ທ່ານ ສຈ Shimizu Masaki (ມະຫາວິທະຍາໄລ Osaka, ຍີ່ປຸ່ນ) ຕີລາຄາວ່າ ຮ່າງເອກະສານຂອງກອງປະຊຸມໃຫຍ່ໄດ້ສະແດງໃຫ້ເຫັນຈິດໃຈ “ບຸກທະລຸ” ແລະ ມີລັກສະນະຮີບດ່ວນສູງ, ພົ້ນເດັ່ນແມ່ນການກຳນົດ ຫວຽດນາມ ກ້າວເຂົ້າສູ່ “ສັງກາດໃໝ່” - ສັງກາດບຸກບືນຂອງຊາດ.
ທ່ານ ສຈ Shimizu Masaki (ມະຫາວິທະຍາໄລ Osaka, ຍີ່ປຸ່ນ) (ພາບ: TTXVN)
ໃນສະພາບການ ຫວຽດນາມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ຮ່າງເອກະສານກອງປະຊຸມໃຫຍ່ ໄດ້ດຶງດູດຄວາມສົນໃຈຂອງວົງການນັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ສຈ Shimizu Masaki (ມະຫາວິທະຍາໄລ Osaka, ຍີ່ປຸ່ນ) ຕີລາຄາວ່າຮ່າງເອກະສານຂອງກອງປະຊຸມໃຫຍ່ໄດ້ສະແດງໃຫ້ເຫັນຈິດໃຈ “ບຸກທະລຸ” ແລະ ມີລັກສະນະຮີບດ່ວນສູງ, ພົ້ນເດັ່ນແມ່ນການກຳນົດ ຫວຽດນາມ ກ້າວເຂົ້າສູ່ “ສັງກາດໃໝ່” - ສັງກາດບຸກບືນຂອງຊາດ. ຈິນຕະນາການພັດທະນາເສດຖະກິດ - ສັງຄົມ ຫັນຈາກຄວາມຖືລະດັບຄວາມໄວເປັນສຳຄັນ ໄປສູ່ຄຸນນະພາບ, ໃນນັ້ນ ສ້າງລະບອບລະບຽບການໃຫ້ສົມບູນແບບ ຖືນີ້ແມ່ນຂອດບຸກທະລຸເພື່ອປົດປ່ອຍແຫຼ່ງກຳລັງ.
ຕາມທ່ານ ສຈ. Shimizu ແລ້ວ, ເລື່ອງ ເນັ້ນໜັກເຖິງການນະວັດຕະກຳ, ເສດຖະກິດສີຂຽວ ແລະ ການຫັນເປັນດີຈີຕອນໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສ່ຽງແຮ້ວລາຍຮັບປານກາງ ແລະ ຕັດສິນໃຈປ່ຽນແປງໃໝ່ຮູບແບບການເຕີບໂຕ. ທ່າໄດ້ປຽບແກ້ງແຍ້ງຂອງ ຫວຽດນາມ ພວມຫັນຈາກການນຳໃຊ້ແຮງານລາຄາຕ່ຳ ແລະ ຊັບພະຍາກອນ ໄປສູ່ “ພູມປັນຍາ” ແລະ “ຂໍ້ມູນ”, ຜ່ານນັ້ນ ກໍເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ.
ກ່ຽວກັບການພົວພັນຕ່າງປະເທດ, ທ່ານຖືວ່າ ແນວທາງການຕ່າງປະເທດທີ່ເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ມີໄຫວພິບ ໄດ້ສະແດງໃຫ້ເຫັນຈາກຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ບໍ່ພຽງແຕ່ສວມບົດບາດດຸ່ນດ່ຽງລະຫວ່າງບັນດາປະເທດໃຫຍ່ເທົ່ານັ້ນ ຫາກພວມບືນຕົວຂຶ້ນກາຍເປັນ “ຄູ່ຮ່ວມມືສ້າງສັນ” ແລະ ສູນເຊື່ອມຕໍ່ຂອງພາກພື້ນ, ຢັ້ງຢືນທີ່ຕັ້ງທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ມີຄວາມຮັບຜິດຊອບໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)