ວັນທີ 10 ທັນວາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA), ໄດ້ຈັດເຫດການຂັ້ນສູງກ່ຽວກັບຄຳໝັ້ນສັນຍາປະກອບສ່ວນໃຫ້ແກ່ກອງທຶນຊ່ວຍເຫຼືອສຸກເສີນສູນກາງ (CARF) ຢູ່ສຳນັກງານ ສປຊ ທີ່ ນິວຢອກ.
ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)
ເຫດການດັ່ງກ່າວມີການເຂົ້າຮ່ວມຂອງທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ພ້ອມກັບຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມືມະນຸດສະທຳສາກົນ.
ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນວ່່າ ໃນ 2 ປີຢ່າງລຽນຕິດ, ຕໍ່ໜ້າຜົນກະທົບຂອງບັນດາຮູບແບບໄພພິບັດທຳມະຊາດຢ່າງຮ້າຍແຮງນັ້ນ, ຫວຽດນາມ ໄດ້ຮັບບັນດາບ້ວງເງິນຊ່ວຍເຫຼືອສຸກເສີນຈາກ CERF, ໃນນັ້ນມີ 2,6 ລ້ານ USD ຫາກໍ່ໄດ້ປະກາດ, ອັນໄດ້ຊ່ວຍໃຫ້ຜັນຂະຫຍາຍບັນດາການເຄື່ອນໄຫວກູ້ໄພກູ້ຊີບທີ່ຈຳເປັນໃຫ້ແກ່ປະຊາຊົນຢູ່ເຂດຖືກຜົນກະທົບຢ່າງທັນການ. ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມເຄົາລົບນັບຖື ແລະ ຕີລາຄາສູງ CERF, ບັນດາອົງການ ສປຊ ແລະ ອົງການຈັດຕັ້ງຕ່າງປະເທດທີ່ໃຫ້ການຊ່ວຍເຫຼືອ ຫວຽດນາມ ຢ່າງທັນການ, ມີປະສິດທິຜົນ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ CERF ບົນຈິດໃຈສາມັກຄີ ແລະ ແບ່ງປັນຄວາມຮັບຜິດຊອບລວມ.
(ແຫຼ່ງຄັດຈາກ VOV)