ຕາມຂໍ້ມູນຈາກກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ ທີ່ປະກາດໃນວັນທີ 14 ກຸມພາ ແລ້ວ, ໃນໄລຍະທຳອິດ, Starlink Services ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍທີ່ສຸດແມ່ນ 600.000 ເຄື່ອງອຸປະກອນຢູ່ ຫວຽດນາມ ແລະ ເຄົາລົບຂໍ້ກຳນົດດ້ານກົດໝາຍຢ່າງຄົບຖ້ວນ.
ກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ອອກໃບອະນຸຍາດນຳໃຊ້ຄວາມຖີ່ ແລະ ອຸປະກອນສັນຍານວິທະຍຸໂທລະພາບເອກເລັກໂຕນິກໃຫ້ແກ່ບໍລິສັດ Starlink Services ຫວຽດນາມ ຈຳກັດ.
ຕາມຂໍ້ມູນຈາກກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ ທີ່ປະກາດໃນວັນທີ 14 ກຸມພາ ແລ້ວ, ໃນໄລຍະທຳອິດ, Starlink Services ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍທີ່ສຸດແມ່ນ 600.000 ເຄື່ອງອຸປະກອນຢູ່ ຫວຽດນາມ ແລະ ເຄົາລົບຂໍ້ກຳນົດດ້ານກົດໝາຍຢ່າງຄົບຖ້ວນ.
ຢູ່ ຫວຽດນາມ, SpaceX ໄດ້ທົດລອງລົງທຶນ, ດຳເນີນທຸລະກິດການບໍລິການໂທລະຄົມມະນາຄົມມີພື້ນຖານໂຄງລ່າງອິນເຕີແນັດ, ຮູບແບບໂທລະຄົມມະນາຄົມດາວທຽມວົງໂຄຈອນໄລຍະຕ່ຳ ບົນຫຼັກການຮັບປະກັນການປ້ອງກັນຊາດ, ຄວາມໝັ້ນຄົງ. ເລື່ອງທົດລອງດຳເນີນການບໍລິການໂທລະຄົມມະນາຄົມໄດ້ປະຕິບັດໃນໄລຍະ 5 ປີ ແລະ ຈະສິ້ນສຸດກ່ອນວັນທີ 01 ມັງກອນ 2031.
(ແຫຼ່ງຄັດຈາກ VOV)