• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດ​ສະ​ຣາ​ແອັນ​ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ກຳ​ລັງ​ ​ຮູ​ທີ ຢູ່ ເຢ​ແມນ

ວັນທີ 25 ກັນຍາ, ກອງທັບ ອິດສະຣາແອັນ ໄດ້ປຸກປັ່ນບັ້ນຮົບບຸກໂຈມຕີເລັ່ງໃສ່ ເຢແມນ ເພື່ອແນໃສ່ໂຕ້ຕອບເລື່ອງກຳລັງ ຮູທີ ບຸກໂຈມຕີໃນວັນທີ 24 ກັນຍາ. ບັນດາເປົ້າໝາຍເຊິ່ງກຳລັງ ອິດສະຣາແອັນ ເລັ່ງໃສ່ແມ່ນບັນດາຮາກຖານຂອງກຳລັງ ຮູທີ ຢູ່ເຂດນະຄອນຫຼວງ Sanaa.
ຄວັນໄຟຫຼັງການບຸກໂຈມຕີທາງອາກາດຂອງອິດສະຣາແອັນ ຢູ່ Sanaa, ເຢແມນ ໃນວັນທີ 10/9/2025 (ພາບ: THX/TT)

ທ່ານ Israel Katz  ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ຢັ້ງຢືນວ່າ ການບຸກໂຈມຕີໄດ້ເຂັ່ນຂ້າຕາຍສະມາຊິກ ຮູທີ ນັບສິບຄົນ, ທຳລາຍສາງເກັບ UAV ແລະ ອາວຸດຂອງກຸ່ມນີ້ຫຼາຍແຫ່ງ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 24 ກັນຍາ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ໄດ້ຂຽນລົງໃນສື່ສັງຄົມອອນໄລ X ໂດຍກ່າວເຕືອນ ຮູທີ ຈະຖືກເສຍຫາຍຢ່າງໜັກໜ່ວງ ເພາະວ່າບໍ່ຍອມຖອດຖອດບົດຮຽນຈາກ ອີຣານ, ລີບັງ ແລະ ກາຊາ, ແລະ ສືບຕໍ່ປຸກລະດົມບັ້ນບຸກໂຈມຕີຕ້ານ ອິດສະຣາແອັນ.

        ພາຍຫຼັງບັ້ນບຸກໂຈມຕີຂອງ ອິດສະຣາແອັນ ພຽງ 2 – 3 ຊົ່ວໂມງ, ຮູທີ ໄດ້ຍິງລູກສອນໄຟນຳວິທີໄປທາງ ອິດສະຣາແອັນ ໃນຕອນກາງຄືນ. ລະບົບປ້ອງກັນອາກາດ ອິດສະຣາແອັນ ໄດ້ສະກັດກັ້ນລູກສອນໄຟຂອງ ຮູທີ ສຳເລັດ ແລະ ບັ້ນບຸກໂຈມຕີບໍ່ກໍ່ຜົນເສຍຫາຍຫຼາຍພໍປານໃດ.

(ແຫຼ່ງຄັດຈາກ VOV)

ນຳ​ຫ໋າຍ​ຝ່ອງ ​ກາຍ​ເປັນ​ນະ​ຄອນ ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ລະ​ດັບ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ນຳ​ຫ໋າຍ​ຝ່ອງ ​ກາຍ​ເປັນ​ນະ​ຄອນ ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ລະ​ດັບ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕ້ອງສ້າງຫ໋າຍຝ່ອງຕາມທິດນຳ 12 ຄຳສັບ: “ສາມັກຄີ - ຮັ່ງມີເຂັ້ມແຂງ - ທັນສະໄໝ - ວັດທະນາຖາວອນ - ສິວິໄລ - ຜາສຸກ”, ກາຍເປັນນະຄອນສັງຄົມນິຍົມໂດຍໄວ - ກົມກຽວ, ໃສແຈ້ງ, ສີຂຽວ, ສະອາດ, ງາມຕາມ, ໜ້າຢູ່”.

Top