• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ຝ​ລັ່ງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິ​ດ​ສະ​​ມາດ ແລະ ປີ​ໃໝ່​ສາ​ກົນ 2026

ຕົວເລກຂອງ ລະບົບວິເຄາະ Orchestra ທີ່ສະຫງວນໃຫ້ແກ່ສະມາຄົມວິສາຫະກິດ ທ່ອງທ່ຽວຝລັ່ງສະແດງໃຫ້ເຫັນວ່າ ຈຳນວນແຂກທ່ອງທ່ຽວຈອງ tour ທ່ອງທ່ຽວ ວັນບຸນ ຄຼິດສະມາດຂອງປີນີ້ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ພາບປະກອບ: TTXVN

ບັນດາບໍລິສັດທ່ອງທ່ຽວຝລັ່ງໄດ້ຮັບຮູ້ຄວາມຕ້ອງການໃນການເດີນທາງໄປທ່ອງທ່ຽວຍາມລະດູຄຼິດສະມາດ ແລະ ທ້າຍປີສືບຕໍ່ເພີ່ມຂຶ້ນຢ່າງແຮງ, ໃນນັ້ນ ຫວຽດນາມ ພົ້ນເດັ່ນຂຶ້ນຄືແມ່ນໜຶ່ງໃນບັນດາສະຖານທີ່ນັດພົບ ພັກຜ່ອນຫຼາຍວັນ ເຊິ່ງຊາວຝລັ່ງມີຄວາມສົນໃຈ. ຕົວເລກຂອງ ລະບົບວິເຄາະ Orchestra ທີ່ສະຫງວນໃຫ້ແກ່ສະມາຄົມວິສາຫະກິດ ທ່ອງທ່ຽວຝລັ່ງສະແດງໃຫ້ເຫັນວ່າ ຈຳນວນແຂກທ່ອງທ່ຽວຈອງ tour ທ່ອງທ່ຽວ    ວັນບຸນ ຄຼິດສະມາດຂອງປີນີ້ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນກຸ່ມບັນດາສະຖານທີ່ນັດພົບພັກຜ່ອນຫຼາຍວັນ, ຫວຽດນາມ ໄດ້ຮັບການຕີລາຄາແມ່ນຈຸດພົ້ນເດັ່ນທີ່ສຸດ. ທ່ານ Patrice Caradec, ປະທານ Seto ສະມາຄົມບັນດາບໍລິສັດບໍລິຫານການທ່ອງທ່ຽວຝລັ່ງ ໃຫ້ຮູ້ວ່າ ຫວຽດນາມ ຍັງບໍ່ມີເວລາໃດດຶງດູດແຂກທ່ອງທ່ຽວຝລັ່ງມາ ທ່ຽວຫຼາຍຄືຈັ່ງຊີ້ ນັບແຕ່ເວລາພາຍຫຼັງພະຍາດໂຄວິດ - 19”. ຫວຽດນາມ ພົ້ນເດັ່ນຂຶ້ນຄືແມ່ນສະຖານທີ່ນັດພົບທີ່ມີກຳລັງດຶງດູດພິເສດ, ຍ້ອນມີທິວທັດທຳມະຊາດທີ່ດູດດື່ມ ແລະ ມີວັດທະນະທຳທີ່ເປັນເອກະລັກ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top