• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ງານ​ຕະຫຼາດນັດ​ສ້າງກອງ​ທຶນ​ມູນ​ນິ​ທິ​ຢູ່ ໄທ

ງານຕະຫຼາດນັດຖືກຈັດຂຶ້ນເພື່ອແນໃສ່ສ້າງກອງທຶນມູນນິທິເພື່ອຊ່ວຍເຫຼືອສະພາກາແດງ ໄທ ປະຕິບັດພາລະກຳກູ້ໄພກູ້ຊີບ, ຍົກສູງສະຫວັດດີການສັງຄົມ, ປິ່ນປົວພະຍາດ ແລະ ປົວແປງຄຸນນະພາບການດຳລົງຊີວິດໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຖືກຜົນກະທົບຈາກໄພທຳມະຊາດ.
(ພາບ: TTXVN)

ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງງານຕະຫຼາດນັດ ກາແດງການທູດ ຄັ້ງທີ 58 ໂດຍສະພາກາແດງ ໄທ ສົມທົບກັບສະມາຄົມພັນລະຍາ, ສາມີນັກການທູດ ແລະ ສະຖານທູດ ປະຈຳ ໄທ ຈັດຂຶ້ນ. ໂດຍໄດ້ດຳເນີນແຕ່ວັນທີ 27 ກຸມພາ ຫາວັນທີ 2 ມີນາ, ຢູ່ສູນການຄ້າ Siam Paragon , ນະຄອນຫຼວງ ບາງກອກ. ງານຕະຫຼາດນັດມີການເຂົ້າຮ່ວມຂອງ 56 ສະຖານທູດປະຈຳໄທ ດ້ວຍຮ້ານແນະນຳ, ວາງສະແດງ ແລະ ວາງຂາຍສິນຄ້າ ບັນດາຜະລິດຕະພັນທີ່ເປັນເອກະລັກຂອງແຕ່ລະປະເທດ 246 ຮ້ານ ດ້ວຍລາຄາພິເສດ  ເຊັ່ນ ເຄື່ອງບໍລິໂພກອຸປະໂພກ, ເສື້ອຜ້າ, ເຄື່ອງປະດັບ, ອາຫານ... ງານຕະຫຼາດນັດຖືກຈັດຂຶ້ນເພື່ອແນໃສ່ສ້າງກອງທຶນມູນນິທິເພື່ອຊ່ວຍເຫຼືອສະພາກາແດງ ໄທ ປະຕິບັດພາລະກຳກູ້ໄພກູ້ຊີບ, ຍົກສູງສະຫວັດດີການສັງຄົມ, ປິ່ນປົວພະຍາດ ແລະ ປົວແປງຄຸນນະພາບການດຳລົງຊີວິດໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຖືກຜົນກະທົບຈາກໄພທຳມະຊາດ.

        ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ ໃຫ້ຮູ້ວ່າ ສະຖານທູດ ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວມູນນິທິນີ້ດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ. ໃນເວລາດຳເນີນເຫດການດັ່ງກ່າວ, ມີແຂກສາກົນຈຳນວນຫຼາຍໄດ້ແວ່ຢ້ຽມຊົມ ແລະ ຊື້ເຄື່ອງໃນຮ້ານວາງສະແດງສິນຄ້າຂອງ ຫວຽດນາມ, ພ້ອມທັງສະແດງຄວາມຈັບໃຈຕໍ່ບັນດາຜະລິດຕະພັນຫັດຖະກຳສິລະປະອັນປະດິດປະດອຍຂອງບັນດາໝູ່ບ້ານທີ່ເປັນມູນເຊື້ອຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຮ່ວມປົກປ້ອງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2

ຫວຽດນາມ ຮ່ວມປົກປ້ອງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2

ມະຕິກໍ່ຮຽກຮ້ອງບັນດາປະເທດມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍສຳລັບສັນຕິພາບ, ຄວາມໝັ້ນຄົງສາກົນ.

Top