• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດ ສສຊ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ບັນລຸ 99,68%

ຢູ່ບັນດາແຂວງເຂດ ໄຕບັກ, ຄື: ລາຍເຈົາ, ເຊີນລາ, ດ້ຽນບຽນ, ລາວກາຍ ແລະ ຕວຽນກວາງ ໄດ້ປະຕິບັດສຳເລັດການເລືອກຕັ້ງ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເປັນຢ່າງສູງ.
ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງແມ່ນກວ່າ 76 ລ້ານຄົນ, ບັນລຸ 99,68%)

ກະຊວງພາຍໃນໃຫ້ຮູ້ວ່າ ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໄດ້ສິ້ນສຸດລົງໃນເວລາ 21 ໂມງຂອງວັນທີ 15 ມີນາ. ຕົວເລກອັບເດັດຮອດເວລາ 23 ໂມງ 23 ນາທີຂອງວັນທີ 15 ມີນາ ໃນລະບົບຊອບແວຂອງສະພາເລືອກຕັ້ງແຫ່ງຊາດຊີ້ໃຫ້ເຫັນວ່າ ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງແມ່ນກວ່າ 76 ລ້ານຄົນ, ບັນລຸ 99,68%. ມີ 4/34 ແຂວງ, ນະຄອນມີອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງສຸດໃນທົ່ວປະເທດແມ່ນ ລາວກາຍ, ເຫ້ວ, ຕວຽນກວາງ ແລະ ວິງລອງ. ທັງໝົດ 34 ແຂວງ, ນະຄອນບັນລຸອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດກວ່າ 99%.

        ຢູ່ບັນດາແຂວງເຂດ ໄຕບັກ, ຄື: ລາຍເຈົາ, ເຊີນລາ, ດ້ຽນບຽນ, ລາວກາຍ ແລະ ຕວຽນກວາງ ໄດ້ປະຕິບັດສຳເລັດການເລືອກຕັ້ງ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເປັນຢ່າງສູງ. ທ່ານ ຈ້ຽວວັນເທືອງ, ຜູ້ມີສິດເລືອກຕັ້ງຕາແສງ ເລິມເທື້ອງ, ແຂວງ ລາວກາຍ ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມການເລືອກຕັ້ງ. ຂ້າພະເຈົ້າກໍ່ຕັ້ງຄວາມຫວັງວ່າ ບັນດາຜູ້ສະໝັກຮັບເລືອກຕັ້ງເມື່ອໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ ຈະນຳເອົາຄວາມສາມາດຢ່າງສຸດຂີດຂອງຕົນ, ຕອບສະໜອງຄວາມລໍຄອຍຂອງພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃຫ້ເປັນຢ່າງດີທີ່ສຸດ”.

(ແຫຼ່ງຄັດຈາກ VOV)

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 33 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 3+3 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ.

Top