• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫຸ່ນຍົນຮູບຮ່າງຄືຄົນແບບອະເນກປະສົງ “Made in Vietnam”

ໃນງານວາງສະແດງຜົນງານແຫ່ງຊາດ “80 ປີ ແຫ່ງການເດີນທາງສູ່ເອກະລາດ-ເສລີພາບ-ຄວາມຜາສຸກ” ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ, ຮ້ານວາງສະແດງຫຸ່ນຍົນຂອງ VinRobotics ແລະ VinMotion (ຂຶ້ນກັບກຸ່ມບໍລິສັດ Vingroup) ໄດ້ກາຍເປັນຈຸດສົນໃຈທີ່ດຶງດູດແຂກເຂົ້າມາຢ້ຽມຢາມຫຼາຍພັນເທື່ອຄົນ. ຢູ່ທີ່ນີ້, ສາທາລະນະຊົນເປັນຄັ້ງທຳອິດທີ່ໄດ້ໂຕ້ຕອບໂດຍກົງ ກັບບັນດາແບບຈຳລອງຫຸ່ນຍົນຮູບຮ່າງຄືຄົນ ທີ່ສະຫຼາດ ເຊັ່ນ: VR-H1, VR-H2 ທີ່ມີຄວາມສາມາດໃນການສື່ສານ, ແນະນຳການຢ້ຽມຢາມ ແລະ ມີການເຄື່ອນໄຫວທີ່ຄ່ອງແຄ້ວ. 

ຈຸດເດັ່ນຂອງບັນດາຫຸ່ນຍົນເຫຼົ່ານີ້ ແມ່ນລະບົບເຊັນເຊີທີ່ທັນສະໄໝ ເພື່ອຊ່ວຍຮັກສາຄວາມສົມດຸນແບບອັດຕະໂນມັດ ແລະ ຂັ້ນຕອນການປະມວນຜົນແບບເວລາຈິງ (real-time), ເຮັດໃຫ້ພວກມັນສາມາດເຮັດວຽກໄດ້ຢ່າງຢືດຢຸ່ນກັບສະພາບແວດລ້ອມ ໂດຍບໍ່ຈຳກັດພຽງແຕ່ການຕັ້ງໂປຣແກຣມໄວ້ລ່ວງໜ້າ. ປັດຈຸບັນ, ຜະລິດຕະພັນເຫຼົ່ານີ້ໄດ້ຖືກນຳໃຊ້ເຂົ້າໃນໂຮງງານຂອງ VinFast ເພື່ອຊ່ວຍໃນການຂົນສົ່ງອາໄຫຼ່ ແລະ ກວດກາຄຸນນະພາບ.

 ຕົວແທນຂອງ VinRobotics ແລະ VinMotion ໃຫ້ຮູ້ວ່າ ເປົ້າໝາຍບໍ່ພຽງແຕ່ແມ່ນເພື່ອຮັບໃຊ້ການຜະລິດອຸດສາຫະກຳ ແລະ ຄັງສິນຄ້າເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງການທົດແທນມະນຸດໃນວຽກງານທີ່ອັນຕະລາຍ ຫຼື ສະພາບແວດລ້ອມທີ່ຮ້າຍແຮງ. ການປະກົດຕົວຂອງບັນດາຫຸ່ນຍົນອະເນກປະສົງ “Made in Vietnam” ແມ່ນຂໍ້ພິສູດໃຫ້ເຫັນວ່າ ວິສາຫະກິດ ຫວຽດນາມ ພວມກ້າວທັນກັບທ່າອ່ຽງເຕັກໂນໂລຊີທົ່ວໂລກ ແລະ ຢືນຢັນຄວາມສາມາດໃນການຜະລິດເຕັກໂນໂລຊີສູງພາຍໃນປະເທດ.

 

ປະຕິບັດໂດຍ: ເງິນຮ່າ, ແຄ໋ງລອງ/VNP

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top