• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ພິ​ຈາ​ລະ​ຈາ ຖ​ອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ​​ປະ​ເທດສະ​ມາ​ຊິກ NATO ຈຳ​ນວນ​ໜຶ່ງທີ່​ບໍ່​ສະ​ໜັບ​ສະ​ໜູນ ອາ​ເມ​ລິ​ກາ ໃນ​ການ​ປະ​ທະ​ກັນ ກັບ ອີ​ຣານ

ອຳ​ນາດ​ການ​ປົ​ກ​ຄອງຂອງ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພວມ​ພິ​ຈາ​ລະ​ນາ​ແຜນ​ການ​ລົງ​ໂທດ​ສະ​ມາ​ຊິກ​ສຳ​ພັນ​ທະ​ມິດ​ການ​ທະ​ຫານ ສົນ​ທິ​ສັນ​ຍາ ອັດ​ລັງ​ຕິກ​ເໜືອ (NATO) ຈຳ​ນວນ​ໜຶ່ງ ເຊິ່ງ ວໍ​ຊິງ​ຕັນ ຖື​ວ່າ ບໍ່​ໜູນ​ຊ່ວຍ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ໃນ​ການ​ປະ​ທະ​ກັນ ກັບ ອີ​ຣານ.
  ນາຍ​ທະ​ຫານ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ກັບ​ກຳ​ລັງ​ປະ​ກອບ​ອາ​ວຸດ ບຸນ​ກາ​ຣີ (ພາບ: REUTERS/Spasiyana Sergieva)  

ຂໍ້​ສ​ະ​ເໜີ​ດັ່ງ​ກ່າວ ລວມ​ມີຄວາມ​ອາດສາ​ມາດ​ຖອນ​ກຳ​ລັງ​ທະ​ຫານ ອາ​ເມ​ລິ​ກາ ອອກ​ຈາກ​ບັນ​ດາ​ປະ​ເທດ​ທີ່​ຖືກ​ຕີ​ລາ​ຄາ​ວ່າ “ບໍ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດ” ໃຫ້​ແກ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ບັ້ນ​ການ​ສູ້​ຮົບ, ພ້ອມ​ທັງ​ຈັດ​ສົ່ງ​ກຳ​ລັງ​ໄປ​ຍັງ​ບັນ​ດາ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ບັ້ນ​ການ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ຢ່າງ​ແຮງ ຄືນ​ໃໝ່. ລະ​ອຽດ​, ​ຢ່າງ​ໜ້ອຍ​ສຸດ​ ອາ​ເມ​ລິ​ກາ ຈະ​ຖອນ​ກຳ​ລັງ​ອອກ​ຈາກ​ຖານ​ທີ່​ໝັ້ນ​ຢູ່ ແອັດ​ສະ​ປາຍ ຫຼື ເຢຍ​ລະ​ມັນ.

ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ສາຍ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ບັນ​ດາ​ພັນ​ທະ​ມິດ NATO ສືບ​ຕໍ່​ເຄັ່ງ​ຕຶງ​ຂຶ້ນ. ໂດຍ​ບໍ່​ຫົວ​ຊາ​ຕໍ່​ເລື່ອງ​ທ່ານ Mark Rutte ​ເລ​ຂ​າ​ທິ​ການ​ໃຫຍ່ NATO ພວມ​ເດີນ​ທາງ​ໄປ​ຍັງ ອາ​ເມ​ລິ​ກາ ນັ້ນ, ທຳ​ນຽບ​ຂາວ ​ຍັງ​ຄົງຖື​ວ່າ ບາງ​ປະ​ເທດ ເອີ​ຣົບ ໄດ້ “ຫັນຫຼັງ” ຕໍ່​ປະ​ຊາ​ຊົນ ອາ​ເມ​ລິ​ກາ ໃນ​ຕະຫຼອດ​ໄລ​ຍະ​ປະ​ທະ​ກັນ​ກັບ ອີ​ຣານ ເຖິງວ່າ ປະ​ຊາ​ຊົນ ອາ​ເມ​ລິ​ກາ​ ​ພວມ​ໃຫ້​ການ​ຊ່ວຍ​ເຫຼືອ​ຕໍ່​ພື້ນ​ຖານ​ປ້ອງ​ກັນ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ນັ້ນ​ຢູ່.

(ແຫຼ່ງຄັດຈາກ VOV)

ຜູ້ປະປະຈຳການຄະນະເລຂາທິການສູນກາງພັກ ຫວຽດນາມ ແລະ ລາວ ດຳເນີນການໂອ້ລົມສົນທະນາ

ຜູ້ປະປະຈຳການຄະນະເລຂາທິການສູນກາງພັກ ຫວຽດນາມ ແລະ ລາວ ດຳເນີນການໂອ້ລົມສົນທະນາ

ທີ່ການໂອ້ລົມສົນທະນາ, 2 ຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ພິເສດແມ່ນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ

Top