ທ່ານລັດຖະມົນຕີ Chhay Sinarit ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເຄື່ອນໄຫວຂອງຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດ; ໂດຍໃຫ້ຮູ້ວ່າ ມີຄວາມພ້ອມໃນການສົມທົບກັບ ຫວຽດນາມ ເພື່ອໜູນຊ່ວຍກັນຈັດສົ່ງພົນລະເມືອງກັບຄືນເມືອປະເທດ; ສະໜັບສະໜູນຂໍ້ສະເໜີ ສ້າງໂທລະສັບສາຍດ່ວນ ແລະ ກຸ່ມປະຕິບັດງານສອງຝ່າຍບົນພື້ນຖານກົນໄກແລກປ່ຽນຂໍ້ມູນລະຫວ່າງ ຄະນະເລຂາຄະນະກຳມະການ ກັບຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ກຳປູເຈຍ.
ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງຫວູ ແລະ ທ່ານ Chhay Sinarit ລັດຖະມົນຕີຂັ້ນສູງ, ຫົວໜ້າຄະນະເລຂາຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດຂອງ ກຳປູເຈຍ
ວັນທີ 23 ກໍລະກົດ, ທ່ານ Chhay Sinarit ລັດຖະມົນຕີຂັ້ນສູງ, ຫົວໜ້າຄະນະເລຂາຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດຂອງ ກຳປູເຈຍ ແລະ ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງຫວູ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບາດກ້າວຕໍ່ໄປ ເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າໃນບັ້ນຕໍ່ສູ້ຕ້ານບັນດາການເຄື່ອນໄຫວສໍ້ໂກງທາງອິນເຕີເນັດ, ເຊິ່ງເປັນສິ່ງທ້າທາຍຮ້າຍແຮງສຳລັບ ກຳປູເຈຍ ເວົ້າສະເພາະ ແລະ ເຂດອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ.
ໃນການເຮັດວຽກ, ທ່ານລັດຖະມົນຕີ Chhay Sinarit ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເຄື່ອນໄຫວຂອງຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດ; ໂດຍໃຫ້ຮູ້ວ່າ ມີຄວາມພ້ອມໃນການສົມທົບກັບ ຫວຽດນາມ ເພື່ອໜູນຊ່ວຍກັນຈັດສົ່ງພົນລະເມືອງກັບຄືນເມືອປະເທດ; ສະໜັບສະໜູນຂໍ້ສະເໜີ ສ້າງໂທລະສັບສາຍດ່ວນ ແລະ ກຸ່ມປະຕິບັດງານສອງຝ່າຍບົນພື້ນຖານກົນໄກແລກປ່ຽນຂໍ້ມູນລະຫວ່າງ ຄະນະເລຂາຄະນະກຳມະການ ກັບຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ກຳປູເຈຍ. ໂດຍຊົມເຊີຍ ແລະ ຕີລາຄາສູງຄວາມຕັດສິນໃຈຂອງລັດຖະບານ ກຳປູເຈຍ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານນາຍົກລັດຖະມົນຕີ Samdech Thipadei Hun Manet, ໃນການສ້າງຕັ້ງຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດ, ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ຈະຮ່ວມມືກັບ ກຳປູເຈຍ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາທີ່ເປັນໄພດັ່ງກ່າວ, ພ້ອມແລ້ວທີ່ຈະສົມທົບກັນສະກັດກັ້ນການເຂົ້າເມືອງແບບຜິດກົດໝາຍ, ປົກປ້ອງບັນດາຜູ້ປະສົບເຄາະຮ້າຍຂອງອາດຊະຍາກຳສໍ້ໂກງທາງອິນເຕີເນັດ ແລະ ການຄ້າມະນຸດ.
(ແຫຼ່ງຄັດຈາກ VOV)