ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມພິຈາລະນາແຜນການລົງໂທດສະມາຊິກສຳພັນທະມິດການທະຫານ ສົນທິສັນຍາ ອັດລັງຕິກເໜືອ (NATO) ຈຳນວນໜຶ່ງ ເຊິ່ງ ວໍຊິງຕັນ ຖືວ່າ ບໍ່ໜູນຊ່ວຍ ອາເມລິກາ ແລະ ອິດສະຣາແອັນ ໃນການປະທະກັນ ກັບ ອີຣານ.
ນາຍທະຫານ ອາເມລິກາ ເຂົ້າຮ່ວມການຊ້ອມຮົບຮ່ວມກັບກຳລັງປະກອບອາວຸດ ບຸນກາຣີ (ພາບ: REUTERS/Spasiyana Sergieva)
ຂໍ້ສະເໜີດັ່ງກ່າວ ລວມມີຄວາມອາດສາມາດຖອນກຳລັງທະຫານ ອາເມລິກາ ອອກຈາກບັນດາປະເທດທີ່ຖືກຕີລາຄາວ່າ “ບໍ່ນຳມາເຊິ່ງຜົນປະໂຫຍດ” ໃຫ້ແກ່ຄວາມມານະພະຍາຍາມໃນບັ້ນການສູ້ຮົບ, ພ້ອມທັງຈັດສົ່ງກຳລັງໄປຍັງບັນດາປະເທດທີ່ໃຫ້ການສະໜັບສະໜູນບັ້ນການທະຫານຂອງ ອາເມລິກາ ຢ່າງແຮງ ຄືນໃໝ່. ລະອຽດ, ຢ່າງໜ້ອຍສຸດ ອາເມລິກາ ຈະຖອນກຳລັງອອກຈາກຖານທີ່ໝັ້ນຢູ່ ແອັດສະປາຍ ຫຼື ເຢຍລະມັນ.
ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການສາຍພົວພັນລະຫວ່າງ ອາເມລິກາ ແລະ ບັນດາພັນທະມິດ NATO ສືບຕໍ່ເຄັ່ງຕຶງຂຶ້ນ. ໂດຍບໍ່ຫົວຊາຕໍ່ເລື່ອງທ່ານ Mark Rutte ເລຂາທິການໃຫຍ່ NATO ພວມເດີນທາງໄປຍັງ ອາເມລິກາ ນັ້ນ, ທຳນຽບຂາວ ຍັງຄົງຖືວ່າ ບາງປະເທດ ເອີຣົບ ໄດ້ “ຫັນຫຼັງ” ຕໍ່ປະຊາຊົນ ອາເມລິກາ ໃນຕະຫຼອດໄລຍະປະທະກັນກັບ ອີຣານ ເຖິງວ່າ ປະຊາຊົນ ອາເມລິກາ ພວມໃຫ້ການຊ່ວຍເຫຼືອຕໍ່ພື້ນຖານປ້ອງກັນຊາດຂອງບັນດາປະເທດພັນທະມິດນັ້ນຢູ່.