ທ່ານປະທານາທິບໍດີຢູແກຼນVolodymyr Zelenskiy ເຄີຍໃຫ້ຮູ້ວ່າປະເທດນີ້ອາດຈະດຳເນີນການເລືອກຕັ້ງໃນປີນີ້ຖ້າຫາກການປະທະກັນຢຸດຕິ ແລະບັນດາການຮັບປະກັນຄວາມໝັ້ນໄດ້ຮັບການປະຕິບັດ.
ທ່ານ Keith Kellogg ທູດພິເສດຂອງທ່ານປະທານາທິບໍດີອາເມລິກາກ່ຽວກັບການປະທະກັນຢູ່ ຢູແກຼນ (ພາບ: RT)
ວັນທີ1ກຸມພາ, ທ່ານKeith Kellogg ທູດພິເສດຂອງທ່ານປະທານາທິບໍດີອາເມລິກາກ່ຽວກັບຢູແກຼນໃຫ້ຮູ້ວ່າອາເມລິກາຢາກໃຫ້ຢູແກຼນ ອາດສາມາດຈັດຕັ້ງການເລືອກຕັ້ງທົ່ວປະເທດໃນທ້າຍປີນີ້, ຖ້າປະເທດນີ້ບັນລຸໄດ້ຂໍ້ຕົກລົງຢຸດຍິງກັບລັດເຊຍ. ຕາມທ່ານKeith Kelloggແລ້ວ, ບັນດາການເລືອກຄັ້ງປະທານາທິບໍດີແລະສະພາແຫ່ງຊາດຢູ່ ຢູແກຼນ, ເຊິ່ງຖືກຢຸດສະຫງັກຍ້ອນການປະທະກັນກັບລັດເຊຍຕ້ອງໄດ້ຮັບການເຊື່ອມຕໍ່ຄືນໃໝ່.
ອາຍຸການຂອງທ່ານປະທານາທິບໍດີຢູແກຼນ Volodymyr Zelenskiy ຄາດວ່າຈະສິ້ນສຸດໃນທ້າຍປີກາຍນີ້, ແຕ່ບັນດາການເລືອກຕັ້ງປະທານາທິບໍດີແລະສະພາແຫ່ງຊາດບໍ່ສາມາດດຳເນີນໄດ້ຍ້ອນວ່າປະເທດນີ້ໄດ້ປະກາດກົດໄອຍະການເສິກໃນເດືອນກຸມພາປີ2022 ເຊິ່ງແມ່ນຈຸດເວລາລັດເຊຍເລີ່ມຕົ້ນບັ້ນການທະຫານພິເສດຢູ່ທີ່ນີ້. ອາເມລິກາພາຍໃຕ້ອຳນາດການປົກຄອງປະທານາທິບໍດີ Bidenກໍ່ເຄີຍຍົກອອກບັນຫາເລືອກຕັ້ງສຳລັບບັນດາເຈົ້າໜ້າທີ່ຂັ້ນສູງຢູແກຼນໃນປີ2023 ແລະ 2024.
ໃນຂະນະນັ້ນ, ທ່ານປະທານາທິບໍດີຢູແກຼນVolodymyr Zelenskiy ເຄີຍໃຫ້ຮູ້ວ່າປະເທດນີ້ອາດຈະດຳເນີນການເລືອກຕັ້ງໃນປີນີ້ຖ້າຫາກການປະທະກັນຢຸດຕິ ແລະບັນດາການຮັບປະກັນຄວາມໝັ້ນໄດ້ຮັບການປະຕິບັດ.