• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​​ລົດ​ໂອ​ໂຕ​ນຳ​ເຂົ້າ​ຈາກ ອີ​ຢູ

ລົດ​ໂອ​ໂຕ​ຈາກ ອີ​ຢູ ເຄີຍ​ໄດ້​ຮັບ​ອັດ​ຕາ​ພາ​ສີ​ທັງ​ໝົດ​ຂຶ້ນ​ເຖິງ 27.5%.
(ພ່າບປະກອບ)    

ວັນ​ທີ 1 ພຶດ​ສະ​ພາ, ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​ວ່າ ຈະ​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​​ລົດ​ໂອ​ໂຕປະ​ປະ​ເພດ​ຕ່າງໆ ແລະ ລົດ​ຂົນ​ສົ່ງ​ນຳ​ເຂົ້າ​ຈາກ ອີ​ຢູ ຂຶ້ນ 25% ໃນ​ອາ​ທິດ​ໜ້າ​ດ້ວຍ​ຄຳ​ກ່າວ​ຫາ​ວ່າ ກຸ່ມນີ້ ພວມບໍ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຄ້າ​ສອງ​ຝ່າຍ​ກັບ ວໍ​ຊິງ​ຕັນ.

ຄຳ​ປະ​ກາດ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ ພາຍຫຼັງ 1 ວັນ​ທີ່​ທ່ານ Trump ໄດ້​ສືບ​ຕໍ່​ຕຳ​ໜິ​ຕິ​ຕຽນ​ທ່ານ Friedrich Merz, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ວ່າ ຄວນ​ສຸມ​ໃສ່​ການ​ຢຸດ​ຕິ​ການ​ປະ​ທະ​ກັນຢູ່ ຢູ​ແກຼ​ນ ແທນ​ທີ່​ແຊກ​ແຊງ​ເຂົ້າ​ສະ​ພາບ​ການ​ຢູ່ ອີ​ຣານ. ເຢຍ​ລະ​ມັນ ອາດ​ຈະ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຍ້ອນ​ອັດ​ຕາ​ພາ​ສີ​ສູງ ສຳ​ລັບ​ລົດ​ໂອ​ໂຕ ແລະ ເຄື່ອງ​ອາ​ໄຫຼ່ ຍ້ອນ​ໄດ້​ສົ່ງ​ອອກ​ລົດ​ໂອ​ໂຕ​ເປັນ​ຈຳ​ນວນຫຼາຍ. ຕາມ​ຂໍ້​ຕົກ​ລົງ​ການ​ຄ້າ​ປີ 2025, ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ໄດ້​ຫລຸດ​ອັດ​ຕາ​ພາ​ສີ​ສຳລັບ​ລົດ​ໂອ​ໂຕ​ຂອງ ອີ​ຢູ ລົງ​ເຫຼືອ​ພຽງ 15%. ກ່ອນ​ໜ້ານັ້ນ, ລົດ​ໂອ​ໂຕ​ຈາກ ອີ​ຢູ ເຄີຍ​ໄດ້​ຮັບ​ອັດ​ຕາ​ພາ​ສີ​ທັງ​ໝົດ​ຂຶ້ນ​ເຖິງ 27.5%.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ໄດ້​ເຮັດ​ໃຫ້ 2600 ຄົນ​ເສຍ​ຊີ​ວິດ, ກ່​ວາ 8000 ຄົ​ນ​ຖືກ​ບາດ​ເຈັບ ແລະ ກ່​ວາ 1.2 ຄົນ​ຕ້ອງ​ຍົກ​ຍ້າຍ​ໃນ​ທົ່ວ​ປະ​ເທດ.

Top