ທ່ານ Donald Trump ໃຫ້ຮູ້ວ່າໄດ້ບັນລຸຂໍ້ຕົກລົງກັບ ອິນໂດເນເຊຍ, ຜ່ານນັ້ນ ອັດຕາພາສີສົມທົບຂອງ ອາເມລິກາ ຕໍ່ປະເທດນີ້ຈະຫຼຸດລົງແຕ່ 32% ລົງເຫຼືອພຽງ 19%.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 15 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ມີອັດຕາພາສີລວມແມ່ນກວ່າ 10% ອາດຈະຈັດວາງສຳລັບສິນຄ້າທີ່ນຳເຂົ້າຂອງຢ່າງໜ້ອຍສຸດ 100 ປະເທດ. ຕາມທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Howard Lutnick, ບັນດາປະເທດທີ່ຖືກຈັດວາງອັດຕາພາສີ 10% ສ່ວນຫຼາຍແມ່ນຢູ່ ອາຟະລິກາໃຕ້ ແລະ ພາກພື້ນ ກາຣີເບ, ແຫ່ງທີ່ມີລະດັບການແລກປ່ຽນການຄ້າກັບ ອາເມລິກາ ບໍ່ຫຼາຍ ແລະ ບໍ່ຊ່ວຍແກ້ໄຂສະພາບຂາດດຸ່ນການຄ້າຂອງ ອາເມລິກາ ຫຼາຍ.
ໃນວັນດຽວກັນ, ທ່ານ Donald Trump ໃຫ້ຮູ້ວ່າໄດ້ບັນລຸຂໍ້ຕົກລົງກັບ ອິນໂດເນເຊຍ, ຜ່ານນັ້ນ ອັດຕາພາສີສົມທົບຂອງ ອາເມລິກາ ຕໍ່ປະເທດນີ້ຈະຫຼຸດລົງແຕ່ 32% ລົງເຫຼືອພຽງ 19%. ສ່ວນອັດຕາພາສີຂອງ ອິນໂດເນເຊຍ ສຳລັບສິນຄ້າຂອງ ອາເມລິກາ ຈະແມ່ນ 0% ແລະ ອາເມລິກາ ມີສິດເຂົ້າເຖິງຕະຫຼາດ ອິນໂດເນເຊຍ ທັງໝົດ
(ແຫຼ່ງຄັດຈາກ VOV)