• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ BRICS​ ກັບ​ພາ​ກ​ພື້ນ ອາ​ຊີ - ປ​າ​ຊີ​ຟິ​ກ

ຫວຽດ​ນາມ ພ້ອມ​ແລ້ວທີ່ຈະປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ລະ​ຫວ່າງ BRICS ກັບ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື ​ລະ​ບົບ​ສະ​ໜອງ, ການ​ເງິນ​ພັດ​ທະ​ນາ.
  ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VGP)  

ວັນ​ທີ 15 ພຶດ​ສະ​ພາ, ຢູ່ New Delhi ອິນ​ເດຍ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸ່ມ​ບັນ​ດາ​ພື້ນ​ຖານເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ເປີດກວ້າງ​ ສືບ​ຕໍ່​ມື້​ເຮັດ​ວຽກ​ທີ​ສອງ​ດ້ວຍ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້ “ປະຕິຮູບ​ບັນ​ດາ​ລະ​ບົບຫຼາຍ​ຝ່າຍ ແລະ ການຄຸ້ມຄອງ​ບໍ​ລິ​ຫານ​ທົ່ວ​ໂລກ” ແລະ ວາ​ລະ​ອັດ​ກອງ​ປະ​ຊຸມ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລ​ະ​ປຶກ​ສາ​ຫາ​ລື, ທ່ານນາງ ​ຫງວຽນ​ມິ​ງຮັ່ງ ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ຫວຽດນາມ ໄດ້​ເຕື້ອງ​ເຖິງ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ຂອງ​ສະ​ພາບ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ສະ​ເໜີ​ບັນ​ດາ​ປະ​ເທດ​ຕ້ອງ​ມີ​ການ​ກະ​ທຳ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ, ເຄົາ​ລົບ​ນັບ​ຖືເອກະລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ປະ​ເທດ, ລະ​ງັບ​ໃຈ, ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ​ຜ່າ​ນ​ການ​ເຈ​ລະ​ຈາ, ພ້ອມ​ທັງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທາງ​ຜ່ານ​ບັນ​ດາ​ຊ່ອງ​ແຄບ​ທະ​ເລ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ວ່າດ້ວຍ​ທະ​ເລ (UNCLOS) 1982.

ຢັ້ງ​ຢຶນ​ບົດ​ບາດ​ຂອງ ຫວຽດ​ນາມ ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ການຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) 2027, ເປັນປະທານ ແລະ ເປັນ​ເຈົ້າ​ພາບຮ່ວມຫຼາຍ​ກົນ​ໄກ​ຮ່ວມ​ມືແມ່​ນ້ຳ​ຂອງ, ພ້ອມ​ທັງ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ ອາ​ຊຽນ, ທ່ານ​ນາງ ຫງວຽ​ນ​ມິງ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ພ້ອມ​ແລ້ວທີ່ຈະປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ລະ​ຫວ່າງ BRICS ກັບ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື ​ລະ​ບົບ​ສະ​ໜອງ, ການ​ເງິນ​ພັດ​ທະ​ນາ.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.

Top