• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ຫັດຖະກຳຖັກແສ່ວຂອງຊາວເຜົ່າ ເກີຕູ

ຊາວ​ເຜົ່າ ເກີຕູ ດຳລົງ​ຊີວິດ​ຢູ່​ລຽບ​ຕາມ​ສາຍ​ພູ​ ເຈື່ອງ​ເຊີນ​ທີ່​ສະຫງ່າ​ຜ່າ​ເຜີຍ, ​ເປັນ​ທີ່​ຮູ້​ຈັກ​ດ້ວຍ​ເຄື່ອງ​ຫັດຖະກຳ​ທີ່​ມີ​ຄວາມ​ສະຫຼາດ​ຫຼາຍ​ຢ່າງ​ຄື​ການ​ຖັກ​ແສ່ວ, ​ເຄື່ອງປັ້ນດິນ​ເຜົາ, ຊ່າງ​ຕີ​ເຫຼັກ..., ​ແຕ່​ທີ່​ພິ​ເສດ ​ແລະ ລະອຽດ​ແມ່ນ​ການ​ຖັກ​ແສ່ວ. ​ແມ່ນ​ອາຊີບ​ໜຶ່ງ​ທີ່​ເຮັດ​ໃຫ້​ຊາວ​ເຜົ່າ​ ເກີ​ຕູ ​ມີ​ຄວາມ​ພາກພູມ​ໃຈ, ມາ​ຮອດ​ປະຈຸ​ບັນ​ຍັງ​ຄົງ​ໄດ້​ຮັບ​ການ​ມອບ​ຮັບ ​ແລະ ຮັກສາ.

 

ບໍ່​ມີ​ໃຜ​ຮູ້​ວ່າ​ ອາຊີບ​ຖັກ​ແສ່ວ​ຂອງ​ຊາວ​ເຜົ່າ​ ເກີ​ຕູ​ ມີ​ມາ​ແຕ່​ດົນ​ປານ​ໃດ, ​ແຕ່​ເຂົາ​ເຈົ້າ​ຮູ້​ວ່າ ​ລະດູ​ການ​ປູກຝັງ​ໄດ້​ຜ່ານ​ໄປ​ຫຼາຍ​ປານ​ໃດ, ຕົ້ນ​ໄມ້​ ເຈື່ອງ​ເຊີນ ​ໄດ້​ປ່ຽນ​ໃບ​ເປັນ​ເວລາ​ເທົ່າໃດ… ຊາວ​ເຜົ່າ ເກີຕູ ຍັງ​ຄົງ​ຕິດ​ພັນ​ກັບ​ຊາວ​ທ້ອງ​ຖິ່ນ, ຖົງ​ຖັກ. ​ເມື່ອ​ເວົ້າ​ເຖິງ​ກະຕ່າ​ຂອງ​ຊາວ​ເຜົ່າ ​ເກີ​ຕູ, ບໍ່​ອາດ​ຈະ​ບໍ່​ເວົ້າ​ເຖິງ ຊ່າເລັກ, ກະຕ່າ 3 ຊັ້ນ​ຂອງ​ຊາວເຜົ່າ ເກີຕູ - ຈຸດ​ພິ​ເສດ​ຂອງ​ສິລະ​ປະ​ຖັກ​ທີ່​ບໍ່​ສາມາດ​ບັນລຸ​ໄດ້​ຢູ່​ບ່ອນ​ໃດ​ໃນ​ໂລກ​ນີ້; P’reng - ກະເປົ໋ານ້ອຍໆຊະນິດໜຶ່ງທີ່ປະດັບດ້ວຍລວດລາຍທີ່ເປັນເອກະລັກສະເພາະຂອງເດັກນ້ອຍ ເກີຕູ ເພື່ອຕິດຕາມແມ່ຂອງພວກເຂົາທຸກຄັ້ງທີ່ເຂົາເຈົ້າໄປງານບຸນ; P’rôm, ເປັນກະຕ່າທີ່ສະຫງວນໄວ້ໃຫ້ແມ່ຍິງເພື່ອເອົາຂອງຂວັນມາໃຫ້ພໍ່ແມ່, ຫຼື ໄດ້ອວດເບົາໆ ໂດຍເດັກຍິງຊາວພູດອຍ ເກີຕູ ໃນການເຕັ້ນລໍາແບບດັ້ງເດີມ.



ການ​ຖັກ​ແສ່ວ​ຕິດ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ ເກີຕູ.






ເສັ້ນໃຍເຊັ່ນ: ຫວາຍ, ໄມ້ໄຜ່, ໃບເຕີຍ... ແມ່ນວັດຖຸດິບເພື່ອຜະລິດເປັນສິນຄ້າຂອງຊາວເຜົ່າ ເກີຕູ.




ແຂກ​ທ່ອງ​ທ່ຽວ​ຊົມ​ເຊີຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຖັກ​ແສ່ວ​ຂອງ​ຊາວ ເກີຕູ.




ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ການ​ສອນ​ວິ​ທີ​ຖັກ​ເປັນ​ຜະ​ລິດ​ຕະ​ພັນ​ຂອງ​ຊາວ ເກີຕູ.




ຜະ​ລິດ​ຕະ​ພັນ​ພື້ນ​ເມືອງ​ຂອງ​ຊາວ ເກີຕູ.

ເພື່ອ​ບໍ່​ໃຫ້​ສູນ​ເສຍ​ຄຸນຄ່າ​ເຄື່ອງ​ຖັກ​ແສ່ວ​ພື້ນ​ເມືອງ, ​ເມື່ອ​ບໍ່​ດົນ​ມາ​ນີ້, ​ໂຄງການ​ ​ເຈື່ອງ​ເຊີນແຊງ ​ໂດຍ​ອົງການ​ພັດທະນາ​ສາກົນ ​ອາ​ເມ​ລິ​ກາ ສົມທົບ​ກັບ​ສະມາຄົມ​ຜູ້​ສົ່ງ​ອອກ​ເຄື່ອງ​ຫັດຖະກຳ (VietCraft) ​ໄດ້​ໜູນ​ຊ່ວຍ​ກວ່າ 450 ຄອບຄົວ​ຢູ່ 10 ຕາ​ແສງ​ຂອງ 3 ​ເມືອງ ດົ່ງ​ຢາງ, ​ໄຕ​ຢາງ ​ແລະ ນາມ​ຢາງ ຂອງ​ແຂວງ ກວາງ​ນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ບັນດາ​ເຂດ​ວັດ​ສະ​ດຸ​ຫວາຍ ​ແລະ ຝຶກ​ອົບຮົມ​ການ​ຖັກ​ແສ່ວ, ພັດທະນາ​ຕະຫຼາດ ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ຊາວ​ເຜົ່າ ເກີຕູ.

ອາດ​ເວົ້າ​ໄດ້​ວ່າ, ຜະລິດ​ຕະພັນ​ເຄື່ອງ​ຖັກແສ່ວຂອງ​ຊາວ​ເຜົ່າ ເກີຕູ ​ແມ່ນ​ໝາກຜົນ​ແຫ່ງ​ການ​ອອກ​ແຮງ​ງານ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ. ບໍ່​ວ່າ​ຈະ​ເປັນ​ຜະ​ລິດ​ຕະ​ພັນ​ໃດ​ກໍ​ຕາມ, ບັນ​ດາ​ເຄື່ອງມືຮັບໃຊ້ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ ເກີຕູ ຍັງ​ລະ​ອຽດ​ອ່ອນ, ສະ​ດວກ ແລະ ທົນ​ທານ. ອາຊີບຖັກແສ່ວບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງຊີວິດປະຈຳວັນເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາ, ອະນຸລັກຮັກສາ ແລະ ເຊີດຊູບັນດາຈຸດວັດທະນະທຳຂອງຊົນເຜົ່າເກີຕູ, ຍັງເປັນອາຊີບຖັກແສ່ວຂອງຊາວເຜົ່າ ເກີຕູ ທີ່ຮັກສາໄວ້, ​ເພີ່ມ​ທະວີ​ຄວາມ​ຫຼາກ​ຫຼາຍ ​ແລະ ອຸດົມ ສົມບູນ ​ຂອງ​ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ພື້ນ​ເມືອງ​ຂອງ​ຊາວ​ ຫວຽດນາມ.

 


ຊ່າເລັກ, ກະຕ່າ 3 ຊ່ອງຂອງຜູ້ຊາຍ ເກີຕູ.








ບັນດາ​ຜະລິດ​ຕະພັນ​ເຄື່ອງ​ຖັກແສ່ວພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ເກີຕູ.














ການ​ອອກ​ແບບ​ໃໝ່ຂອງ​ຜະ​ລິດ​ຕະ​ພັນ​ຖັກ​ແສ່ວ​ຂອງ​ຊາວ ເກີຕູ.

ໃນ​ເມື່ອ​ກ່ອນ, ການ​ຖັກ​ແສ່ວ​ແມ່ນ​​ເພື່ອຮັບໃຊ້ການ​ດຳລົງ​ຊີວິດ​ປະຈຳ​ວັນ, ​ແຕ່​ປະຈຸ​ບັນ ຊາວ​ເຜົ່າ ​ເກີຕູ ​ສາມາດ​ຖັກ​ດ້ວຍ​ລວດລາຍ​ໃໝ່, ນຳ​ຜະລິດ​ຕະພັນ​ໄປ​ຮັບ​ໃຊ້​ຕະຫຼາດ​ໃຫຍ່. ການ​ປ່ຽນ​ແປງ​ຄັ້ງ​ນີ້​ ຫວັງ​ວ່າ​ຈະ​ຊຸກຍູ້​ໃຫ້​ຊາວ​ໜຸ່ມ​ຮັກສາ ​ແລະ ​ເຊີດ​ຊູ​ອາຊີບ​ພື້ນ​ເມືອງ, ​ເພື່ອ​ໃຫ້​ກະຕ່າ ແລະ ອື່ນໆ​ ໄດ້​ຕິດ​ພັນ ​ແລະ ບຳລຸງ​ສ້າງ​ຈິດ​ວິນ​ຍານ​ຂອງ​ຊາວ​ເຜົ່າ ເກີຕູ ຕະຫຼອດ​ໄປ.

ຫວ່າງ​ມໍ່ໆ​ນີ້, ຢູ່ ​ຮ່າ​ໂນ້ຍ, ສະມາຄົມ​ຜູ້​ສົ່ງ​ອອກ​ເຄື່ອງ​ຫັດຖະກຳ​ ຫວຽດນາມ (VIETCRAFT) ​ໄດ້​ສົມທົບ​ກັບ​ Gallery 39, ວາລະສານ ເຕຍສາງ ​ແລະ ບັນດາ​ອົງການ​ທີ່​ຮັກ​ແພງ​ວັດທະນະ​ທຳ​ຫັດຖະກຳ​ຂອງ​ປະຊາຊົນບັນດາເຜົ່າ ຫວຽດນາມ, ​ໄດ້​ຈັດ​ຕັ້ງ​ລາຍການ “​ວາງສະ​ແດງ ​ແລະ ແນະນຳ​ເຄື່ອງ​ປັ້ນດິນ​ເຜົາ ເກີຕູ, ​ເພື່ອແນະນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ຊີວິດ, ຮີດຄອງ​ປະ​ເພນີ, ວັດທະນະທຳ ​ແລະ ພາບ​ລວມຂອງ​ອາຊີບ​ຖັກ​ແສ່ວຂອງຊາວເຜົ່າ ເກີຕູ.

ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ


Maypaperflower - ຍີ່ຫໍ້ດອກໄມ້ເຈ້ຍ ຂອງ ຊາວເມືອງຫຼວງເກົ່າ

Maypaperflower - ຍີ່ຫໍ້ດອກໄມ້ເຈ້ຍ ຂອງ ຊາວເມືອງຫຼວງເກົ່າ

ໃນພື້ນທີ່ຂະໜາດນ້ອຍໆ ໜ້າຮັກ ກັບໂທນສີຂຽວ ສົດຊື່ນ, Maypaperflower ຕ້ອນຮັບຜູ້ຮັກດອກໄມ້ ດ້ວຍຫຼາຍໆ ຜົນງານ ສິລະປະ ທີ່ເປັນເອກະລັກ ທີ່ເຮັດຈາກເຈ້ຍ. ດອກໄມ້ ແຕ່ລະດອກ, ຮູບພາບແຕ່ລະແຜ່ນ ລ້ວນແຕ່ເຂັ້ມຂຸ້ນໄປດ້ວຍ ຮີດຄອງ ຂອງໝູ່ ບ້ານ ເຮັດດອກໄມ້ເຈ້ຍ ພື້ນເມືອງ ແທງຕຽນ ທີ່ມີອາຍຸກວ່າ 300 ປີ, ບັນດາຜົນງານ ຂອງ Maypaperflower ແມ່ນການປະສົມປະສານ ຢ່າງກົມກຽວ ລະຫວ່າງການເຮັດດອກໄມ້ເຈ້ຍ ແບບດັ້ງເດີມ ກັບ ການປ່ຽນໃໝ່ທີ່ທັນສະໄໝ, ສ້າງເປັນຮູບແບບສະເພາະ ແລະ ໜ້າ ຈັບໃຈ.

Top