• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນວິທະຍາສາດເຕັກໂນໂລຊີ ໃຫ້ກາຍເປັນກຳລັງໜູນເຕີບໂຕເສດຖະກິດ

ນະວັດຕະກຳຕ້ອງກາຍເປັນວິທີພັດທະນາ ແລະ ເປັນກຳລັງໜູນຂອງການເຕີບໂຕເສດຖະກິດທັງໝົດຢ່າງແທ້ຈິງ, ສ້າງສະມັດຕະພາບ, ມູນຄ່າເພີ່ມ
  ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກ​ຢຸງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ. (ພາບ: VNA)  

ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊ​ຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ. ນີ້ແມ່ນຄຳ​ຮຽກ​ຮ້ອງຂອງ​ທ່ານ ໂຮ່ກ​ວັກ​ຢຸງ, ຮອງນາຍົກລັດຖະມົນຕີ ຫວຽດ​ນາມ, ທີ່ກອງປະຊຸມຈັດ​ຂຶ້ນຕອນເຊົ້າ​ວັນ​ທີ 14 ຕຸລາ, ຢູ່ ຮ່າໂນ້ຍ ກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ.

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ນະວັດຕະກຳຕ້ອງກາຍເປັນວິທີ​ພັດ​ທະ​ນາ ແລະ ເປັນກຳລັງໜູນ​ຂອງການເຕີບໂຕເສດຖະກິດທັງໝົດຢ່າງແທ້ຈິງ, ສ້າງ​ສະ​ມັດ​ຕະ​ພາບ, ມູນຄ່າເພີ່ມ, ຜະລິດຕະພັນ, ​ຂະ​ແໜງ​ອາ​ຊີບ ແລະ ຕະຫຼາດໃໝ່... ​ສະນັ້ນ, ໃນໄລຍະທີ່ຈະມາເຖິງ, ຕ້ອງພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ຕາມ​ທິດ​ຄົບ​ຊຸດ, ແທ​ດ​ຈິງ ແລະ ມີປະສິດທິ​ຜົນ.

“ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນ​ປະ​ທານ, ​ສົມ​ທົບ​ກັບກະ​ຊວງການເງິນ, ກະຊວງສຶກສາ ແລະ ​ບຳ​ລຸງ​ສ້າງ, ກະຊວງອຸດສາຫະກຳການຄ້າ ແລະ ​ບັນ​ດາກະຊວງ ແລະ ​ຂະ​ແໜງ​ການທີ່ກ່ຽວຂ້ອງ, ຈົ່ງ​ຮີບ​ເຮັງ​ກວດ​ກາ​ຄືນ, ແກ້ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຄັດ​ດ້ານ​ລະ​ບອບ​ລະ​ບຽບ​ການ ແລະ ສ້າງເງື່ອນໄຂ​ໃຫ້ດີທີ່ສຸດ​ໃຫ້​ແກ່​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ, ນະວັດຕະກຳ. ​ຜັນ​ຂະ​ຫຍາຍ​ການປະຕິບັດ​ບັນ​ດານະໂຍບາຍ​ຢ່າງ​ຄົບ​ຊຸດ​ໃນ​ການ​ຊຸ​ກ​ຍູ້​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ດ້ານເຕັກໂນໂລຊີ, ​ເພີ່ມ​ທະ​ວີ​ການ​ສັ່ງຄົ້ນຄວ້າ​ອີງ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ.”

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top