• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊ່ວຍ​ລາວ ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ສື່ມວນ​ຊົນ

ຊຸດ​ຝືກ​ອົບ​ຮົບ​ກ່ຽວ​ກັບ​ການ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ ຊ່ວຍ​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ເຂົ້າ​ເຖິງ​ບັນ​ດາ​ທ່າ​ອ່ຽງ​ເຕັກ​ໂນ​ໂລ​ຢີ​ໃໝ່​ຂອງ​ສື່ມວນ​ຊົນ​ໂລກ.
ຊຸດ​ຝືກ​ອົບ​ຮົບ “ທັກ​ສະ​ໃນ​ການ​ໝູນ​ໃຊ້​ເຄື່ອງ​ມື​ປັນ​ຍາ​ປະ​ດິດ ໃນ​ສື່ມວນ​ຊົນຫຼາຍ​ປ​ຼາດ​ຟອມ, ຫຼາຍ​ພາ​ຫະ​ນະ” (ພາບ: VOV)
ຕອນ​ເຊົ້າ​ວັນ​ທີ 22 ມິ​ຖຸ​ນາ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ລາວ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ໄຂ​ຊຸດ​ຝືກ​ອົບ​ຮົບ “ທັກ​ສະ​ໃນ​ການ​ໝູນ​ໃຊ້​ເຄື່ອງ​ມື​ປັນ​ຍາ​ປະ​ດິດ ໃນ​ສື່ມວນ​ຊົນຫຼາຍ​ປ​ຼາດ​ຟອມ, ຫຼາຍ​ພາ​ຫະ​ນະ” ແລະ ຊຸດ “ທັກ​ສະ​ໃນ​ການ​ຜະ​ລິດ​ລາຍ​ການ​ຂ່າວ, ບົດ​ຂຽນ​ໃນ​ສະ​ມາດ​ໂຟນ” ໃຫ້​ແກ່​ຖັນ​ແຖວ​ນັກ​ຂ່າວ​ລາວ. ເຂົ້າ​ຮ່ວມ 2 ຊຸກ​ຝືກ​ອົບ​ຮົບ​ມີ​ນັກ​ສຳ​ມະ​ນາ​ກອນ 40 ຄົນ​ແມ່ນ​ບັນ​ດາ​ພະ​ນັກ​ງາ​ນ​ສື່ມວນ​ຊົນ, ນັກ​ຂ່າວ​ລາວ. ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ຊຸດ​ຝືກ​ອົບ​ຮົບ​ກ່ຽວ​ກັບ​ການ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ ຊ່ວຍ​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ເຂົ້າ​ເຖິງ​ບັນ​ດາ​ທ່າ​ອ່ຽງ​ເຕັກ​ໂນ​ໂລ​ຢີ​ໃໝ່​ຂອງ​ສື່ມວນ​ຊົນ​ໂລກ. ຊຸດ​ຝືກອ​ົບ​ຮົບ​ກ່ຽວ​ກັບ​ການ​ຜະ​ລິດ​ຂ່າວ, ບົດ​ໃນ​ສະ​ມາດ​ໂຟນ​ຈະ​ປະ​ກອບ​ບັນ​ດາ​ທັກ​ສະ​ໃນ​ການ​ເຮັດ​ຂ່າວ​ໂດຍ​ໄວ, ມີ​ໄຫວ​ພິບ, ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສື່ມ​ວນ​ຊົນ​ທັນ​ສະ​ໄໝ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top