ຫວຽດນາມ ໄດ້ປະຕິບັດສຳເລັດ 22 ຄາດໝາຍເສດຖະກິດສັງຄົມໃນໄລຍະ 2021 – 2025, ສະເພາະສອງປີ 2024 – 2025 ໄດ້ປະຕິບັດສຳເລັດ 15/15 ຄາດໝາຍ ເຖິງວ່າຕ້ອງປະເຊີນໜ້າກັບພະຍາດໂຄວິດ - 19, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດທີ່ນັບມື້ນັບຮ້າຍແຮງ ແລະ ພູມີສາດການເມືອງໃນໂລກທີ່ຂາດສະຖຽນລະພາບ.
ບັນດາຜົນສຳເລັດທີ່ປະທັບໃຈກ່ຽວກັບການພັດທະນາເສດຖະກິດສັງຄົມໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍຜ່ານມາໄດ້ສະແດງໃຫ້ເຫັນ ຫວຽດນາມ ມີຄວາມສາມາດຢ່າງພຽງພໍໃນການນຳການເຕີບໂຕບັນລຸລະດັບສອງຕົວເລກໃນຊຸມປີຕໍ່ໄປ. ນີ້ແມ່ນຂໍ້ສັງເກດຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານ ຢູ່ວາລະປຶກສາຫາລືໃນວັນທີ 29 ຕຸລາ ຢູ່ກອງປະຊຸມຄັ້ງທີ 10 ສະພາແຫ່ງຊາດຊຸດທີ XV.
ເມື່ອຕີລາຄາ ຫວຽດນາມ ສາມາດບັນລຸໄດ້ບັນດາຜົນສຳເລັດສຳຄັນດ້ານເສດຖະກິດໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍ, ທ່ານ ເຈິ່ນຮວ່າງເງິນ ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ຫວຽດນາມ ໄດ້ປະຕິບັດສຳເລັດ 22 ຄາດໝາຍເສດຖະກິດສັງຄົມໃນໄລຍະ 2021 – 2025, ສະເພາະສອງປີ 2024 – 2025 ໄດ້ປະຕິບັດສຳເລັດ 15/15 ຄາດໝາຍ ເຖິງວ່າຕ້ອງປະເຊີນໜ້າກັບພະຍາດໂຄວິດ - 19, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດທີ່ນັບມື້ນັບຮ້າຍແຮງ ແລະ ພູມີສາດການເມືອງໃນໂລກທີ່ຂາດສະຖຽນລະພາບ. ທ່ານ ເຈິ່ນຮວ່າງເງິນ ໃຫ້ຮູ້ວ່າ:
ຫວຽດນາມ ຕ້ອງໃຫ້ບຸລິມະສິດການພັດທະນາອີງຕາມຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ທີ່ຕັ້ງພູມີສາດການເມືອງຂອງປະເທດຊາດ, ສຸມໃສ່ໃຫ້ບຸລິມະສິດພັດທະນາເສດຖະກິດທະເລ, logistic, ກະສິກຳ, ການບໍລິການສາທາລະນະສຸກ, ການສຶກສາຄຸນນະພາບສູງ. ນອກຈາກນັ້ນ, ໄປຄຽງຄູ່ກັບການຍູ້ແຮງການສົ່ງເສີມທາງການຄ້າ, ຂຸດຄົ້ນຕະຫຼາດທີ່ມີຢູ່ແລ້ວ, ໝູນໃຊ້ສັນຍາການຄ້າເສລີ 17 ສະບັບທີ່ໄດ້ຮັບການລົງນາມແລ້ວນັ້ນ ແມ່ນຕ້ອງເພີ່ມທະວີປະລິມານສີຂຽວ, ດີຈີຕອນ, ວິທະຍາສາດເຕັກໂນໂລຢີ, ມູນຄ່າເພີ່ມໃນສິນຄ້າສົ່ງອອກຂອງ ຫວຽດນາມ.
ໂດຍແບ່ງປັນການຕີລາຄາກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານ ຫງວຽນວັນມິງ ສະມາຊິກສະພາແຫ່ງຊາດນະຄອນ ດ່ານັ້ງ ໃຫ້ຂໍ້ສັງເກດວ່າ ລັດຖະບານຕ້ອງມີນະໂຍບາຍລະອຽດໂດຍໄວ ເພື່ອນຳມະຕິເລກທີ 68 ຂອງກົມການເມືອງ ເຂົ້າໃນຊີວິດຕົວຈິງ, ໃນນັ້ນຈຸດສຸມແມ່ນພັດທະນາອຸດສາຫະກຳໜູນຊ່ວຍ ແລະ ເພີ່ມທະວີຖານະບົດບາດຂອງວິສາຫະກິດ ຫວຽດນາມ ໃນລະບົບສະໜອງທົ່ວໂລກ ໃນສະພາບການທີ່ບັນດາປະເທດໃນພາກພື້ນ ແລະ ໂລກ ລ້ວນແຕ່ເດີນຕາມຄວາມເປັນເຈົ້າຍຸດທະສາດໃນຫຼາຍຂົງເຂດ.
(ແຫຼ່ງຄັດຈາກ VOV)