ພາບຊີວິດ

ຮສຈ. ປອ ຫງວຽນທິເຈີມ-ນັກວິທະຍາສາດ ພັນເຂົ້າລູກປະສົມ

ໄດ້ເປັນ​ທີ່​ຮູ້​ຈັກວ່າ​ ເປັນ​ຜູ້​ຂາຍ​ລິ​ຂະ​ສິດ​ ແນວພັນເຂົ້າລູກປະສົມຫຼາຍ ທີສຸດ ຫວຽດນາມ, ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ (ຮສຈ. ປອ) ຫງວຽນທິເຈີມ ໄດ້ປະດິດສ້າງອອກ ແນວພັນ ເຂົ້າ ລູກປະສົມ ນັບຫຼາຍສິບສາຍພັນ ທີ່ມ

ຈາກບັນດາສັນຍາ ໂອນກຳມະສິດເງິນຕື້…
ໃນເດືອນມິຖຸນາ 2008, ຮສຈ.ປອ.ວິລະຊົນແຮງງານ ຫງວຽນທິ ເຈີມ ​ໄດ້​ເຮັດ​ໃຫ້ ວົງການ ນັກວິທະຍາສາດ ໂລກ ຕົກຕະລຶງ​ ​ເມື່ອ ໂອນກຳມະສິດແນວ​ພັນ​ເຂົ້າ​ລູກປະສົມ ສອງສາຍພັນ TH3-3 ​​ໃຫ້​ບໍລິສັດ ເກື່ອງ​ເຕິນ ຈຳກັດ (ແຂວງ ນາມດິ້ງ) ດ້ວຍ​ມູນ​ຄ່າ 10 ຕື້​ດົ່ງ. ຂໍ້​ມູນ​ດັ່ງກ່າວ​ໄດ້​ສ້າງ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ ​ໃຫ້​ແກ່​ຂະ​ແໜງ​ວິທະ ຍາສາດ ​ກະສິກຳ​ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ແນວ​ພັນ.

ໃນເວລານັ້ນ, ແນວພັນເຂົ້າລູກປະສົມ ສອງສາຍ TH3-3 ຂອງ ຮສຈ. ປອ ຫງວຽນທິເຈິີມ ມີຈຸດເດັ່ນທີ່ດີເລີດເຊັ່ນ: ໄລຍະຈະເລີນ ເຕີບໂຕສັ້ນ, ພຽງແຕ່ 105-115 ວັນ/ນາປີ, 115-125 ວັນ/ນາແຊງ, ໃຫ້ຜົນຜະລິດສູງເຖິງ 7-8 ໂຕນ/ເຮັກຕາ, ສູງກວ່າ ລະດັບ ສະເລ່ຍ ຂອງ ລະດູນາປີ ປີ 2008 ຢູ່ພາກເໜືອ 6,5 ໂຕນ.

ນີ້ຍັງເປັນແນວພັນເຂົ້າ ທີ່ເໝາະກັບ ສະພາບອາກາດ ທີ່ ແຕກຕ່າງກັນ, ພິເສດແມ່ນຜະລິດ ຢູ່ ພາຍໃນປະເທດ, ສະນັ້ນ ລາຄາແນວພັນເຂົ້າ TH3-3 ເໝາະກັບ ກະເປົ໋າເງິນ ຂອງ ຊາວ ກະສິກອນ. ດ້ວຍເຫດນັ້ນ, TH3-3 ຈຶ່ງໄດ້ຮັບການຕອບຮັບເປັນ ຢ່າງດີຈາກ ຊາວກະສິກອນ ຈາກຫຼາຍແຫ່ງ ແຕ່ເຂດພູດອຍ ພາກເໜືອ ເຖິງເຂດທົ່ງພຽງ, ພາກກາງ ແລະ ໄຕງວຽນ.

ພາຍຫຼັງ​ໄດ້​ສົ່ງ​ເຖິງ​ຊາວ​ກະສິກອນ ບໍ່ດົນ, ​ແນວ​ພັນ​ເຂົ້າ​ນີ້ໄດ້​ນຳໄປ ປູກ ກວມເນື້ອທີ່ 60% ເນື້ອ​ທີ່​ຜະລິດ​ເຂົ້າລູກປະສົມ ໃນ​ທົ່ວ​ປະ​ເທດ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ກະສິກອນ ເປັນຈໍານວນຫຼວງຫຼາຍ.

ຮສຈ.ປອ. ວິລະຊົນແຮງງານ  ຫງວຽນທິເຈີມ ໄດ້ເປັນທີ່ຮູ້ຈັກວ່າ ເປັນ ຜູ້ຂາຍລິຂະສິດ ແນວພັນເຂົ້າ ລູກປະສົມ ຫຼາຍທີສຸດ ຫວຽດນາມ. ພາບ: ຫວຽດເກື່ອງ

ໃນ​ໄວ 77 ປີ, ຮສຈ.ປອ. ວິລະຊົນແຮງງານ  ຫງວຽນທິເຈີມ ຍັງ​ໄດ້​ໄປ​ທັດສະນະ​ສຶກສາ​ ​ທົ່ວ​ເຂດ​ທົ່ງພຽງ ​ແລະ ​ເຂດ​ພູດອຍ ​ເພື່ອການ​ຄົ້ນ​ຄ້ວາ, ຊອກຫາ​ແນວພັນ​ເຂົ້າ​ໃໝ່. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້

ຕາມ ​ຮສຈ.ປອ. ວິລະຊົນແຮງງານ  ຫງວຽນທິເຈີມ, ປັດຈຸ​ບັນ, ອາຊີບກະສິກຳ ​ຫວຽດນາມ ຍັງຄົງກວມ​ອັດຕາ​ສ່ວນ​ໃຫຍ່ ​ແລະ ຍາມໃດກໍຖືກປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງທ້າ​ທາຍ ​ແລະ ຄວາມ​ສ່ຽງ​ຫຼາຍ​ຢ່າງ​ ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້

ຮສຈ.ປອ. ວິລະຊົນແຮງງານ  ຫງວຽນທິເຈີມ ​ໄດ້​ໄປ​ທັດສະນະ​ສຶກ ສາ​ ຢູ່​ບັນດາ​ທ້ອງ​ຖິ່ນ ​ທີ່​ມີ​ການ​ປູກ​ເຂົ້າລູກປະສົມ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້
ໄດ້​ເຫັນກັບຕາ ​ທົ່ງ​ນາ​ ທີ່​ອຸດົມສົມບູນ ​ດ້ວຍ​ຕົນ​ເອງ​ ເປັນ​ແຮງ​ຈູງ​ໃຈ​ ເພື່ອໃຫ້​ ຮສຈ ຫງວຽນທິເຈີມ ສືບ​ຕໍ່​ອຸທິດ​ຕົນ​ ໃຫ້​ແກ່ ພາລະກິດ ວິທະຍາສາດ ເມື່ອ​ອາຍຸກວ່າ 70 ​ປີ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້

ໃນ​ເວ​ລາ​ນັ້ນ​ TH3-3 ​​ຖື​ວ່າ ​ເປັນ "ນາງງາມ​" ໃນ​ຈຳນວນ "ລູກ​" ຂອງ ຮສຈ.ປອ ຫງວຽນທິເຈີມ ກັບຜົນລະປູກ ແມ່ນ ເມັດ ເຂົ້າຂາວ, ຫອມ, ໜຽວ, ລໍາຕົ້ນຂ້ອນຂ້າງຕໍ່າ, ລຳແຂງ ເພາະສະນັ້ນບໍ່ຄ່ອຍ ຫັກໃນ​ເວລາ ພາຍຸຝົນຕົກ​ ແລະ ສາມາດທົນຕໍ່ພະຍາດເຊື້ອລາ ອື່ນໆ ໄດ້ດີ...

ຮສຈ ຫງວຽນທິເຈີມ ໄຂຄວາມໃນໃຈອອກມາວ່າ ມູນຄ່າ 10 ຕື້ດົ່ງ ຕໍ່ວິທະຍາສາດ ບໍ່ແມ່ນໃຫຍ່, ແຕ່ເປັນຄັ້ງທຳອິດ ທີ່ກະສິກຳ ໄດ້ສະແດງໃຫ້ເຫັນວ່າ ການຄົ້ນຄວ້າ ວິທະຍາສາດ ມີຄຸນຄ່າ ທາງດ້ານວັດຖຸ ທ່ີແທ້ຈິງ. ການຕີລາຄາ ດ້ວຍວັດຖຸ ໄດ້ສະແດງ ໃຫ້ເຫັນ ມູນຄ່າການນໍາໃຊ້ ຢູ່ນອກການຜະລິດ ແບບໃດ.

ກ່ອນໜ້ານັ້ນ, ຮສຈ.ປອ ຫງວຽນທິເຈີມ ຍັງໄດ້ຄົ້ນຄວ້າ ແລະ ເຜີຍ ແຜ່ ແນວພັນເຂົ້າລູກປະສົມ ຫຼາຍສິບສາຍພັນເຊັ່ນ: NN-9, NN-10, NN-23, TH-5, TH3-1, TH5-1, TH6-3, TH2-3… ແລະ ​ໄດ້​ສຳ​ເລັດ ​ການ​ມອບໂອນ​ລິ​ຂະ​ສິດ​ແນວພັນ​ເຂົ້າ​ລູກປະສົມ TH3-4 ດ້ວຍ​ລາຄາໂອນສູງ​ເຖິງ 700 ລ້ານ​ດົ່ງ​ ໃນ​ເດືອນ ມີນາ 2008. ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ສັນຍາ​ໂອນ ທີ່ມີ​ຄຸນ​ຄ່າ​ທີ່​ສຸດ ສຳລັບ​ບັນດາ​ນັກວິທະ ຍາສາດ ຫວຽດນາມ ​ໃນ​ເວລາ​ນັ້ນ.

 

ປີ 2016, ຮສຈ ຫງວຽນ​ທິ​ເຈີມ ​ໄດ້​ສືບ​ຕໍ່​ສ້າງ​ຄວາມ​ຕົກຕະລຶງ ​ເມື່ອເປີດຕົວ 4 ​ແນວ​ພັນ​ເຂົ້າ​ ເຮືອງ ໂກ໋ມ. ນີ້​ແມ່ນ​ແນວພັນ​ເຂົ້າ ​ທີ່ໄດ້​ສັງ​ເຄາະ ​ແລະ ຄັດ​ເລືອກ ​ຈາກ​ຫຼາຍ​ພັນ​ເຂົ້າ​ມີ​ກິ່ນ​ຫອມ ​ທີ່​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ, ຈາກ​ບັນດາ​ແນວ​ພັນ​ພິ​ເສດ ​ຂອງ​ ທ້ອງ​ຖິ່ນ. ໂດຍສະເພາະ, ພາຍຫຼັງຜົນການ ຄົ້ນຄວ້າ ແລະ ການປະເມີນ ພື້ນທີ່ຕົວຈິງ ຈາກຫຼາຍລະດູການ, ບັນດາແນວພັນເຂົ້າເຫຼົ່ານີ້ ໃຫ້ຜົນຜະລິດສູງກວ່າ ບັນດາແນວພັນເຂົ້າຫອມ ທີ່ປູກໃນປັດຈຸບັນ.

ເລື່ອງທີ່ຢູ່ເບື້ອງຫຼັງ ຂອງ ຕົ້ນເຂົ້າ

ຈຸດ​​ປ່ຽນ​ຄັ້ງໃຫຍ່​ ໃນ​ພາລະກິດ ຄົ້ນຄວ້າ ​ຂອງ​ ຮສຈ. ປອ ຫງວຽນ​ທິ​ເຈີມ ແມ່ນ ຊ່ວງ​ເວ​ລາ​ທີ່ ທ່ານ​ນາງ ​ໄດ້​ເຂົ້າ​ຮ່ວມ​ຊຸດ ອົບຮົມ ໄລຍະສັ້ນ ຢູ່​ສູນພັນ​ເຂົ້າ​ລູກປະສົມ ຢູ່ແຂວງ ຢຸນໜານ ແຫ່ງ ສປ ​ຈີນ. ຢູ່​ທີ່​ນີ້, ທ່ານນາງ​ໄດ້​ເຮັດ​ວຽກ​ ກັບ​ທ່ານ ​ສຈ ແຢ໋ວນ ລຸ໋ງບິງ, ນັກວິທະຍາສາດ ​ທີ່​ມີ​ຊື່​ສຽງ ​ຂອງ ​ຈີນ ​ແລະ ​​ໂລກ​ ກ່ຽວ​ກັບພັນ​ເຂົ້າລູກປະສົມ 3 ສາຍພັນ. ບັນດາແນວ​ພັນ​ເຂົ້າ​ ຂອງ ​ສຈ ແຢ໋ວນລຸ໋ງບິງ ໄດ້​ຊ່ວຍ​ຮັບ​ປະ​ກັນ ເຂົ້າ​ ໃຫ້​ປະ​ເທດ​ມີ ຈຳນວນ ປະຊາກອນ​ ນັບພັນລ້ານ​ຄົນນີ້. ນີ້​ແມ່ນ ​ກຳລັງ​ໃຈ ​ແລະ ​ເປັນ​ໂອກາດ ​ເພື່ອ​ໃຫ້​ ຮສຈ ຫງວຽນ​ທິ​ເຈີມ ປະຕິບັດ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ຢາກ​ຊ່ວຍເຫຼືອ ​ຊາວ​ກະສິກອນ ຫວຽດນາມ “​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ”.

ພາຍຫຼັງ​ກັບ​ປະເທດ, ດ້ວຍ​ຄວາມ​ຮູ້​ໃໝ່ ​ທີ່​ໄດ້​ຮ່ຳຮຽນ​ຈາກ​ສູນ​ເຂົ້າ​ພັນລູກປະສົມ ແຂວງ ຢຸນໜານ, ຮສຈ ຫງວຽນ​ທິ​ເຈີມ ​ແລະ ບັນດາ​ເພື່ອນຮ່ວມງານ ໄດ້​ຊອກ​ຫາແນວພັນເຂົ້າ​ ຢູ່ທ້ອງຖິ່ນ ​ແລະ ນຳ​ເຂົ້າ ຈາກຕ່າງປະເທດ ນັບຫຼາຍ​ຮ້ອຍ​ຊະນິດ ​ແລະ ດຳ​ເນີນການ ຄົ້ນຄວ້າ ຕາມຫຼາຍ​ທິດ​ທາງ​ທີ່ແຕກຕ່າງກັນ ​ເພື່ອການ​ທົດ​ລອງ ​ແລະ ປະສົມພັນ ເພື່ອສ້າງແນວພັນເຂົ້າໃໝ່.

ຕາມ​ ຮສຈ ຫງວຽນທິເຈີມ, ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ ກະ ສິກຳ​ໝັ້ນຄົງ ​ແລະ ຍືນ​ຍົງ ​ແມ່ນ​ຕ້ອງ​ມີ​ຖັນແຖວ​ ນັກວິທະຍາສາດ​ກະ ສິກຳ​ ທີ່ມີຄວາມຮັກຕໍ່​ອາຊີບ ​ແລະ ກ້າອຸທິດຕະຫຼອດ​ຊີວິດ​ເພື່ອ ການ​ຄົ້ນຄວ້າ​ວິທະຍາສາດ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້

ຮສຈ.ປອ. ວິລະຊົນແຮງງານ  ຫງວຽນທິເຈີມ ໃນການປະຊຸມ ສົນທະ ນາ ຂອງ ສະມາຄົມ ປັນຍາຊົນຍິງ ຫວຽດນາມ. ພາບ: ຫວຽດເກື່ອງ

ດ້ວຍຄວາມມານະອົດທົນ ແລະ ຄວາມພາກພຽນ, ຮສຈ ຫງວຽນ ທິເຈີມ ໄດ້ປະສົບຜົນສຳເລັດ ໃນການຄົ້ນຫາ ສາຍພັນເຂົ້າ ທີ່ ເໝາະ ສົມກັບ ລະດູການຜະລິດ ຂອງ ເຂດທົ່ງພຽງແມ່ນ້ຳຂອງ.

ຈາກ​ສາຍພັນ ທີ່​ໄດ້​ຄົ້ນ​ພົບ​ໃໝ່, ຮສຈ. ປອ ຫງວຽນ​ທິ​ເຈີມ ​ໄດ້​ຜະລິດ​ເຂົ້າລູກປະສົມ ຫຼາຍສາຍພັນອີກຄື: TH3-3, TH3-4, TH3-11, TH3-1, TH2-3...

ນາມມະຍົດ ແລະ ລາງວັນດີເດັ່ນ:
- ວິລະຊົນແຮງງານໃນສະໄໝປ່ຽນແປງໃໝ່;
- ນາຍຄູແຫ່ງຊາດ;
- ຫຼຽນໄຊແຮງງານຊັ້ນ III;
- ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ II;
- ລາງວັນແຫ່ງລັດ ວ່າດ້ວຍ ວິທະຍາສາດ ເຕັກໂນໂລຊີ;
- ລາງວັນ Kovalevskaia 2000;
- ຫຼຽນກາ ເພື່ອການສຶກສາ;
- ຫຼຽນໄຊ ເພື່ອວຽກງານກະສິກຳ;
- ຫຼຽນກາ ເພື່ອຮຸ່ນໜຸ່ມ.

ໃນເດືອນ ມິຖຸນາ 2021, ທ່ານນາງ ໄດ້ປະສົບຜົນສຳເລັດ ໃນການ ຂໍໃບຮັບຮອງ ໃຫ້ການຄຸ້ມຄອງ ແນວພັນເຂົ້າລູກປະສົມ ສາມສາຍ ພັນ MV2 ແລະ ແນວພັນ ເຂົ້າລູກປະສົມຫອມ ສອງສາຍພັນ 6. ນອກຈາກການຄັດເລືອກ ແລະ ສ້າງແນວພັນເຂົ້າແລ້ວ, ຮສຈ. ດຣ. ວິລະຊົນແຮງງານ ຫງວຽນທິເຈີມ ​ແລະ ​ເພື່ອນ​ຮ່ວມ​ງານ ​ຍັງໄດ້ປະ ສົມພັນ ແນວ​ປູກ​ພືດ ອີກ​ຫຼາຍ​ປະເພດ, ໂດຍສະເພາະໃນປີ 2019, ແນວພັນ Sacha inchi S18 ດ້ວຍຕົນເອງ ທ່ານນາງ ເປັນຜູ້ປະດິດ ສ້າງຕົ້ນຕໍ ໄດ້ຮັບການ ຮັບຮອງ ເປັນພິເສດ ແມ່ນແນວພັນຢາ ສະ ໝຸນໄພໃໝ່ຂອງ ຫວຽດນາມ. ຂໍ້​ມູນ​ດັ່ງກ່າວ​ໄດ້​ເປີດ​ໂອກາດ​ຜະລິດ ​ແລະ ພັດທະນາ​ຕົ້ນ​ Sacha inchi ​ເພື່ອ​ຊ່ວຍ​ໃຫ້​ຊາວ​ກະສິກອນ​ຫັນ ປ່ຽນ​ໂຄງ​ປະກອບ​ການ​ປູກ ແລະ ຍົກ​ສູງ​ຄຸນຄ່າ​ຜະລິດ​ຕະພັນ​ກະ​ເສດ​ ຫວຽດນາມ.

ຮສຈ.ປອ. ວິລະຊົນແຮງງານ  ຫງວຽນທິເຈີມ ວິລະຊົນ ແຮງງານ ໃນສະໄໝປ່ຽນແປງໃໝ່, ໄດ້​ຮັບຫຼຽນໄຊແຮງງານ ຊັ້ນ III ຈາກ ລັດ; ລາງວັນ Kovalevskaia 2000…

ຮສຈ.ປອ ຫງວຽນທິເຈີມ ເປັນຜູ້ຂາຍລິຂະສິດ ແນວພັນ ເຂົ້າລູກປະ ສົມຫຼາຍທີສຸດ ຫວຽດນາມ ແລະ ເປັນນັກວິທະຍາສາດຍິງ ທີ່ປະສົບ ຜົນສຳເລັດທີ່ສຸດ ໃນຂະແໜງກະສິກຳ.