• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.
ທ່ານ​ ວິ​ໄລ ຫຼ້າ​ຄຳ​ຟອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິການສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຕ້ອນ​ຮັບ ​ທ່ານ ຫງວຽນ​ຊວັນ​ຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ ຫວຽດ​ນາມ (ພາບ: VNA)

ວັນ​ທີ 5 ພະ​ຈິກ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ (ລາວ), ທ່ານ​ ວິ​ໄລ ຫຼ້າ​ຄຳ​ຟອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິການສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ຕ້ອນ​ຮັບ ​ທ່ານ ຫງວຽນ​ຊວັນ​ຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ ຫວຽດ​ນາມ ທີ່ພວມ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທິດ​ສະ​ດີ​ຄັ້ງ​ທີ XIII ລະ​ຫວ່າງ​ສອງ​ພັກ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ. ທ່ານ​ເນັ້ນ​ໜັກ​ວ່າ​ ຄວາມ​ໄວ້​ເນື້ອ​ເຊື່ອ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ພັກ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ, ພ້ອມ​ທັງ​ສະ​ເໜີສອງ​ຝ່າຍ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ຊຸກ​ຍູ້​ການ​ຮ່ວມ​ມືຢ່າງ​ແທ້​ຈິງ. ສອງ​ຝ່າຍ​ເຊື່ອ​ໝັ້ນ​ວ່າ ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຈະ​ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ພັກ, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ຕະຫຼາດຫຼັບ​ຊັບ ອາ​ເມ​ລິ​ກາ ຫຼຸດ​ລົງ​ຢ່າງ​ແຮງ

ຕະຫຼາດຫຼັບ​ຊັບ ອາ​ເມ​ລິ​ກາ ຫຼຸດ​ລົງ​ຢ່າງ​ແຮງ

ຕາມ​ນັ້ນ​ແລ້ວ, ດັດ​ຊະ​ນີ Nasdaq ຫຼຸດລົງ​ 5,1%, ຕົກຢູ່​ເຂດດັດ​ປັບ​ພາຍ​ລັງຫຼຸດລົງ 10% ເມື່​ອ​ທຽ​ບ​ໃສ່​ກັບ​ລະ​ດັບ​ສູງ​ສຸດ​ຍາມ​ເດືອ​ນ​ຕຸ​ລາ. ດັດ​ຊະ​ນີ Dow Jones ຫຼຸດລົງ​ 2,1%, ໃນ​ຂະ​ນະ​ທີ່ S&P 500 ຫຼຸດລົງ 3,2%.

Top