່ອນຮ່ວມງານ ຍັງໄດ້ປະ ສົມພັນ ແນວປູກພືດ ອີກຫຼາຍປະເພດ, ໂດຍສະເພາະໃນປີ 2019, ແນວພັນ Sacha inchi S18 ດ້ວຍຕົນເອງ ທ່ານນາງ ເປັນຜູ້ປະດິດ ສ້າງຕົ້ນຕໍ ໄດ້ຮັບການ ຮັບຮອງ ເປັນພິເສດ ແມ່ນແນວພັນຢາ ສະ ໝຸນໄພໃໝ່ຂອງ ຫວຽດນາມ. ຂໍ້ມູນດັ່ງກ່າວໄດ້ເປີດໂອກາດຜະລິດ ແລະ ພັດທະນາຕົ້ນ Sacha inchi ເພື່ອຊ່ວຍໃຫ້ຊາວກະສິກອນຫັນ ປ່ຽນໂຄງປະກອບການປູກ ແລະ ຍົກສູງຄຸນຄ່າຜະລິດຕະພັນກະເສດ ຫວຽດນາມ.
ຮສຈ.ປອ. ວິລະຊົນແຮງງານ ຫງວຽນທິເຈີມ ວິລະຊົນ ແຮງງານ ໃນສະໄໝປ່ຽນແປງໃໝ່, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III ຈາກ ລັດ; ລາງວັນ Kovalevskaia 2000…
ຮສຈ.ປອ ຫງວຽນທິເຈີມ ເປັນຜູ້ຂາຍລິຂະສິດ ແນວພັນ ເຂົ້າລູກປະ ສົມຫຼາຍທີສຸດ ຫວຽດນາມ ແລະ ເປັນນັກວິທະຍາສາດຍິງ ທີ່ປະສົບ ຜົນສຳເລັດທີ່ສຸດ ໃນຂະແໜງກະສິກຳ.