• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນ​າມ ຕີ​ລາ​ຄາ​ສູງ​ຮູບ​ແບບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສອງ​ຝ່າຍ​ກັບ ໄທ

ວັນທີ 01 ທັນວາ, ຢູ່ສະວິດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ເຂົ້າຮ່ວມວາລະສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 9 ຂອງ ໄທ. ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໃຫ້ຮູ້ວ່າ ໃນບັນດາມາດຕະການປົກປ້ອງການຄ້ານັ້ນ, ໄທ ພວມນຳໃຊ້ມາດຕະການຕ້ານການຂາຍບຸບລາຄາສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ ເລັ່ງໃສ່ບັນດາບໍລິສັດສົ່ງອອກຢູ່ພາກພື້ນ ອາຊີ.
ບັນຍາກາດຂອງວາລະປະຊຸມ (ພາບ: moit.gov.bn)

ຫວຽດນາມ ປາດຖະໜາວ່າ ໄທ ຈະຮັບປະກັນວິວັດການສືບສວນ ແລະ ນຳໃຊ້ບັນດາມາດຕະການຕ້ານການຂາຍບຸບລາຄາໄດ້ດຳເນີນຢ່າງພາວະວິໄສ, ໂປ່ງໃສ, ປະຕິບັດຕາມສັນຍາຕ້ານຂາຍບຸບລາຄາຂອງອົງການການຄ້າໂລກ (WTO) ຢ່າງຄົບຖ້ວນ ແລະ ພິຈາລະນາຍົກເລີກການຈັດວາງບັນດາມາດຕະການຕ້ານຂາຍບຸບລາຄາ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຈາກ ຫວຽດນາມ. ຫວຽດນາມ ປາດຖະໜາວ່າ ຈະສືບຕໍ່ມີການຮ່ວມມືກັບໄທຢ່າງແໜ້ນແຟ້ນກວ່າອີກ ເພື່ອນຳໃຊ້ບັນດາສັນຍາການຄ້າເສລີ (FTA) ແລະ ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ ໃຫ້ມີປະສິດທິຜົນທີສຸດ. 

ກ່ອນວາລະປະຊຸມ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ສົ່ງຄຳຖາມກ່ຽວກັບບົດລາຍງານການສຳຫຼວດກວດຄືນນະໂຍບາຍການຄ້າທີ່ກ່ຽວຂ້ອງຂອງ ໄທ. ໄປຄຽງຄູ່ກັນນັ້ນ, ຄະນະຜູ້ຕາງໜ້າ ຫວຽດນາມ ກໍຕັ້ງໜ້າສົມທົບກັບຄະນະຜູ້ຕາງໜ້າບັນດາປະເທດ ອາຊຽນ ນຳສະເໜີບົດກ່າວຄຳເຫັນລວມ, ໃນນັ້ນ ຕີລາຄາສູງບົດບາດຂອງ ໄທ ໃນ ອາຊຽນ ກໍຄືຢູ່ WTO.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ໃຫ້ຄຳໝັ້ນສັນຍາ ພ້ອມກັບລາວ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ.

Top