• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ຝ​ລັ່ງ ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ​ຈິ້ງ​ດຶກ​ຫ໋າຍ ​ສະ​ເໜີນ ທ່ານ Michel Criaud ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ສົມ​ຫັບ​ຂອບ​ຂະ​ໜາດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ.
ທ່ານ ຈິງ​ດຶກ​ຫ໋າຍ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ແລະ ທ່ານ Michel Criaud ປະ​ທານ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຝ​ລັ່ງ - ຫ​ວຽດ​ນາມ (ພາບ:TTXVN)

ຕອນ​ບ່າຍ​ວັນ​ທີ 1 ເມ​ສາ, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ, ທ່ານ ຈິ້ງ​ຮ່​ວາຍ​ດຶກຫ໋າຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ໄດ້​​ເຮັດ​ວຽກ​ກັບ​ທ່ານ Michel Criaud ປະ​ທາ​ນ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ກຸ່ມ. ການ​ພົບ​ປະ​ເພື່ອ​ແນ​ໃສ່​ປັບ​ປຸງ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບດ້ານ ແລະ ການ​ຮ່ວມ​ມື​ມິດ​ຕ​ະ​ພາບ​ລັດ​ຖະ​ສະ​ພາ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ​ອີກ.

ທີ່​ການ​ພົບ​ປະ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ​ຈິ້ງ​ດຶກ​ຫ໋າຍ​ສະ​ເໜີນ ທ່ານ Michel Criaud ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ສົມ​ຫັບ​ຂອບ​ຂະ​ໜາດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ, ພ້ອມ​ທັງມີ​ການ​ກະ​ທົບ​ເພື່ອ​ໃຫ້​ລັດ​ຖະ​ສະ​ພາ​ຝ​ລັ່ງ ແລະ ບັນ​ດາ​ປະ​ເທດ ສະ​ຫະ​ພາບ​ເອີ​ລົບ ທີ່​ຍັງ​ເຫຼືອໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - EU (EVIPA) ໂດຍ​ໄວ.

ສ່ວນ​ທ່ານ​ປະ​ທານ Michel Criaud ແລະ ບັນ​ດ​ສະ​ມ​າ​ຊິກ​ຢັ້ງ​ຢືນວ່າ ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ​ຈະ​ແມ່ນ​ແກ່ນ​ສານ​ທີ່​ຕັ້ງ​ໜ້າ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ທີ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ການ​ພົວ​ພັນ​ສອ​ງ​ປະ​ເທດ ແລະ ໃຫ້​ສັດ​ຕະ​ຍາ​ບັນສັນ​ຍາ EVIPA ໂດຍ​ໄວ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ທາງ​ການ​ສະ​ຫະ​ພັນ​ລັດ​ເຊຍ​ຄັ້ງ​ທີ​ຜ່າ​ນ​ມາຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໂດຍ​ໄວ.

Top