• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາຢາກ​ໃຫ້ຢູ​ແກຼນ​ດຳ​ເນີນການ​ເລືອກ​ຕັ້ງ​ພາຍຫຼັງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ກັບລັດ​ເຊຍ

ທ່ານປະທານາທິບໍດີຢູແກຼນVolodymyr Zelenskiy ເຄີຍໃຫ້ຮູ້ວ່າປະເທດນີ້ອາດຈະດຳເນີນການເລືອກຕັ້ງໃນປີນີ້ຖ້າຫາກການປະທະກັນຢຸດຕິ ແລະບັນດາການຮັບປະກັນຄວາມໝັ້ນໄດ້ຮັບການປະຕິບັດ.
ທ່ານ Keith Kellogg ທູດພິເສດຂອງທ່ານປະທານາທິບໍດີອາເມລິກາກ່ຽວກັບການປະທະກັນຢູ່ ຢູແກຼນ (ພາບ: RT)

ວັນທີ1ກຸມພາ, ທ່ານKeith Kellogg ທູດພິເສດຂອງທ່ານປະທານາທິບໍດີອາເມລິກາກ່ຽວກັບຢູແກຼນໃຫ້ຮູ້ວ່າອາເມລິກາຢາກໃຫ້ຢູແກຼນ ອາດສາມາດຈັດຕັ້ງການເລືອກຕັ້ງທົ່ວປະເທດໃນທ້າຍປີນີ້, ຖ້າປະເທດນີ້ບັນລຸໄດ້ຂໍ້ຕົກລົງຢຸດຍິງກັບລັດເຊຍ. ຕາມທ່ານKeith Kelloggແລ້ວ, ບັນດາການເລືອກຄັ້ງປະທານາທິບໍດີແລະສະພາແຫ່ງຊາດຢູ່ ຢູແກຼນ, ເຊິ່ງຖືກຢຸດສະຫງັກຍ້ອນການປະທະກັນກັບລັດເຊຍຕ້ອງໄດ້ຮັບການເຊື່ອມຕໍ່ຄືນໃໝ່.

ອາຍຸການຂອງທ່ານປະທານາທິບໍດີຢູແກຼນ Volodymyr Zelenskiy ຄາດວ່າຈະສິ້ນສຸດໃນທ້າຍປີກາຍນີ້, ແຕ່ບັນດາການເລືອກຕັ້ງປະທານາທິບໍດີແລະສະພາແຫ່ງຊາດບໍ່ສາມາດດຳເນີນໄດ້ຍ້ອນວ່າປະເທດນີ້ໄດ້ປະກາດກົດໄອຍະການເສິກໃນເດືອນກຸມພາປີ2022 ເຊິ່ງແມ່ນຈຸດເວລາລັດເຊຍເລີ່ມຕົ້ນບັ້ນການທະຫານພິເສດຢູ່ທີ່ນີ້. ອາເມລິກາພາຍໃຕ້ອຳນາດການປົກຄອງປະທານາທິບໍດີ Bidenກໍ່ເຄີຍຍົກອອກບັນຫາເລືອກຕັ້ງສຳລັບບັນດາເຈົ້າໜ້າທີ່ຂັ້ນສູງຢູແກຼນໃນປີ2023 ແລະ 2024.

ໃນຂະນະນັ້ນ, ທ່ານປະທານາທິບໍດີຢູແກຼນVolodymyr Zelenskiy ເຄີຍໃຫ້ຮູ້ວ່າປະເທດນີ້ອາດຈະດຳເນີນການເລືອກຕັ້ງໃນປີນີ້ຖ້າຫາກການປະທະກັນຢຸດຕິ ແລະບັນດາການຮັບປະກັນຄວາມໝັ້ນໄດ້ຮັບການປະຕິບັດ.

(ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ສື່ມວນຊົນອາຣັບບິຊາອຸດິໄດ້ໃຫ້ຂ່າວວ່າວັນທີ2 ກຸມພາທ່ານ Ahmed Al-Sharaa, ປະທານາທິບໍດີຊົ່ວຄາວຊີຣີຈະທຳການຢ້ຽມຢາມປະເທດນີ້.

Top